ໜອງຟ້າແຂວງອັດຕະປື ສະຖານສັກສິດກັບປະຫວັດຄວາມເປັນມາ

ພາບ: champapost.com
ປະຫວັດຄວາມເປັນມາຂອງໜອງຟ້າ ສະຖານສັກສິດຂອງ ແຂວງອັດຕະປື.
ແຂວງອັດຕະປື ຂາຍຊ້າງແລກກະບອງ ສາຍຍານີ້ກໍອາດຈະແມ່ນໄດ້ມາຈາກຄວາມອຸດົມສົມບູນກັບສັບໃນດິນສິນໃນນ້ຳ ແລະ ສັດສາວາສິ່ງຕ່າງໆ ອັດຕະປືເອງກໍມີປະຫວັດອັນຍາວນານ ແລະ ຫລາຍໆສະຖານທີ່ບູຮານ ຫລາຍໆເລື່ອງລາວທີ່ກ່າວຂານກັນມາ ລວມທັງມີແຫລ່ງທ່ອງທ່ຽວວັດຖະນະທຳ, ທຳມະຊາດ ແລະ ຄວາມຫລາກຫລາຍຮີດຄອງປະເພນີຂອງຊົນເຜົ່າຕ່າງໆ ທີ່ໜ້າສົນໃຈຫລາຍ.
ໜອງຟ້າ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອັນເນື່ອງມາຈາກຄວາມສວຍງາມນີ້ເອງ ຈຶ່ງເຮັດໃຫ້ຜູ້ຄົນສົນໃຈຕໍ່ແຫຼ່ງທ່ອງທ່ຽວແຫ່ງນີ້ຫຼາຍຂຶ້ນ ໂດຍໜອງຟ້າຈະຢູ່ບໍລິເວນເຂດວັງຕັດ ເມືອງຊານໄຊ, ໜອງຟ້າ ຕັ້ງຢູ່ໃນເຂດປ່າສະຫງວນ ດົງອຳພາມ, ບໍລິເວນທີ່ມີຫົວພູຈຸ້ມເຂົ້າໃສ່ກັນ ຢູ່ລະດັບສູງ 1200-1500 m ທີ່ເຂດເມືອງຊານໄຊ, ເບື້ອງທິດຕາວັນອອກຂອງແຂວງອັດຕະປື.

ໜອງຟ້າ ຄົງເປັນໜອງທີ່ເກີດຈາກ ພູໄຟລະເບີດ ຫຼື ລູກອຸກະບາດຕົກໃສ່ຫຼາຍພັນໆປີຜ່ານມາກ່ອນ ຈົນເກີດເປັນປ່ອງພູເຂົາໄຟຂະຫນາດໃຫຍ່ກາຍມາເປັນໜອງຟ້າໃຫ້ພວກເຮົາເຫັນໃນປະຈຸບັນນີ້.
ໂດຍຊາວບ້ານໃຫ້ຄວາມເຊື່ອຖື ເປັນໜອງທີ່ລຶກລັບ ສັກສິດ ແລະ ມີເລື່ອງລາວ ກ່າວຂານບູຮານກັນວ່າ ມີໄກ່ຜູ້ໂອກປີກຄຳ ເຝົ້າ ແລະ ເປັນເຈົ້າບັນຊາໃຫ້ນໍ້າຂຶ້ນນໍ້າລົງໄດ້ ແລະ ໃນຍາມກາງຄືນຈະມີແສງໄຟທີ່ສົ່ງແສງຂຶ້ນມາຈາກພື້ນນໍ້າໃນຍາມວັນສິນ, ມີນໍ້າປູນສີຂາວຂຶ້ນມາໜ້ານໍ້າ ແຕ່ພິເສດໄປກວ່ານັ້ນໃນຫນອງແຫ່ງນີ້ມີພຽງແຕ່ປາຄໍ່ກັ້ງຊະນິດດຽວເທົ່ານັ້ນ, ເຊິ່ງນໍ້າໃນໜອງຈະເປັນສີຂຽວໃສ ຄືນໍ້າທະເລ ຈະໃສຕະຫຼອດປີ.

ໜອງກວ້າງປະມານ 1 Km (ສ່ວນຄວາມເລິກຍັງບໍ່ທັນຮູ້ເທື່ອ) ໄດ້ມີນັກສຳຫຼວດຂີ່ເຄື່ອງບິນໃຊ້ເຄື່ອງແທກຢ່ອນລົງເພື່ອວັດແທກຫາຄວາມເລິກຂອງໜອງດັ່ງກ່າວ ແຕ່ກໍບໍ່ສາມາດແທກໄດ້ ເພາະມີຄວາມເລິກທີ່ສຸດ ເປັນສິ່ງທີ່ໜ້າອັດສະຈັນທີ່ສຸດເລີຍ.
ແຕ່ຖ້າຫາກທ່ານໃດສົນໃຈຢາກໄປສຶກສາຕົວຈິງກໍ່ສາມາດໄປຊົມໄດ້ດ້ວຍຕົວເອງເລີຍ ການໄປ ສາມາດໄປເຖິງໄດ້ສະດວກໃນຍາມແລ້ງ ຈາກເທດສະບານຕົວເມືອງສາມັກຄີໄຊ ໄປປະມານ 178 Km ຂີ່ລົດຕາມເສັ້ນທາງ 18B ອັດຕະປື-ດ່ານສາກົນພູເກືອ ທາງຢາງຈະມີປ້າຍຊີ້ບອກ ແລ້ວແວ່ເຂົ້າເບື້ອງຊ້າຍມື ທີ່ 52 Km ຫຼື ຮອດຫຼັກ 100 km ທີ່ບ້ານສອງຄອນ ກໍ່ໄດ້ ແຕ່ເສັ້ນທາງເຂົ້າໂຕນີ້ຈະໄກກວ່າ ທາງເຂົ້າຈະເປັນເສັ້ນທາງດິນແດງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: www.champapost.com