ໃສ ແລະ ໄສ ຄຳທີ່ອອກສຽງ ແລະ ການສະກົດຄຳທີ່ຄ້າຍຄືກັນ.

DooDiDo
ຄຳວ່າ ໃສ ແລະ ໄສ ຄວາມໝາຍຂອງມັນແຕກຕ່າງກັນແນວໃດ?
ໃນພາສາລາວມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະເຂດ, ແຂວງ ແລະ ແຕ່ລະພາກຂອງປະເທດລາວ ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.
ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ໃສ ແລະ ໄສ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ສອງຄໍານີ້ຜິດ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍອ້າງອີງໃສ່ຂໍ້ມູນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:

ຄຳວ່າ ໃສ.
ສາມາດໃຊ້ເປັນທັງຄໍາແທນນາມ ແລະ ຄໍາຄຸນນາມ ເຊິ່ງມີຄວາໝາຍແຕກຕ່າງກັນອອກໄປເຊັ່ນ:
ໃສ (ຄໍາແທນນາມ, ໃຊ້ເປັນຄໍາຖາມ) ເຊັ່ນ: ທີ່ໃດ, ບ່ອນໃດ, ຢູ່ໃສ
ຕົວຢ່າງ:
ຢູ່ໃສແລ້ວສະບາຍໃຈກໍ່ຈົງຢູ່ບ່ອນນັ້ນເທີ້ນ.
ພັກແລ້ງປີນີ້ເຈົ້າວາງແຜນໄປທ່ຽວໃສ?
ໃສ (ຄໍາຄຸນນາມ) ໝາຍເຖິງ ສະຫວ່າງ, ຮຸ່ງເຮືອງ, ບໍ່ຂຸ່ນ, ແຈ້ງ.
ຕົວຢ່າງ:
ຟ້າຫຼັງຝົນຍ່ອມສົດໃສສະເໝີ.
ຖ້າຢາກໃຫ້ແວ່ນໜ້າລົດໃສ ຕ້ອງໃຊ້ນໍ້າຢາເຊັດແວ່ນຍີ່ຫໍ້ນີ້.
ຄຳວ່າ ໄສ.
ເປັນຄໍາກໍາມະ ມີຄວາມໝາຍວ່າ ໄລ່ໜີ, ສົ່ງໄປ, ໄລ່ໄປ ເຊັ່ນວ່າ: ຜັກໄສ ໄລ່ສົ່ງ, ນອກຈາກນັ້ນຍັງມີຄວາມໝາຍວ່າຍູ້ໄປ, ໄຖໄປທາງໜ້າ.
ຕົວຢ່າງ:
ເມືື່ອພໍ່ເສຍລາວກໍ່ຖືກແມ່ລ້ຽງຜັກໄສໄລ່ສົ່ງໃຫ້ອອກຈາກເຮືອນຫຼັງນີ້.
ການໄຖນາຕ້ອງໄສຄາດໄປທາງໜ້າ.
ນອກນີ້, ຖ້າເອົາຄໍວ່າ ໄສ ໄປປະສົມກັບຄໍາອື່ນກໍ່ຈະມີຄວາມໝາຍທີ່ແຕກຕ່າງອອກໄປ ເຊັ່ນ:
ໄສຍະສາດ ໝາຍເຖິງ ຄໍາພີ ຫຼືວິຊາອາຄົມ ມົນຄະຖາຂອງຄົນບູຮານ
ໄສຍາ ໝາຍເຖິງ ນອນ
ໄສຍາດ ໝາຍເຖິງ ບ່ອນນອນ
ໄສກົບ ໝາຍເຖິງ ເອົາເຫຼັກມີຄົມ ທີ່ເອີ້ນວ່າ ເຫຼັກກົບໄສໄມ້ໃຫ້ກ້ຽງ.
ສະຫຼຸບ.
ສອງຄໍາດັ່ງກ່າວມີຄວາມໝາຍຕ່າງກັນ ຄໍາວ່າ ໃສ ໝາຍເຖິງ ສະຫວ່າງ ແຈ້ງ ແລະ ໃຊ້ເປັນຄໍາຖາມ ຖາມຫາສະຖານທີ່ສ່ວນໃດສ່ວນໜຶ່ງ, ສ່ວນຄໍາວ່າ ໄສ ໝາຍເຖິງ ໄລ່ໜີ, ສົ່ງໄປ, ໄລ່ໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo