​ປີ2030 ປະ​ຊາ​ກອນ​ລາວ​ຈະ​ເພີ່ມ​ຂື້ນ​ຮອດ 8.1 ລ້ານ​ຄົນ

SA Game

ພ​າບ: pixabay.com

ລາວມີ​ແນວ​ໂນ້ມຈະມີປະຊາກອນເພີ່ມຂຶ້ນເຖິງ 8,1 ລ້ານຄົນໃນປີ 2030.

ຈາກ​ການຖືພາຂອງໄວໜຸ່ມ, ການແຕ່ງງານໄວ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງ​ໄວ​ໜຸ່ມ​ລາວ​ປະ​ຈະ​ບັນ​ນີ້​ເຫັນ​ວ່າ​ມີ​ແນວ​ໂນ້ມ​ຈະ​ເຮັດ​ໃຫ້​ປະ​ຊາ​ກອນ​ລາວ​ເພີ່ມ​ຂື້ນ​ຫລາຍ​ໂດຍ​ໄດ້​ມີ​ການ​ຄົ້ນ​ຄ້​ວາ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ຫລາຍໆ​ທ່ານ.

ຈາກ​ໜັງ​ສື​ພິມ​ລາວ​ພັດ​ທະ​ນາ​ໄດ້​ໃຫ້​ຮູ້​ວ່າ ນັກຄົ້ນຄວ້າຫລາຍກວ່າ 170 ຄົນທີ່ມາຈາກຫລາຍພາກສ່ວນ ທັງອົງການຈັດຕັ້ງລັດ ແລະ ສາກົນ ໄດ້ເຂົ້າຮ່ວມໃນກອງປະຊຸມ ວ່າດ້ວຍການຄົ້ນຄວ້າກ່ຽວກັບໄວໜຸ່ມຄັ້ງທີ 5 ພາຍໃຕ້ຫົວຂໍ້: “ສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ” ແລະ ໄດ້ນຳສະເໜີຂໍ້ມູນຫລັກຖານການຄົ້ນຄວ້າກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ເພື່ອເປັນການປະກອບສ່ວນໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໂດຍສະເພາະກ່ຽວກັບການຖືພາຂອງໄວໜຸ່ມ, ການແຕ່ງງານໄວ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂພຊະນາການ, ນິໄສໃນການກິນ ແລະ ພຶດຕິກຳທີ່ສ່ຽງເຊັ່ນ: ການດື່ມເຫລົ້າ.

SA Game
ພ​າບ: pixabay.com

ທ່ານ ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ພວກເຮົາມຸ່ງໝັ້ນທີ່ຈະສົ່ງເສີມສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ແລະ ຊາວໜຸ່ມ ໂດຍສະເພາະແມ່ນໄວໜຸ່ມເພດຍິງໃຫ້ຫັນປ່ຽນໄວໜຸ່ມທັງຫລາຍສຸມໃສ່ໃນອັດຕາການເຕີບໂຕຂອງເສດຖະກິດທີ່ເລັ່ງຕົວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການແລກປ່ຽນຫລັກຖານຄົ້ນຄວ້າ, ການສ້າງຄູ່ຮ່ວມງານ ແລະ ການແລກປ່ຽນທາງວິທະຍາສາດ ຖືວ່າເປັນປັດໄຈສຳຄັນສຳລັບພວກເຮົາ.

ທຸກຄວາມພະຍາຍາມຂອງພວກເຮົາແມ່ນແນໃສ່ການຮັບປະກັນວ່າໄວໜຸ່ມທຸກຄົນເຊັ່ນ: ນາງນ້ອຍ ທີ່ເປັນຕົວແທນໃຫ້ແກ່ເດັກຍິງ ຈະສາມາດບັນລຸຄວາມສາມາດທີ່ບົ່ມຊ້ອນຂອງພວກເຂົາພາຍໃນປີ 2030.

ລາວມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດຂອງລາວຢູ່ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ. ຮູບແບບການປ່ຽນແປງຂອງໂຄງສ້າງຂອງປີລາມິດປະຊາກອນຈະມີການປ່ຽນແປງໃນທົດສະວັດນີ້, ປະຊາກອນໃນໄວເຮັດວຽກຈະເພີ່ມຂຶ້ນຈາກ 64% ໃນປີ 2020 ມາເປັນ 69% ໃນປີ 2030. ປະເທດລາວກຳລັງຢູ່ໃນລະຫວ່າງການຕິດຕາມທີ່ຈະມີກຸ່ມແຮງງານໃຫຍ່ທີ່ສຸດ ແລະ ຈະມີຜູ້ເພິ່ງພາແມ່ນໜ້ອຍລົງ.

ຫລັກຖານຄົ້ນຄວ້າສາມາດກຳນົດໄດ້ວ່າ ພາຍໃນຊັບພະຍາກອນມະນຸດໄວໜຸ່ມລາວແມ່ນໄດ້ມີການລົງທຶນທີ່ເພີ່ມຂຶ້ນ. ການລົງທຶນໃສ່ໄວໜຸ່ມ ໂດຍການໃຫ້ພວກເຂົາໄດ້ເຂົ້າເຖິງການເບິ່ງແຍງສຸຂະພາບ ແລະ ການສຶກສາທີ່ມີຄຸນນະພາບ ໂດຍສະເພາະທັກສະໃນສະຕະວັດທີ 21 ແມ່ນສິ່ງທີ່ຈຳເປັນສຳລັບແຮງງານລຸ້ນຕໍ່ໄປໃຫ້ມີປະສິດທິພາບ.

ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າ ອົງການ UNFPA ກ່າວວ່າ: ແຕ່ລະປີຈົນຮອດປີ 2030 ຫລາຍກວ່າ 80.000 ແຮງງານໃໝ່ຈະເຂົ້າມາເຮັດວຽກ. ແຮງງານໃໝ່ເຫລົ່ານີ້ແມ່ນໄວໜຸ່ມໃນປັດຈຸບັນ, ເຄິ່ງໜຶ່ງຂອງພວກເຂົາແມ່ນເພດຍິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com