ກອງ​ປະ​ຊຸມ​ຊີ້​ນຳໂຄງການ ຄຸ້ມຄອງສິນຄ້າກະສິກຳເພື່ອການຄ້າທີ່ປອດໄພ

SA Game

ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ກອງປະຊຸມຊີ້ນຳດ້ານວິຊາການໂຄງການ ຄຸ້ມຄອງສິນຄ້າກະສິກຳໃນ​ການສົ່ງອອກສິນ​ຄ້າ

 ອົງການ ການຄ້າສາກົນ ພາຍໃຕ້ໂຄງການ ພັດທະນາກົນໄກຄຸ້ມຄອງ ຜະລິດຕະພັນພືດຢ່າງເປັນລະບົບເພື່ອການຄ້າທີ່ປອດໄພ ໄດ້​ຈັດ​ປະ​ຊຸມເພື່ອເປັນການສ້າງຄວາມອາດສາມາດ ໃຫ້ແກ່ ສປປ ລາວ ສາມາດສົ່ງອອກໄດ້

ສະຫະພາບອີຢູ ຈຶ່ງໃຫ້ການຊ່ວຍເຫຼືອທາງດ້ານວິຊາການຈຸດປະສົງເພື່ອປັບປຸງລະບົບການຄຸ້ມຄອງສັດຕູພືດ ແລະ ຢາປາບສັດຕູພືດ ທີ່ຕົກຄ້າງໃນພືດຜັກບົວລະພາ, ໝາກເຜັດ, ໝາກໂມ ແລະ ເຂົ້າ ເຊິ່ງໄດ້ເລິ່ມຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນປີ 2020 ໃນແຂວງຫຼວງນ້ຳທາ, ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ.

ດັ່ງນັ້ນ, ໃນວັນທີ່ 15 ສິງຫາ 2022 ທີ່ໂຮງແຮມດອນຈັນພຼາເລດ ຈຶ່ງໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງສິນຄ້າກະສິກຳເພື່ອການຄ້າທີ່ປອດໄພ ໂດຍການໃຫ້ກຽດເຂົ້າຮ່ວມປະທານ ຂອງທ່ານ ປອ. ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ທ່ານ ແວັງຊອງ ເວຍ ຫົວໜ້າຫ້ອງການຮ່ວມມື ປະຈຳສະຫະພາບອີຢູ ປະຈຳ ລາວ ແລະ ທ່ານ ນາງ ມາກາຣິຕ້າ ຟັນເດີ້ ຜູ້ບໍລິຫານ ໂຄງການພັດທະນາກົນໄກຄຸ້ມຄອງ ຜະລິດຕະພັນພືດຢ່າງເປັນລະບົບເພື່ອການຄ້າທີ່ປອດໄພ

SA Game
ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ມີບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຜູ້ປະກອບການ ພ້ອມທັງແຂກທີ່ເຊີນທາງໄກ ເຂົ້າຮ່ວມ, ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຮັບຟັງການລາຍການສະພາບການຈັດຕັ້ງປະຕິບັດໂຄງການ, ເພື່ອທົບທວນຄືນຕີລາຄາຕໍ່ບັນຫາສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດໂຄງການ ແລະ ເພື່ອຮັບຮອງແຜນກິດຈະກຳ ແລະ ແຜນວຽກຂອງໄລຍະທ້າຍໂຄງການ ພ້ອມທັງຄົ້ນຄວ້າພິຈາລະນາບາງກິດຈະກຳບຸລິມະສິດ ໃນການສະເໜີຂໍສືບຕໍ່ໃນປີ 2023.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ຊີ້ນຳ ໃຫ້ ພະແນກລະບຽບການ ຂຶ້ນທະບຽນປັດໃຈການຜະລິດ ຮ່ວມກັບຜູ້ປະສານງານໂຄງການ ຮີບຮ້ອນສົມທົບກັບອົງການ ໄອທີຊີ ເພື່ອສັງລວມຂໍ້ມູນ ແລະ ຮ່າງເອກະສານສະເໜີຂໍຕໍ່ໂຄງການ, ມອບໃຫ້ຄະນະຮັບຜິດຊອບຈາກ 3 ແຂວງເປົ້າໝາຍ ນຳເອົາຜົນຂອງກອງປະຊຸມໃນມື້ນີ້ ລາຍງານຕໍ່ການນຳພະແນກກະສິກຳ ແລະ ປ່າໄມ້ ຂອງຕົນຊາບ

SA Game
ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ພ້ອມທັງຮີບຮ້ອນປະສານກັບ ພະແນກລະບຽບການ ແລະ ພະແນກກັກກັນພືດ ສືບຕໍ່ຈັດຕັ້ງປະຕິບັດໂຄງການ ຕາມແຜນທີ່ດຳເນີນງານໃຫ້ສຳເລັດ ແລະ ສຸດທ້າຍຄະນະຄຸ້ມຄອງໂຄງການ ຕ້ອງເອົາໃຈໃສ່ ໃນການພັດທະນາເຄື່ອງມື ທາງດ້ານຂໍ້ມູນຂ່າວສານ ແລະ ການເຜີຍແຜ່ຂໍ້ມູນຂ່າວສານຜົນສຳເລັດຂອງໂຄງການໃຫ້ແກ່ພາກສ່ວນກ່ຽວຂ້ອງ, ຜູ້ຜະລິດ ແລະ ຜູ້ປະກອບການ ໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງກວ້າງຂວາງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ