ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດ​ພິ​ທີ​ປູກ​ຕົ້ນ​ຊາ​ກຸ​ຣະ150 ຕົ້ນເພີ່ມ​ອີກ

SA Game

ຂ​ປ​ລ

ປູກຕົ້ນຊາກຸຣະ ຕື່ມ 150 ຕົ້ນ ທີ່ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ ແຂວງຫົວພັນ

ໃນຕອນເຊົ້າຂອງວັນທີ 24 ມັງກອນ 2023, ໄດ້​ມີ​ການ​ຈັດພິທີປູກຕົ້ນຊະກຸຣະ ຕື່ມອີກ 150 ຕົ້ນ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ, ແຂວງຫົວພັນ

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ,ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີແຂກກິດຕິມະ ສັກຄື ທ່ານ ພັນຄໍາ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ປອ. ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມ.

ທ່ານ ວັນໄຊ ແພງຊຸມມາ ໄດ້ກ່າວເປີດພິທີຢ່າງເປັນທາງການ; ຈາກນັ້ນ, ກໍໄດ້ມີການຮັບຊົມການສາທິດວິທີ ການປູກຕົ້ນຊາກຸຣະ ຈາກຊ່ຽວຊານຍີ່ປຸ່ນ ແລະ ມີການປູກຕົ້ນຊາກຸຣະ ເພື່ອເປັນທີ່ລະນຶກ ຂອງບັນດາການນໍາ ທີ່ເຂົ້າ ຮ່ວມພິທີດັ່ງກ່າວ.

SA Game
ຂ​ປ​ລ

ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນ ໃນມື້ນີ້ ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາ ຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະກາດຮັບຮອງເອົາ ໃນເດືອນເມສາ 2021 ຜ່ານມາ.

ໂຄງການປູກຕົ້ນຊາກຸຣະ ຢູ່ ສປປ ລາວ ແມ່ນໂຄງການທີ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ເຊິ່ງເບື້ອງຕົ້ນໄດ້ມີແຜນປູກເພີ່ມຕື່ມ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ການປູກຕົ້ນຊາກຸຣະ ໃນມື້ນີ້ເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະ ຫວ່າງ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປ ປ ລາວ ລວມທັງພາກສ່ວນລັດຖະບານ ແລະ ປະຊາຊົນ ໂດຍສະເພາະ ມູນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມຕື່ມ, ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະ ຫລອດໄລຍະ 30 ປີ, ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ.

ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ

ດັ່ງນັ້ນການປູກຕົ້ນຊາກຸຣະ ເພີ່ມຕື່ມ ຢູ່ ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ທັງເປັນການແລກປ່ຽນດ້ານວັດທະນະທໍາ ລະ ຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ເຊິ່ງ ຢູ່ເມືອງວຽງໄຊ ມີຕົ້ນດອກຊາກຸຣະ, ຢູ່ ສວນສັດກຽວໂຕ ມີຊ້າງລາວ.

ພ້ອມດຽວກັນນັ້ນ, ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນ ໃນຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.