ໂຄງການພັດທະນາເຂື່ອນໄຟຟ້ານໍ້າອູຜົ້ງ​ສາ​ລີ ສົ່ງ​ຜົນ​ພັດ​ທະ​ນາ​ຫລາຍ​ດ້ານ​

SA Game

ຂ​ປ​ລ

ການສ້າງສາພັດທະນາຢູ່ແຂວງຜົ້ງສາລີຫລາຍ​ດ້ານ​ໄດ້​ຮັບ​ຜົນ​ຈາກໂຄງການພັດທະນາເຂື່ອນໄຟຟ້ານໍ້າອູ

 ວັນທີ 26 ກັນຍາ 2022 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້າຕາມລໍາແມ່ນໍ້າອູ (ຢູ່ແຂວງຜົ້ງສາລີ)  ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ພ້ອມທັງໄດ້ຢືນຢັນວ່າໂຄງ ການກໍ່ສ້າງເຂື່ອນໄຟຟ້າຕາມລໍາແມ່ນໍ້າອູ ໄດ້ນໍາເອົາການພັດທະນາ ແລະ ຜົນປະໂຫຍດຫລາຍດ້ານມາສູ່ແຂວງ ແລະ ປະຊາຊົນ ຜົ້ງສາລີ.

ທ່ານ ຄໍາຜອຍ ວັນນະສານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ມາຍັງພັກ-ລັດຖະບານຈີນ ແລະ ສູນກາງພັກ-ລັດຖະບານລາວ ທີ່ໃຫ້ຄວາມສຳຄັນຕໍ່ການສ້າງສາພັດທະນາຢູ່ແຂວງຜົ້ງສາລີ

ຊຶ່ງໄດ້ອະນຸມັດໃຫ້ບໍລິສັດ ຜະລິດໄຟຟ້າ ພະລັງງານນ້ຳ ນ້ຳອູຈຳກັດ ສົ່ງກຸ່ມບໍລິສັດ ພາວເວີ ໄຊນາ (Power Chin ຮ່ວມມື ກັບ ລັດວິສາຫະກິດ ໄຟຟ້າລາວ ຂອງ ສປປ ລາວ ລົງທຶນກໍ່ສ້າງເຂື່ອນໄຟຟ້າ ຢູ່ສາຍນ້ຳອູ ປະກອບ ມີ 7 ເຂື່ອນ.

SA Game
ຂ​ປ​ລ

ໃນນັ້ນ, ຢູ່ແຂວງຜົ້ງສາລີ ມີ 4 ເຂື່ອນ ຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ທີ່ມີກໍາລັງຕິດຕັ້ງທັງໝົດ 762 ເມກາວັດ ຊຶ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນປະກອນສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອການຮ່ວມມື ຂອງສອງປະເທດ ທີ່ມີມາແຕ່ດົນນານ, ເສີມຂະຍາຍຄູ່ຮ່ວມຍຸດທະສາດຮອບດ້ານ, ຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ.

ສະເພາະແຂວງຜົ້ງສາລີ, ໃນດ້ານຜົນປະໂຫຍດທີ່ໄດ້ຮັບຈາກເຂື່ອນໄຟຟ້າດັ່ງກ່າວ ແມ່ນໄດ້ຮັບຜົນປະໂຫຍດດ້ານໂຄງລ່າງພື້ນຖານ, ດ້ານພະລັງງານ, ດ້ານແສງສະຫວ່າງ, ການຈັດສັນບ້ານ, ຕັ້ງເຮືອນໃໝ່ໃຫ້ປະຊາຊົນທີ່ຖືກໂຄງການ ແລະ ການຈັດສັນ, ຟື້ນຟູອາຊີບໃຫ້ປະຊາຊົນ ເປັນຕົ້ນ ດ້ານພື້ນຖານໂຄງລ່າງລວມມີ:

ເສັ້ນທາງ, ຂົວເຂົ້າຫາບ້ານ, ເຂົ້າຫາເຂດຜະລິດ, ລະບົບຕາຄ່າຍໄຟຟ້າ ແລະ ສະຖານີ ໂດຍມີລະບົບຕາຄ່າຍ 230 ກິໂລໂວນ, ຕາຄ່າຍ 115 ກິໂລໂວນ, 22 ກິໂລໂວນ ແລະ 0.4 ກິໂລໂວນ.

ນອກນີ້ ຍັງສະຖານີ 230 ກິໂລໂວນ ແລະ ສະຖານີ 115 ກິໂລໂວນ ຊຶ່ງສາມາດສະໜອງພະລັງ ງານ ເຂົ້າໃສ່ການພັດທະນາດ້ານອຸດສາຫະກຳບໍ່ແຮ່, ໂຮງງານຕ່າງໆ ແລະ ຢຸດການນຳເຂົ້າພະລັງງານຈາກ ສປ ຈີນ ແລະ ສສ ຫວຽດນາມ.

ພ້ອມນີ້, ໂຄງການ ຍັງໄດ້ຈັດສັນທີ່ດິນ ແລະ ປຸກສ້າງເຮືອນຢູ່ຖາວອນ ໃຫ້ປະຊາ ຊົນ ພາຍໃນບ້ານທີ່ໄດ້ຮັບຜົນກະທົບ 44 ບ້ານ, 2.241 ຄອບຄົວ ກວມເອົາ 5 ເມືອງໃນທົ່ວແຂວງ.

SA Game
ຂ​ປ​ລ

ໃນນີ້, ມີຜົນກະທົບໂຄງການເຂື່ອນນໍ້າອູ ໄລຍະທີ 1 (ເຂື່ອນນ້ຳອູ 5 ແລະ 6) ມີ 17 ບ້ານ 1.265 ຄອບຄົວ, ໂຄງການເຂື່ອນນໍ້າອູ ໄລຍະທີ 2 (ເຂື່ອນນໍ້າອູ 4 ແລະ 7) ມີ 27 ບ້ານ 976 ຄອບຄົວ ຊຶ່ງບໍລິສັດ ໄດ້ປະຕິບັດຕາມສັນຍາ ແລະ ໄດ້ປະ ກອບສ່ວນທຶນມະຫາສານ ໃນການຈັດສັນທີ່ຕັ້ງບ້ານໄປຢູ່ບ່ອນໃໝ່ ທີ່ມີຜັງບ້ານທີ່ສະດວກ ແລະ ສວຍງາມກວ່າຢູ່ບ່ອນເກົ່າ ແລະ ປຸກເຮືອນໃຫ້ແຕ່ລະຄອບຄົວ ຕາມແຕ່ລະລະດັບ ທີ່ມີຄວາມສະດວກ, ໄດ້ຊົດເຊີຍ, ເວນຄືນ ເຄື່ອງປູກຂອງຝັງ ແລະ ສິ່ງປຸກສ້າງ ໃຫ້ແກ່ປະຊາຊົນ, ພົນລະເມືອງ ຕາມນະໂຍບາຍຂອງພັກ-ລັດ ກໍຄື ຂອງແຂວງວາງອອກ.

ຂະນະດຽວກັນ, ບໍລິສັດຜະລິດໄຟຟ້າ ພະລັງງານນ້ຳ ນ້ຳອູຈໍາກັດ ຍັງຊ່ວຍຍາດແຍ່ງແຫລ່ງທຶນ ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຈາກ ສປ ຈີນ ມາຊ່ວຍພັດທະນາບັນດາບ້ານ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງບັນດາເຂື່ອນດັ່ງກ່າວ ເຊັ່ນ:

ບຸກເບີກເຮັດນາຂັ້ນໄດ, ສອງໜອງເບ້ຍໄມ້, ກໍ່ສ້າງສະໜາມຂີ້ເຫຍື້ອ, ປັບປຸງລະບົບນ້ຳລິນ-ນໍ້າສະອາດ ແລະ ປະກອບສ່ວນຊ່ວຍເຫລືອໃຫ້ການຈັດຕັ້ງພັກ-ລັດຢູ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ຊ່ວຍເຫລືອສັງຄົມໃນດ້ານຕ່າງໆ ເປັນມູນຄ່າຫລາຍສົມຄວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ