ກອງ​ປະ​ຊຸມຄັ້ງທີ Vວຽກງານການເມືອງ-ແນວຄິດ ທົ່ວປະເທດ

SA Game

ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

“ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະ ພາບໃໝ່” ຄື​ຫົວ​ຂໍ້​ຄຳ​ຂວັນ​ຂອງ​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ທົ່ວ​ປະ​ເທດ​ເປັນ​ຄັ້ງ​ທີ່ V.

ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນຳພັກ, ລັດ, ອະດີດການນໍາອາວຸໂສ, ພ້ອມດ້ວຍ ການນຳຂອງບັນດາກະຊວງ ທີ່ກ່ຽວ ຂ້ອງ ແລະ ຜູ້ແທນ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ກໍານົດຍຸດທະສາດ, ທິດທາງໜ້າທີ່, ວິທີການ ແລະ ມາດຕະ ການເຄື່ອນໄຫວ ວຽກງານການມືອງ-ແນວຄິດຂອງພັກ ໃຫ້ສອດຄ່ອງກັບເງື່ອນໄຂແຕ່ລະໄລຍະ ເຊິ່ງຜູ້ເຂົ້າຮ່ວມ ໄດ້ພ້ອມກັນສະຫລຸບຕີລາຄາການເຄື່ອນໄຫວ ວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV

ພ້ອມທັງ ຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ, ປະກອບຄວາມຄິດຄວາມເຫັນ ຕໍ່ເນື້ອໃນ ຂອງກອງປະຊຸມຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈີ້ມ ຂອງປະທານກອງປະຊຸມ ບົນພື້ນ ຖານບົດລາຍງານລວມ ທີ່ໄດ້ສະເໜີຕໍ່ກອງປະຊຸມ

SA Game
ປະເທດລາວ Pathedlao

ແນໃສ່ເຮັດໃຫ້ການຕີລາຄາ ວຽກງານການເມືອງ-ແນວຄິດ ຜ່ານມາ ແລະ ການກໍານົດທິດທາງ ຄາດໝາຍໃນຕໍ່ໜ້າ ແທດເໝາະກັບການຜັນແປ ຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລ່ວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.

ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວເປີດກອງປະຊຸມໂດຍມີບາງຕອນ ໃຫ້ຮູ້ວ່າ: ເນື້ອໃນພື້ນຖານຕົ້ນຕໍ ຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ ເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຊິ່ງພັກເຮົາຖືວ່າ “ວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການກໍ່ ສ້າງປັບປຸງພັກ, ເປັນປັດໄຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ຂອງປະເທດຊາດ ແລະ ຄວາມສະຫງົບສຸກ ຂອງສັງຄົມ”. ການຄົ້ນຄວ້າປະກອບຄໍາເຫັນ ຕໍ່ກອງປະຊຸມ ຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງ ກົມການເມືອງສູນກາງພັກ ແລະ ເນື້ອໃນຕົ້ນຕໍ ຂອງກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກທຸກຂັ້ນ ກໍຄືພະນັກງານ, ສະມາຊິກພັກແຕ່ລະສະຫາຍ ຕໍ່ການ ເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນ ປ່ຽນເຂົ້າສູ່ຄຸນນະພາບໃໝ່.

SA Game
ປະເທດລາວ Pathedlao

ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າປະກອບຄວາມຄິດຄວາມເຫັນ ຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ ສ່ອງແສງໃຫ້ເຫັນຄວາມເປັນຈິງ ຂອງສະພາບວຽກງານການເມືອງ-ແນວຄິດ ທີ່ພວກເຮົາໄດ້ປະຕິບັດຜ່ານມາ, ລວມທັງບັນຫາຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີຄວາມຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການ ທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ບົນຈິດໃຈບຸກທະລຸທາງດ້ານຈິນຕະນາການ ໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.