ກອງ​ປະ​ຊຸມ​ເພື່ອ​ພັດ​ທະ​ນາ​ການ​ຜ​ະ​ລ​ິດ​ປຸງ​ແຕ່ງ​ໄມ້​ເພື່ອ​ການ​ສົ່ງ​ອອກ

SA Game

ພາບ​: laoedaily.com.

ປືກ​ສາ​ການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ ເພື່ອຄວາມເຂັ້ມແຂງແລະຍືນຍົງ.

ໃນວັນທີ 12 ກຸມພາ 2021 ໄດ້​ມີ​ການ​ຈັດກອງປະຊຸມຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ຄັ້ງທີ 3  ທີ່ກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວຈຳກັດ ເຂດອຸດສາຫະກຳນະຄອນຫຼວງວຽງຈັນ ເພື່ອ​ພັດ​ທະ​ນາ​ປັບ​ປຸງ​ໃນ​ການ​ຜ​ະ​ລິດ ແລະ ປຸງ​ແຕ່ງ​ອຸດ​ສາ​ຫະ​ກຳ​ໄມ້​ແປ​ຮູບ​ເພື່ອ​ຈຳ​ໜ່າຍ ແລະ ສົ່ງ​ອອກ.

ໂດຍມີ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນ​ປະ​ທານ, ນອກ​ນັ້ນ​ກໍ​ຍັງມີບັນ​ດາຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງເຂົ້າຮ່ວມປືກ​ສາ​ຫາ​ລື​ໃຫ້​ທິດ​ທາງ​ທາງ​ດ້ານ​ຕ່າງໆ.

SA Game
ພາບ​: laoedaily.com.

ທ່ານ ປະ​ທານ ສົມຈິດ ອິນທະມິດ ກ່າວວ່າ: ລັດຖະບານເຫັນຄວາມສໍາຄັນໃນການຜະລິດ ແລະ ປຸງແຕ່ງອຸດສາຫະກຳໄມ້ເພື່ອຫຼຸດຜ່ອນການສົ່ງອອກໄມ້ບໍ່ທັນແປຮູບ ຫັນມາແປຮູບແລ້ວຈໍາໜ່າຍພາຍໃນ ແລະ ສົ່ງອອກ. ກອງປະຊຸມຄັ້ງນີ້ເພື່ອມາຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງການສ້າງຕັ້ງໂຮງງານຕົວແບບແລະເຄືອຂ່າຍການຜະລິດປຸງແຕ່ງໄມ້ສົກປີ 2017-2020 ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ກຽມຄວາມພ້ອມໃນການດໍາເນີນການຜະລິດ ເພື່ອໃຫ້ໄດ້ໂຮງງານທີ່ໄດ້ມາດຕະຖານ ນໍາໃຊ້ໄມ້ທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ໄມ້ປູກ ເຂົ້າໃນການຜະລິດເປັນຜະລິດຕະພັນສໍາເລັດຮູບເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ.

ທ່ານກ່າວວ່າ: ການສ້າງຕັ້ງໂຮງງານຕົວແບບບໍ່ໝາຍສະເພາະແຕ່ຕົວແບບໃນດ້ານການຜະລິດເທົ່ານັ້ນ ຕ້ອງສ້າງໃຫ້ໄດ້ຕົວແບບໃນການດໍາເນີນທຸລະກິດໃຫ້ໄປຕາມລະບຽບກົດໝາຍ, ນອກຈາກນັ້ນ ກໍແມ່ນວຽກງານການຈັດຕັ້ງຄຸ້ມຄອງ ເຮົາຢາກສົ່ງເສີມຍີ່ຫໍ້ຂອງລາວ, ສໍາຄັນແມ່ນ ຈະເຮັດແນວໃດ ໃຫ້ນໍາໃຊ້ໄມ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນເບິ່ງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ, ສໍາຄັນທີ່ສຸດແມ່ນການສ້າງເຄືຶອຂ່າຍເພື່ອສ້າງຄວາມຢຶນຍົງ ໂດຍສະເພາະແມ່ນການແບ່ງງານ ການສະໜັບສະໜູນເຊິ່ງກັນ ແລະ ກັນ , ແບ່ງປັນວັດຖຸດິບນໍາກັນ.

SA Game
ພາບ​: laoedaily.com.

ທ່ານ ທອງສະຫວັນ ສຸລິຍະມາດ ປະທານກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວຈໍາກັດກ່າວວ່າ: ໂຄງການສ້າງຕັ້ງໂຮງງານຕົວແບບກໍ ເພື່ອຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ, ເພື່ອແກ້ໄຂຜົນກະທົບຈາກການຫ້າມສົ່ງອອກໄມ້ທ່ອນ, ໄມ້ເລື່ອຍແປຮູບ , ໄມ້ເຄິ່ງສໍາເລັດຮູບ, ປະກອບສ່ວນເຂົ້າໃນການຊຸກຍູ້ການຜະລິດພາຍໃນໃຫ້ເຕີບໃຫຍ່ຂະຫຍາຍຕົວ; ສ້າງໂຮງງານໃຫ້ກາຍເປັນສູນຝືກອົບຮົມ ແລະ ພັດທະນາອຸດສາຫະກຳໄມ້ ໃຫ້ກາຍເປັນບ່ອນຝືກງານ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີໃນການປຸງແຕ່ງໄມ້ ຖ່າຍທອດພາກປະຕິບັດຕົວຈິງ ທີ່ດີເລີດ ການເຄື່ອນໄຫວດໍາເນີນທຸລະກິດການຜະລິດ ແລະ ການຕະຫຼາດ ສົ່ງເສີມການຈັດຕັ້ງເຄືອຂ່າຍ ການຜະລິດອຸດສາຫະກຳໄມ້ ທີ່ຫຼາກຫຼາຍຜະລິດຕະພັນໄມ້.

ທ່ານ ກ່າວວ່າ: ຕະຫຼາດພາຍໃນແມ່ນບັນດາຮ້ານຄ້າໃນທົ່ວປະເທດ, ສ່ວນຕະຫຼາດຕ່າງປະເທດ ແມ່ນເນັ້ນ ປະເທດໄທ, ສ.ເກົາຫຼີ, ຈີນ, ຢີ່ປຸ່ນ, ຣັດເຊຍ, ເອີລົບ ແລະ ອື່ນໆ.

ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນເພື່ອເຮັດໃຫ້ຮ່າງ ແຜນດໍາເນີນງານໂຄງການສ້າງຕັ້ງ ໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ສົກປີ 2021-2023 ມີຄວາມສົມບູນຍິ່ງຂຶ້ນ ພ້ອມທັງໄດ້ຢ້ຽມຊົມການຜະລິດຕົວຈິງຂອງໂຮງງານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la