ໃກ້ຈະສຳເລັດແລ້ວໃນໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວທີ່ກ່ຳລັງມີການດຳເນີນການກໍ່ສ້າງຢູ່.
ຖືວ່າໃກ້ເຂົ້າມາເລື້ອຍໆສຳລັບໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິງປະຈຸບັນໄດ້ມີຄືບໜ້າ ປະມານ 75% ແລ້ວ, ພາຍຫຼັງສຳເລັດການກໍ່ສ້າງຕ່າງໆແລ້ວ ຕາມແຜນຄາດວ່າຈະເປີດໃຫ້ບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022 ນີ້.
ທ່ານ ຫົງຄຳ ອຸດົມຈິດ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນ ບໍ່ແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອວັນທີ 29 ເມສາ ຜ່ານມາ ທີ່ເມືອງຕົນເຜິ້ງ ແຂວງບໍ່ແກ້ວ ວ່າ: ຕາມແຜນແລ້ວໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ຈະໃຫ້ສຳເລັດພາຍໃນ 18 ເດືອນ ແຕ່ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການມີຄວາມລ້າຊ້າ; ໂຄງການໄດ້ລົງມືກໍ່ສ້າງມາແຕ່ວັນທີ 20 ກັນຍາ 2020
ມາຮອດປັດຈຸບັນ ໜ້າວຽກຫຼັກກໍໄດ້ມີການດຳເນີນການກໍ່ສ້າງໄປຫຼາຍສົມຄວນ ໂດຍໜ້າວຽກຫຼັກກໍຄື ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ (taxi way) ແລະ ລານຈອດ (Apron) ໄດ້ສຳເລັດໄປແລ້ວ, ພ້ອມນີ້ຍັງດຳເນີນການແຕ້ມເສັ້ນຈຳນວນໜຶ່ງ ໄດ້ 80% ແລ້ວ, ສຳລັບວຽກສຳຄັນທີ່ຕ້ອງໄດ້ເຮັດ ກໍຄືການກໍ່ສ້າງຕຶກອາຄານຕ່າງໆ ເປັນຕົ້ນແມ່ນອາຄານຜູ້ໂດຍສານ, ອາຄານເຕັກນິກຕ່າງໆ ແລະ ອາຄານຫໍຄອຍ
ໜັງສືພິມປະຊາຊົນ.
ປັດຈຸບັນແມ່ນກຳລັງເລັ່ງດຳເນີນການກໍ່ສ້າງ ຕາມແຜນແມ່ນເດືອນມັງກອນ ຫາ ເດືອນມິຖຸນາ ແມ່ນໃຫ້ສຳເລັດການກໍ່ສ້າງຕຶກອາຄານ ຊຶ່ງໃນເດືອນມິຖຸນາຫາເດືອນຕຸລາ ແມ່ນດຳເນີນການຕິດຕັ້ງວຽກລະບົບ, ສິ່ງອຳນວຍຄວາມສະດວກຕ່າງໆ ແລະ ປັດຈຸບັນພວມເລັ່ງການຕິດຕັ້ງລະບົບຈາລະຈອນທາງອາກາດ ໂດຍມີການເອົາຈຸດທີ່ຕັ້ງໃຫ້ສຳເລັດ ແລະ ນຳເຂົ້າອຸປະກອນຈຳນວນໜຶ່ງທີ່ຈຳເປັນ ເປັນຕົ້ນແມ່ນວິທະຍຸການບິນ-ການສື່ສານ ຊຶ່ງແຜນການຈັດຊື້ອຸປະກອນແມ່ນໃຫ້ສຳເລັດໃນເດືອນກໍລະກົດ ແລະ ໃຫ້ໄດ້ດຳເນີນການຕິດຕັ້ງໃນເດືອນສິງຫາ ແລະ ກັນຍາ, ຫຼັງຈາກນັ້ນກໍຈະມີການກວດສອບລະບົບ ແລະ ຕາມແຜນປະມານເດືອນພະຈິກ ຈະມີການທົດລອງບິນຊົ່ວຄາວ; ວຽກຈາລະຈອນທາງອາກາດເປັນວຽກທີ່ສຳຄັນຫຼາຍ ຊຶ່ງປຽບສະເໝືອນໝາກຫົວໃຈຂອງສະໝາມບິນ ຊຶ່ງຈະຕ້ອງມີລະບົບດັ່ງກ່າວນີ້, ຫຼັງຈາກຕິດຕັ້ງລະບົບແລ້ວ ຈຶ່ງສາມາດທົດລອງບິນໄດ້.
ໜັງສືພິມປະຊາຊົນ.
ສຳລັບ ເນື້ອທີ່ຂອງໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວແມ່ນປະມານ 300 ເຮັກຕາ ໂດຍນອນຢູ່ໃນເຂດດິນສຳປະທານຂອງກຸ່ມບໍລິສັດດອກງິ້ວຄຳ ຊຶ່ງເປັນດິນກະສິກຳທີ່ໄດ້ຊື້ນໍາປະຊາຊົນ ເພື່ອມາພັດທະນາ ງົບປະມານຂອງການກໍ່ສ້າງໂຄງການນີ້ແມ່ນ 175 ລ້ານໂດລາ ໂດຍແມ່ນທຶນຂອງບໍລິສັດເກຣເຕີເບ ຊຶ່ງເປັນບໍລິສັດທີ່ນອນຢູ່ໃນກຸ່ມບໍລິສັດດອກງິ້ວຄຳ ມີໄລຍະການສຳປະທານ 50 ປີ, ພາຍຫຼັງໝົດສັນຍາການສຳປະທານແລ້ວແມ່ນຈະມອບໃຫ້ລັດຖະບານລາວເປັນຜູ້ຄຸ້ມຄອງຕໍ່ໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ.