ໄມ້ຈັນຫອມ ຕົ້ນໄມ້ມຸງຄຸນຄວາມເຊື່ອ ແລະ ວັດທະນະທຳຂອງລາວ

ພາບ: Art and Culture of Laos
ຕົ້ນໄມ້ມຸງຄຸນ ໄມ້ຈັນຫອມ ກັບຄວາມເຊື່ອຂອງວັດທະນະທຳລາວ.
ໃນຂົງເຂດປະເທດຕາເວັນອອກສ່ຽງໃຕ້ ຫລື ຄົນໃນປະເທດໃນຊົມພູທະວີນີ້ລ້ວນແລ້ແຕ່ມີວັດທະນາທຳ ສາດສະໜາທີ່ຄ້າຍຄື ຫລື ມີກົກເຄົ້າມາຈາກບ່ອນດຽວກັນເລີຍກໍ່ວ່າໄດ້ ແລະ ໄມ້ຈັນຫອມກໍ່ຖືວ່າເປັນຕົ້ນໄມ້ມຸງຄຸນ ທີດີງາມ ຂອງປະເທດລາວເຮົາ ແລະ ກໍ່ເຊັ່ນດຽວກັນກັບປະເທດອື່ນໃນເຂດດຽວກັນ ເຊັ່ນ: ປະເທດພະມ້າ, ປະເທດໄທ ແລະ ປະເທດກຳປູເຈຍ…
ສ່ວນຄົນລາວເຮົານັ້ນຖືເປັນຕົ້ນໄມ້ມຸງຄຸນ ທີກ່ຽວຂ້ອງກັບພຸທທະປະຫວັດຂອງພຣະສັມມາສັມພຸທທະເຈົ້າ ກໍ່ຄືຕອນມີພຣະຣາຊພິທີມຸງຄຸນ ຖວາຍພຣະນາມຂອງເຈົ້າຊາຍສິດທັດຖະ ກໍ່ມີເຄື່ອງຫອມປະກອບມີໄມ້ຈັນຫອມໃນພິທີນັ້ນດ້ວຍ ແລະຕອນທີ ພຣະສັມມາສັມພຸທທະເຈົ້າຊົງດັບຂັນປະຣິນິພານ ແລະໃນພິທີຖວາຍພຣະເພິງ ກໍ່ມີໄມ້ຈັນຫ້ອມເປັນໄມ້ທີເຜົາພຣະສັມມາສັມພຸທທະເຈົ້າ ຄວາມເປັນມາຄວາມເຄົາຣົບນັບຖືສິ່ງສູງສຸດ ທີ່ຕ້ອງມີສິ່ງທີເປັນມຸງຄຸນກ່ຽວກັບໄມ້ຈັນຫອມ ຈຶ່ງສຶບທອດມາສູ່ຄວາມເຊື່ອແລະວັດທະນະທັມລາວເຮົາ.

ໄມ້ຈັນຫອມ ຍັງເປັນໄມ້ທີຫອມ ແຕ່ຖ້າຕົ້ນທີຕາຍ ( ຢືນຕົ້ນຕາຍ ຈຶ່ງຈະມີຄວາມຫອມເປັນທີສຸດ ) ຄວາມເຊື່ອນີ້ ຄົງຈະປຽບເຫມືອນບຸກຄົນ ໃຜຜູ້ຫນຶ່ງ ຕອນທີຍັງມີຊີວິດກໍ່ເຮັດສິ່ງທີເປັນປະໂຫຍດ ແກ່ສັງຄົມ ແລະປະເທດຊາດບ້ານເມືອງ ເມື່ອຫມົດອາຍຸໄຂໄປແລ້ວ ກຽດປະຫວັດແລະຊື່ສຽງຍຶ່ງໂດ່ງດັງກະຈອນກະຈາຍໄປທົ່ວສາລະທິດ ປຽບດັ່ງຕົ້ນຈັນທີຕາຍແລ້ວຍັງຈະມີກິ່ນຫອມຫວນໃຫ້ຜູ້ຄົນຣະນຶກເຖິງ ດັ່ງນີ້ແລ.
ສະນັ້ນ ຄວາມເຊື່ອຂອງໄມ້ຈັນຫອມ ຈຶ່ງນິຍົມໄປເປັນເຄື່ອງຍ້ອງຍໍສັນລະເສີນສູງສຸດຂອງຄົນໃນສະໄຫມກ່ອນ ຈະນຳໄປເຮັດເປັນໂກດ ເປັນໂລງ ເປັນຟືນ ເປັນໄມ້ຖວາຍເພິງ ແລະເປັນເຄື່ອງປະກອບໃນພິທີກັມຕ່າງໆ ໃຫ້ແກ່ຜູ້ທີເຄົາຣົບສູງສຸດ ເຊັ່ນພຣະສົງ ກະສັດ ເຈົ້ານາຍ ແລະຜູ້ທີມີຄຸນງາມຄວາມດີທັງຫລາຍ…
ການສ້າງເມືອງວຽງຈັນ ການຕັ້ງເມືອງວຽງຈັນໃນສະໄຫມບູຮານນັ້ນ ເພິ່ນກໍ່ໄດ້ເອົາໄມ້ຈັນຫອມ ມາປັກເປັນເສົາເຂດແດນຂອງເມືອງວຽງຈັນ ນອກນັ້ນຍັງເປັນຊື່ທີມີຄວາມຫມາຍທີເປັນມຸງຄຸນ ເປັນ ເຊັ່ນ : ມີຊື່ດອນຈັນ , ພຣະຍາຈັນທະບູຣີປະສິດທິສັກ ( ຈັນທະບູຣີອ່ວຍລ່ວຍ) ເຈົ້າເມືອງວຽງຈັນຜູ້ທຳອິດ , ຫນອງຈັນ , ວັດຈັນ…ແລະເມືອງວຽງຈັນ ແລະເມືອງວຽງຈັນໃນສະໄຫມກ່ອນນັ້ນຍັງມີຕົ້ນຈັນຫອມເກີດຂຶ້ນຢ່າງຫລວງຫລາຍຈົນເປັນປ່າເປັນດົງໄມ້ຈັນ ທົ່ວບໍລິເວນແຫ່ງນີ້ ແລະໄມ້ຈັນຫອມນັບແຕ່ມີການເຮັດພິທີສ້າງເມືອງວຽງຈັນຂຶ້ນມາ ໃນສະໄຫມພຣະເຈົ້າໂພທິສະຣະຣາຊ ( ພໍ່ຂອງເຈົ້າໄຊຍະເສດຖາທິຣາຊ ) ເພື່ນກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງວຽງຈັນໃນຕອນນັ້ນ ແລະເມື່ອປີ ຄສ 2012 ເພິ່ນໄດ້ສ້າງຫໍຫລັກເມືອງວຽງຈັນໃຫມ່ ກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງ ເພື່ອເປັນສັນຍາລັກ ເປັນສິຣິມຸງຄຸນໃຫ້ແກ່ບ້ານເມືອງໃຫ້ຈະເຣິນຮຸ່ງເຮືອງ ຫອມຟູ້ງເມືອງຫນ້າຕະຫລອດໄປ ….

ຄຸນປະໂຫຍດຂອງໄມ້ຈັນຫອມ ເຊິ່ງເປັນໄມ້ທີມີກິ່ນຫອມ ຖ້າເປັນຕົ້ນທີຢືນຕົ້ນຕາຍແລ້ວ ກິ່ນຈະຫອມຫລາຍທີສຸດ ຄົນສະໄຫມກ່ອນຈະມັກນຳມາເຮັດຫີບເກັບ ເສື້ອຜ້າອາພອນ , ເຄື່ອງແກະສະຫລັກ ນຳມາເຮັດທູບ , ເຄື່ອງຫອມ ເຮັດຫວີ… ໄມ້ຈັນຫອມຍັງມີຄຸນປະໂຫຍດເປັນຢາຮັກສາໂຣຄພະຍາດອີກນຳ ເຊັ່ນແກ້ເປັນໄຂ້ ,ເລືອດເປັນຜິດ ,ອ່ອນເພຍ ບຳລຸງຫົວໃຈ… ສ່ວນນ້ຳມັນທີສະກັດຈາກຕົ້ນຈັນຫອມ ຍັງນຳໄປໃຊ້ເປັນເຄື່ອງຫອມ ເຄື່ອງສຳອາງ ແລະຍາຮັກສາໂຣຄຕ່າງໆອີກນຳດ້ວຍ .
ເພາະໃນໄລຍະນີ້ໄດ້ມີພິທີເຮັດຫິບເພື່ອບັນຈຸສະຣິຣະສັງຂານ ດ້ວຍໄມ້ຈັນຫອມ ໃຫ້ແກ່ອົງຍອດພຣະແກ້ວມະຫາສັງຄະສຸທັມມາທິບໍດີ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ຣັດຕະນະມະຫາສັງຄະປາໂມຄ ທີຈະຖວາຍພຣະເພິງໃນວັນທີ 26/06/2020 ຈຶ່ງມີຜູ້ຄົນໃຫ້ຄົນສົນໃຈ ທີກ່ຽວຂ້ອງກັບໄມ້ຈັນຫອມເລີຍນຳມາເລົ່າໃຫ້ຮູ້ເພື່ອເປັນວິທະຍາທານປະກອບສ່ວນໃນການຊາປະນະກິດພຣະສົບ ຂອງອົງພຣະປະມຸກສົງໃນຄັ້ງນີ້ດ້ວຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: Art and Culture of Laos