ໂຄວິດເປັນເຫດ! ລາວກູ້ເງິນທະນາຄານໂລກ 40 ລ້ານໂດລາແກ້ໄຂ SMEs.

ພາບ: ກະຊວງການເງິນ.
ສປປ ລາວ ແກ້ໄຂວິກິດ SMEs ເຊັນສັນຍາກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ເພື່ອຂັບເຄືອນຂອງ SMEs.
ຫລັງຈາກບັນດາ SME ໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ-19, ແລະ ຍັງບໍ່ສາມາດຟື້ນຕົວໄດ້, ຫລາຍໆທຸລະກິດກໍໄດ້ລົ້ມລະລາຍໄປເນືອງຈາກບໍ່ມີລາຍຮັບ ແລະ ທືນໃນການບໍລິຫານຕໍ່ກໍລົດນ້ອຍຖ່ອຍລົງເລື້ອຍໆ ແລະ ຫາກວ່າສະພາບການເປັນແບບນີ້ຕໍ່ໄປຈະຍັງມີອີກຫລາຍໆຂະແໜງການຜູ້ປະກອບການຈະທະຍອຍປິດກິດຈະການໄປ.
ສະນັ້ນເພື່ອເປັນການ ສະໜອງທຶນໃຫ້ດ້ານສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ.
ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ.

ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ເຊິ່ງການສະໜັບສະໜູນທຶນດັ່ງກ່າວ.
ເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍແລະ ກາງຂອງ ສປປ ລາວ ໂດຍສະເພາະຜູ້ປະກອບທຸລະກິດໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ, ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍ ອັນມີຜົນກະທົບມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນຮູບແບບການສະໜອງສິນເຊື່ອສຳລັບ MSMEs.
ການສະໜອງທຶນດັ່ງກ່າວ ຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະ ການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດທີ່ສັບສົນ.
ໂຄງການໃໝ່ນີ້ ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍ ກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ. ພ້ອມນີ້, ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການ ເພື່ອສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້.
ນອກຈາກນີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆ ທີ່ເຂົ້າຮ່ວມໂຄງການ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ການຊວງການເງິນ.