ເມືອງ​ພຽງ ​ໄຊ​ຍະ​ບູ​ລີ​ເປີດກອງ​ປະ​ຊຸມ​ສະ​ຫຼຸບ​ການ​ປະ​ຕິ​ບັດ​ມະ​ຕິ​ອົງຄະນະພັກ

SA Game

ຂປລ. 

ກອງ​ປະ​ຊຸມສະຫລຸບການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ

ໃນວັນທີ 24 ທັນວາ 2022 ໄດ້​ມີ​ການ​ຈັດກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ກາງສະໄໝ, ໂດຍການເປັນປະທານຂອງ ສະຫາຍ ເສີດ ແສງສຸລິນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆພຽງ

ໂດຍມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ, ພ້ອມຄະນະຈັດຕັ້ງ-ກວດກາ 11 ເມືອງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານອົງການ ແລະ ເລຂາພັກບ້ານ, ນາຍບ້ານທົ່ວເມືອງພຽງ ເຂົ້າຮ່ວມ.

ສະຫາຍ ເສີດ ແສງສຸລິນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫລຸບຖອດຖອນບົດຮຽນໃນການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງການດຳເນີນງານແຕ່ລະໄລຍະ ຂອງຄະນະບໍລິຫານງານພັກເມືອງ, ການພັດທະນາເສດຖະກິດ-ສັງຄົມຕະຫລອດໄລຍະ 3 ປີຜ່ານມາ ແລະ ພ້ອມກັນວາງທິດທາງແຜນການ ເພື່ອປະຕິບັດບັນດາຄາດໝາຍຍຸດທະສາດທີ່ກຳນົດ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ແຕ່ນີ້ຮອດປີ2024.

SA Game
ຂປລ.

ໂອກາດນີ້, ສະຫາຍ ສຸວັນທອງ ພູມມາວົງ ຮອງເລຂາພັກເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານເສດຖະກິດ-ສັງຄົມ ເຊິ່ງໂດຍລວມແລ້ວ, ເມືອງພຽງ ຍັງຮັກສາໄດ້ຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດກໍ່ໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 6,7% ຕໍ່ປີ

ລວມຍອດລາຍຮັບພາຍໃນເມືອງປະຕິບັດໄດ້ 1.762,44 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,73 ລ້ານກີບ ຫລື ເທົ່າກັບ 3.108 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ຄາດໝາຍປີ 5 ປີ ປະຕິບັດໄດ້ 95,87% ( ຄາດໝາຍແມ່ນ 8,3%), ລາຍຮັບດ້ານກະສິກໍາ-ປ່າໄມ້ເພີ່ມຂື້ນ 8% , ເທົ່າກັບ 519,7 ຕື້ກີບ, ກວມເອົາ 30%, ລາຍຮັບດ້ານອຸດສາຫະກໍາ-ຫັດຖະກຳເພີ່ມຂຶ້ນ 18% ເທົ່າກັບ 414,31 ຕື້ກີບ, ກວມເອົາ 25% ແລະ ລາຍຮັບດ້ານບໍລິການ-ການຄ້າເພີ່ມຂຶ້ນ 10% ເທົ່າກັບ 792,43 ຕື້ກີບ, ກວມເອົາ 45% ຂອງລາຍຮັບທັງໝົດ, ສາມາດຈັດເກັບລາຍຮັບໄດ້ທັງໝົດ 9,91 ຕື້ກີບ ໃນນີ້, ລາຍຮັບຈາກສ່ວຍສາອາກອນ 9,1 ຕື້ກີບ ແລະ ຮັບຈາກຊັບສິນ 810 ລ້ານກວ່າກີບ, ປະຕິບັດລາຍຈ່າຍທັງໝົດ 8,44 ຕື້ກີບ, ທຽບໃສ່ຄາດໝາຍປະຕິບັດໄດ້ 8,8%.

SA Game
ຂປລ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາຫ້ອງການ, ກົມກອງ ແລະ ຄອບຄົວຕົວແບບ ດ້ານການປູກ-ການລ້ຽງ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.