ປີ 2022 ຕ້ອງການງົບ 15ຕື້ກີບໃນການພັດທະນາພື້ນຖານໂຄງລ່າງເມືອງເມິງ

ຂປລ
ເມືອງເມິງ ແຂວງບໍ່ແກ້ວ ຕ້ອງການງົບປະມານ 15 ຕື້ກີບເພື່ອພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ.
ແຂວງບໍ່ແກ້ວຖືວ່າເປັນອີກແຂວງໜຶ່ງທີ່ກ່ຳລັງພັດທະນາຢ່າງວ່ອງໄວ ແລະ ມີເຂດເສດຖະກິດພິເສດສາມຫຼຽມຄຳ, ແຕ່ແນວໃດກໍຕາມບັນດາເມືອງຕ່າງໆກໍຍັງຄົງຕ້ອງການພັດທະນາປັບປຸງພື້ນຖານໂຄງລ່າງໃຫ້ດີຂື້ນ, ແລະ ຕາມລາຍງານຂ່າວຂອງແຂວງບໍ່ແກ້ວໃຫ້ຮູ້ວ່າ ໃນ ປີ 2022 ນີ້ ເມືອງເມິງ ແຂວງບໍ່ແກ້ວ ມີຄວາມຕ້ອງການໂຄງການລົງທຶນຂອງລັດ ມູນຄ່າ 15 ຕື້ກີບ ເພື່ອສຸມໃສ່ ການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ
ເປັນຕົ້ນ ການກໍ່ສ້າງເສັ້ນທາງປູຢາງ ແຕ່ເມືອງເມິງ ຫາ ແຂວງ ແລະ ເມືອງຫາກຸ່ມບ້ານ ເພື່ອເຊື່ອມຕໍ່ໄປ ຫາແຂວງຫລວງນ້ຳທາ ໃຫ້ມີຄວາມສະດວກ ໃນການສັນຈອນໄປມາ ໃນການຂົນສົ່ງສິນຄ້າ ແລະ ການຂະຫຍາຍຕາຂ່າຍໄຟຟ້ານ້ຳປະປາໄປສູ່ບ້ານ
ເພື່ອສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຕິດພັດກັບວຽກງານ 3 ສ້າງ ໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການປູກ-ການລ້ຽງ ຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ.

ໃນຂະນະດຽວກັນ, ເມືອງເມິງ ຕັ້ງເປົ້າຈະສູ້ຊົນຜະລິດເຂົ້ານາປີ ໃຫ້ບັນລຸໃນເນື້ອທີ 1.476 ກວ່າເຮັກຕາ, ສະມັດຕະພາບ 4 ໂຕນ/ເຮັກຕາ, ຜົນຜະລິດໃຫ້ໄດ້ 6.128 ໂຕນ, ນອກນີ້ ຍັງແຜນຜະລິດເຂົ້າໄຮ່ ແລະ ເຂົ້ານາແຊງ ເພື່ອໄວ້ກິນ ແລະ ສົ່ງອອກເປັນສິນຄ້າ ຕິດພັນກັບການເກັບກູ້ຜົນຜະລິດພືດຕ່າງໆໃນເນື້ອທີ 96 ກວ່າເຮັກຕາ ແລະ ສົ່ງເສີມຄອບ ຄົວຕົວແບບການປູກພືດຜັກໃນ 3 ກຸ່ມບ້ານ,
ການຂຸດຄົ້ນເກັບຊື້ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ຂອງຜູ້ປະກອບການໃຫ້ໄດ້ 170 ໂຕນ, ສົ່ງເສີມການຜະລິດພືດເປັນສິນຄ້າໃນເນື້ອທີ 120 ກວ່າເຮັກຕາ, ສ້າງຄອບຄົວຕົວແບບການປູກຊາ ໃຫ້ໄດ້ 5 ຄອບຄົວ ຕິດພັນກັບວຽກລ້ຽງສັດ ແລະ ການປະມົງ ເພື່ອບໍລິໂພກພາຍໃນປະເພດ ຊີ້ນ, ໄຂ່ ແລະ ຊິ້ນສ່ວນສັດຕ່າງໆ
ໂດຍນຳໃຊ້ເຕັກນິກວິທະຍາສາດ ການລ້ຽງຂອງຊາວກະສິກອນຢູ່ພາຍໃນກຸ່ມບ້ານ ໃຫ້ຫັນມາປູກຫຍ້າເພື່ອເປັນອາຫານສັດ ສົ່ງເສີມຄອບຄົວຕົວແບບການລ້ຽງສັດໃນ 4 ກຸ່ມບ້ານທີ່ມີເງື່ອນໄຂ ສະຖານທີເໝາະສົມ, ການປູກໄມ້ໃຫ້ໝາກ, ໄມ້ອຸດສາຫະກໍາ ປະເພດຢາງພາລາ ທີ່ມີຕະຫລາດຮອງຮັບຜົນຜະລິດຂອງປະຊາຊົນ ເພື່ອນໍາມາຂາຍສ້າງລາຍຮັບໃຫ້ແກ່ຄອບຄົວ ທັງເປັນການຍູ້ແຮງການຜະລິດຂອງປະຊາຊົນ ບັນດາເຜົ່າຢູ່ເມືອງເມິງໃຫ້ຫລາຍກາຍເປັນສິນຄ້າ ສ້າງຄວາມຢູ່ດີ ກິນດີ ແລະ ຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ ເພື່ອກ້າວໄປສູ່ການລຶບລ້າງຄວາມທຸກຍາກ.

ເພື່ອເຮັດບັນລຸຄາດໝາຍດັ່ງກ່າວ, ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເປັນເຈົ້າການໃນການຊີ້ນໍາໆພາ ປັບປຸງແບບແຜນ, ວິທີການເຮັດວຽກແບບໃໝ່ໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ, ເຮັດວຽກມີແຜນການ, ໂຄງການດໍາເນີນງານຢ່າງລະອຽດ ຂອງແຕ່ລະຂະແໜງການ ແນໃສ່ຮັບປະກັນເຖິງຜົນສໍາເລັດໄປເທື່ອລະກ່າວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂປລ.