ແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດ ຂອງພະນັກງານ-ລັດຖະກອນ

ກຕສ
ແຜ່ນິຕິກຳກ່ຽວກັບ ການແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດຂອງພະນັກງານ-ລັດຖະກອນຂອງ ກຕສ
ທີ່ ກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ຄຳແນະນຳການແຈ້ງຊັບສິນ ແລະ ລາຍຮັບ, ລົງເຄື່ອນໄຫວຮັບແບບຟອມເອກະສານແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດ ຂອງພະນັກງານ-ລັດຖະກອນ ບັນດາກົມ/ທຽມເທົ່າ ແລະ ພະນັກງານ ບັນດາບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບ ກຕສໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2022 ຜ່ານມານີ້.
ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ ທັງເປັນປະທານກວດກາ, ມີບັນດາກົມ, ສະຖາບັນ, ສູນ, ອົງການ, ບໍລິສັດ ລັດວິສາຫະກິດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ກໍເພື່ອເຮັດໃຫ້ຈັດຕັ້ງປະຕິບັດວຽກງານ ການແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດ, ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍຂອງວຽກດັ່ງກ່າວ ພ້ອມທັງເປັນການຄົ້ນຄວ້າເຊື່ອມຊືມຄຳແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 15/ອກລ ໃຫ້ເລິກເຊິ່ງທົ່ວເຖິງ

ແນ່ໃສ່ເພື່ອຍົກສູງວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອເຫັນໄດ້ເຫດຜົນ ແລະ ຄວາມສຳຄັນຂອງການແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດ ໃຫ້ແກ່ບັນດາພະນັກງານ-ລັດຖະກອນ ທີ່ຮັບການເລື່ອນຕຳແໜ່ງໃໝ່, ຜູ້ຈະອອກພັກຜ່ອນຮັບເບ້ຍບຳນານ ຫຼື ອອກຈາກການເປັນລັດຖະການໃນຂັ້ນຕ່າງໆ (ໃນໄລຍະປີ 2018 ຫາ ປັດຈຸບັນ) ແລະ ໃຫ້ພ້ອມກັນເຂົ້າຮ່ວມດຳເນີນການແຈ້ງຊັບສິນ ແລະ ລາຍຮັບພິເສດ
ເພື່ອຄວາມເປັນເອກະພາບໃນທາງຈັດຕັ້ງປະຕິບັດ ແລະ ດຳເນີນການແຈ້ງຊັບສິນ-ລາຍຮັບ ຮອບພິເສດ ຂອງພະນັກງານ-ລັດຖະກອນ ບັນດາກົມ/ທຽມເທົ່າ ແລະ ພະນັກງານ ບັນດາບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບ ກຕສ ໃຫ້ຖຶກຕ້ອງຕາມລະບຽບກົດໝາຍ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍ.
ໂອກາດດຽວກັນ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຍັງໄດ້ເຜີຍແຜ່ແຈ້ງການ ສະບັບເລກທີ 227/ ອກລ, ລົງວັນທີ 03 ຕຸລາ 2020, ການຈັດຕັ້ງປະຕິບັດດຳລັດ ເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນ ແລະ ຄຳແນະນຳ ສະບັບເລກທີ 15/ອກລ, ລົງວັນທີ 27 ມັງກອນ 2021

ໃນຕອນທ້າຍກອງປະຊຸມຍັງມີການແນະນຳການປະກອບເອກະສານແຈ້ງຊັບສິນ ຕາມບົດແນະນຳສະບັບເລກທີ 46/ອອກລ, ລົງວັນທີ 20 ກຸມພາ 2017 ການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ອີກດ້ວຍ.