ສະຖິຕິການຂຶ້ນບັນຊີຄົວເຮືອນ ແລະ ຜົນການສຳຫຼວດທົ່ວປະເທດ ຄັ້ງທີ III

ພາບ: ພູວຽງຄຳ
ຜົນການສຳຫຼວດເສດຖະກິດທົ່ວປະເທດ ແລະ ການຂື້ນບັນຊີຄົວເຮືອນ ຄັ້ງທີ III.
ໃນວັນທີ 22 ຕຸລານີ້ ສູນສະຖິຕິແຫ່ງຊາດໄດ້ ຈັດກອງປະຊຸມຄະນະຊີ້ນໍາ ຜ່ານຜົນເບື້ອງຕົ້ນການຂຶ້ນບັນ ຊີຄົວເຮືອນ ແລະ ຜົນການ ສຳຫຼວດເສດຖະກິດທົ່ວປະ ເທດ ຄັ້ງທີ III ຂຶ້ນ ທີ່ກະຊວງການ ເງິນ ໂດຍການເປັນປະທານ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຊຶ່ງມີຄະນະຊີ້ນຳສອງການສຳຫຼວດ ແລະ ຫ້ອງການສອງການສຳຫຼວດເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານຜົນການຂຶ້ນບັນຊີຄົວເຮືອນ ແລະ ເຜີຍແຜ່ຜົນການວິໄຈການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ຊຶ່ງຂໍ້ມູນດັ່ງກ່າວແມ່ນມີຄວາມສຳຄັນໃນການສະໜອງຂໍ້ມູນສະຖິຕິທາງການ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ກໍຄືການກະກຽມແຜນການພັດທະນາເສດຖະກິດ - ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການປະເມີນປະເທດຂອງເຮົາໃນການຫຼຸດພົ້ນປະເທດທີ່ດ້ອຍພັດທະນາ (LDC).

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການປັບປຸງຄຸນນະພາບ ຂອງຂໍ້ມູນສະຖິຕິໃຫ້ຫຍັບເຂົ້າສູ່ມາດຕະຖານ ຂອງສາກົນໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນໃນການເຊື່ອມໂຍງຂໍ້ມູນສະຖິຕິທັງພາຍໃນ ແລະ ຕ່າງປະເທດ.
ການຈັດຕັ້ງປະຕິບັດການສຳຫຼວດເສດຖະກິດທົົ່ວປະເທດຄັ້ງທີ III ຖ້າອີງຕາມແຜນເບືີ້ອງຕົ້ນ ແມ່ນເຮົາຈະຈັດຕັ້ງປະຕິບັດການສຳຫຼວດພາກສະໜາມໃຫ້ສໍາເລັດໃນໄລຍະເດືອນ 3-4/2020 ແຕ່ເນືີ່ອງຈາກສະພາບການແຜ່ລະບາດຂອງພະຍາດປອດອັກເສບ (COVID-19) ທີ່ໄດ້ແຜ່ລະບາດໃນທົົ່ວໂລກເຮັດໃຫ້ການຈັດຕັ້ງປະຕິບັດການສໍາຫຼວດພາກສະໜາມແມ່ນໄດ້ໂຈະການສໍາຫຼວດຊົົ່ວຄາວ, ມາຮອດ ກາງເດືອນກັນຍາ 2020 ຈຶ່ງໄດ້ສືບຕໍໍ່ການສໍາຫຼວດ.
ມາຮອດປັດຈຸບັນນີີ້ການວິໄຈ ຜົນການສໍາຫຼວດເສດຖະກິດທົົ່ວປະເທດຄັ້ງທີ III ແມ່ນສໍາເລັດໂດຍພື້ນຖານ ສະເພາະການສໍາຫຼວດສະຖິຕິິກະສິກໍາ ແມ່ນກໍາລັງຢູ່ໃນຂັ້ນຕອນຂຸ້ນຂ້ຽວ ກະກຽມການສໍາຫຼວດ ພາກສະໜາມ ຊຶ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດ ໃນກາງເດືອນພະຈິກ ເຖິງເດືອນທັນວາ ຈະມາເຖິງນີ້.
ປັດຈຸບັນພັກກໍຄືລັດຖະບານພວມສຸມໃສ່ຈັດຕັ້ງປະຕິບັດໄລຍະສຸດທ້າຍຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII (2016-2020).
ຂໍໍ້ມູນການສໍາຫຼວດເສດຖະກິດທົົ່ວປະເທດ ຄັ້ງທີ III ນີີ້ ຈຶ່ງມີຄວາມສໍາຄັນຕໍໍ່ ການປະເມີນຜົນສໍາເລັດໃນ ການຈັດຕັ້ງປະຕິບັດມະຕິ ແລະ ແຜນພັດທະນາດັ່ງກ່າວ ທັງເປັນພືີ້ນຖານໃຫ້ແກ່ການວາງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືການວາງແຜນພັດທະນາເສດຖະກິດສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ພ້ອມນີີ້ຂໍໍ້ມູນຈາກການສໍາຫຼວດັ່ງກ່າວຈະ ປະກອບສ່ວນອັນໃຫ່ຍຫຼວງເຂົ້າໃນການຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຊຶ່ງລັດຖະບານ ມີພັນທະໄດ້ລາຍງານຕໍໍ່ສາກົນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: pasaxon.org.la
(ຂ່າວ-ພາບ: ພູວຽງຄຳ)