ເມືອງລະມາມ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີປຸ່ນໃນການສ້າງໂຮງຮຽນ

ຂປລ.
ຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນມັດທະຍົມສົມບູນ ໃຫ້ ບ້ານຕິ້ວ ເມືອງລະມາມ ແຂວງເຊກອງ
ໃນວັນທີ 23 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາໃນໂຄງການຊ່ວຍເຫຼືອລ້າ ເຊິ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ມູນຄ່າ 66.892 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການດ້ານການສຶກສາ ໃນໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ.
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ສະແດງຄວາມຂອບໃຈ ຕໍ່ສະ ຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມອບທຶນຊ່ວຍເຫລືອ ກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເຊິ່ງການຊ່ວຍເຫລືອໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສະໜັບສະໜູນ-ຊ່ວຍພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ຢູ່ພາຍໃນແຂວງເຊກອງ ກໍຄື ເມືອງລະມາມ

ໃນໄລຍະຜ່ານມາ ລັດ ຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອແກ່ເມືອງລະມາມ ໃນການປຸກສ້າງໂຮງຮຽນ ມັດທະຍົມຕອນຕົ້ນເຊນ້ອຍ ແລະ ມັດທະຍົມຕົ້ນບ້ານໂມ, ເຊິ່ງເປັນການຊ່ວຍເຫລືອທີ່ຍິ່ງໃຫຍ່ ແລະ ເປັນຂອງຂວັນທີ່ຫາອັນປຽບບໍ່ໄດ້, ທຶນຊ່ວຍເຫລືອດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ມີສະຖານທີ່ຮັບໃຊ້ການຮຽນ-ການສອນ ທີ່ມີຄຸນະພາບ, ເຮັດໃຫ້ລູກຫລານ ນັກຮຽນ ໄດ້ມີໂອກາດໄດ້ເຂົ້າຮຽນຫລາຍຂຶ້ນ.

ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ ໄດ້ກ່າວວ່າ: ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ ໂຄງ ການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດ ໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ, ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.