ກະຊວງແຜນການ ແລະ ການລົງທຶນຂື້ນ​ເຮັດ​ວຽກ​ຢູ່​ ແຂວງ ອຸ​ດົມ​ໄຊ

SA Game

ຂປລ.

ແຂວງອຸດົມໄຊ ຕ້ອນ​ຮັບ ຮອງລັດຖະມົນຕີ ແລະ ຄະ​ນະ ກະຊວງແຜນການ ແລະ ການລົງທຶນ

  ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ), ທ່ານ ຢານ ແດນເບ ຜູ້ຕາງຫນ້າອົງການອາຫານໂລກ ພ້ອມຄະນະ ລົງຢ້ຽມຍາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກໍາໂຄງການພາກສະໜາມ ແລະ ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບຸລິມະສິດ ປະຈໍາປີ 2023 ທີ່ແຂວງອຸດົມໄຊໃນລະຫວ່າງວັນທີ15-17 ມີນາ 2023 ນີ້.

ໃນໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ພ້ອມຄະນະຂັ້ນສູນກາງ ຮ່ວມກັບ ພະແນກ ຜທ ແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເດີນທາງໄປຢ້ຽມຢາມກິດຈະກໍາໂຄງການກະສິກໍາເພື່ອໂພຊະນາການ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກອົງການອາຫານໂລກ ແລະ ແຜນງານໜຶ່ງດຽວ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານໂລກ

ພ້ອມທັງໄດ້ພົບກັບອໍານາດການປົກຄອງຂັ້ນເມືອງ, ບ້ານ ແລະ ກຸ່ມເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ, ເບິ່ງການຈັດຕັ້ງປະຕິບັດກິດຈະກໍາຢູ່ສູນຮຽນຮູ້ໂພ ຊະນາການ ທີ່ບ້ານຫາດນິກ ເມືອງຫລາ ແຂວງອຸດົມໄຊ.

SA Game
ຂປລ.

ຈາກນັ້ນ, ກໍໄດ້ເດີນທາງໄປຢ້ຽມຢາມກິດຈະກໍາ ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງ ທີ່ໂຮງຮຽນເພຍຫົວນໍ້າ, ພົບປະກັບອໍານາດການປົກຄອງຂັ້ນເມືອງ, ບ້ານ, ຄູ-ອາຈານ ຜູ້ຮັບຜິດຊອບໂຄງ ການ ເພື່ອແລກປ່ຽນການຈັດຕັ້ງປະຕິບັດ ພາຍຫລັງການມອບ-ຮັບໂຄງການ ໃນປີ 2019

ລົງຕິດຕາມກິດຈະກໍາການປູກ ແລະ ລ້ຽງສັດນ້ອຍຢູ່ໃນໂຮງຮຽນ, ການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນ, ແຈກຢາຍອາຫານໃຫ້ນັກຮຽນ ທີ່ບ້ານເພຍຫົວນໍ້າ ເມືອງແບງ ແຂວງອຸດົມໄຊ

ໂອກາດດຽວກັນ, ທ່ານ ນາງ ພອນວັນ ອຸທະວົງ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຄໍານັບ ແລະ ລາຍງານໃຫ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ຮັບຊາບກ່ຽວກັບການລົງໄປຢ້ຽມຍາມ ແລະ ຕິດຕາມວຽກງານການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກອົງການອາຫານໂລກ ແລະ ແຜນງານໜຶ່ງດຽວ ທີ່ໄດ້ຮັບທຶນສະຫນັບສະໜູນຈາກທະນາຄານໂລກ ທີ່ແຂວງອຸດົມໄຊ, ພ້ອມທັງມີການແລກປ່ຽນ, ປຶກສາຫາລື ແລະ ຂໍທິດຊີ້ນໍາຈາກທ່ານເຈົ້າແຂວງ ກໍຄື ການນໍາຂອງແຂວງໃນການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນ ປີ 2023.

SA Game
ຂປລ.

ພ້ອມກັນນັ້ນ, ຍັງໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບູລິມະສິດ ປະຈໍາປີ 2023 ຢູ່ແຂວງອຸດົມໄຊ ໂດຍມີຜູ້ແທນຈາກແຂວງອຸດົມໄຊ, ຫລວງນໍ້າທາ ແລະ ແຂວງຫລວງພະບາງ ເຂົ້າຮ່ວມ ເພື່ອຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕົວຈິງໃນຂັ້ນທ້ອງຖິ່ນ, ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ສະເໜີ ຕໍ່ຄູ່ຮ່ວມງານ ກໍຄື ອົງການອາຫານໂລກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ