ກວດກາຜົນເສຍຫາຍຈາກໄພທໍາມະຊາດ (ນໍ້າຖ້ວມ) ຢູ່ເມືອງ ຜາອຸດົມ 

SA Game

ໜັງ​ສື​ພິ​ມ​​ແຂວງບໍ່​ແກ້ວ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງກວດກາຜົນເສຍຫາຍຈາກໄພທໍາມະຊາດຢູ່ເມືອງ ຜາອຸດົມ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າການຫົວໜ້າກົມເສນາທິການກອງທັບ ຮອງປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ທ່ານ ພົນຕີ ຈັນທອງ ສອນຕະອາດ  ພ້ອມດ້ວຍການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ໃນວັນທີ 16 ມິຖຸນາ 2021 ຜ່ານ​ມານີ້ ໄດ້ລົງເຄື່ອນໄຫວກວດກາຜົນເສຍຫາຍຈາກໄພທໍາມະຊາດ (ນໍ້າຖ້ວມ) ຢູ່ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

ໂດຍການຕ້ອນຮັບ ຂອງທ່ານ ເຈົ້າເມືອງໆ ຜາອຸດົມ ແລະ ຄະນະພັກຄະນະບັນຊາກອງພັນໃຫຍ່ 302 ພ້ອມດ້ວຍຄະນະ. ທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຜາອຸດົມ

ໄດ້ລາຍງານສະພາບການໄພພິບັດທໍາມະຊາດ (ນໍ້າຖ້ວມ) ຢູ່ເມືອງ ຜາອຸດົມ ໃນຄັ້ງວັນທີ 13 ຫາ 14 ມິຖຸນາ ທີຜ່ານມານີ້. ທົ່ວເມືອງມີບ້ານທີໄດ້ຮັບຜົນກະທົບທັງໝົດ 15 ບ້ານ, ມີ 149 ຄອບຄົວ.

SA Game
ໜັງ​ສື​ພິ​ມ​​ແຂວງບໍ່​ແກ້ວ

ມູນຄ່າເສຍຫາຍທັງໝົດປະມານ 685.220.000 ກວ່າກີບ. ໃນນີ້ ເນື້ອທີທຳການຜະລິດ ແລະ ຮົ້ວໄຮ່ນາສ່ວນຂອງປະຊາຊົນຖືກເສຍຫາຍ ຈໍານວນ 07 ບ້ານ ແລະ ບ້ານ-ເຮືອນຂອງປະຊາຊົນທີ່ເສຍຫາຍໜັກ ຈໍານວນ 08 ບ້ານ, ມີສັດລ້ຽງ 234 ໂຕ, ໜອງປາ 14 ໜອງ, ລົດຈັກ 06 ຄັນ, ເຄື່ອງໃຊ້ໄຟຟ້າ 10 ເຄື່ອງ, ເສັ້ນທາງ ແລະ ຂົວຖືກເຊາະເຈື່ອນ 08 ຈຸດ ແລະ ຕາຂ່າຍໄຟຟ້າ 01 ຈຸດ.

ພ້ອມນີ້ ທ່ານ ຍັງໄດ້ໃຫ້ຮູ້ອີກວ່າ ເພື່ອເປັນການບັນເທົາທຸກຊ່ວຍເຫຼືອໃນເບື້ອງຕົ້ນ ຄະນະພັກອໍານາດການປົກຄອງເມືອງ-ຄະນະພັກຮາກຖານໄດ້ລົງຕິດຕາມກວດກາສົມທົບກັບພາກສ່ວນທີກ່ຽວຂ້ອງ ແລະ ນໍາກໍາລັງ ປກຊ-ປກສ, ກອງພັນໃຫຍ່ 302 ທັງໝົດຈໍານວນ 75 ສະຫາຍ ລົງຊ່ວຍເຫຼືອປະຊາຊົນຢ່າງທັນການ ເພື່ອເກັບກູ້ ແລະ ຍົກຍ້າຍເຄື່ອງຂອງທີ່ຖືກອຸທົບກະໄພ ໄວ້ບ່ອນທີປອດໄພ.

ດ້ວຍຄວາມເປັນຫວ່ງ ເປັນໃຍ ຈາກຄະນະພັກຂັ້ນເທິງ ແລະ ເພື່ອເປັນການຊູກຍູ້ຊ່ວຍເຫຼືອ ບັນເທົາທຸກໃນເບື້ອງຕົ້ນ ໂອກາດ ທີ່ລົງຕິດຕາມກວດກາຜົນເສຍຫາຍຈາກໄພທໍາມະຊາດ (ນໍ້າຖ້ວມ) ໃນຄັ້ງນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າການຫົວໜ້າກົມເສນາທິການກອງທັບ ຮອງປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 10.000.000 ກີບ, ໃຫ້ກັບຄະນະຮັບຜິດຊອບໄພພິບັດຂັ້ນເມືອງ.

SA Game
ໜັງ​ສື​ພິ​ມ​​ແຂວງບໍ່​ແກ້ວ

ຈ່ຳ​ນວນ​ເງິນ​ເຫລົ່າ​ນັ້ນ ເພື່ອໝູນໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ ເຊິງຮັບໂດຍ ທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຜາອຸດົມ ພ້ອມທັງຊີ້ນໍາໃຫ້ການນໍາຂອງເມືອງ ຈົ່ງສືບຕໍ່ໃຫ້ກໍາລັງໃຈຕໍ່ກັບຜູ້ທີ່ມີປະສົບໄພທໍາມະຊາດໃນຄັ້ງນີ້ ພ້ອມທັງແນະນໍາໃຫ້ປະຊາຊົນຈົ່ງມີສະຕິໃນການດໍາລົງຊີວິດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ມີຄວາມປອດໄພ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ບໍ່​ແກ້ວ.