ເປີດແລ້ວ! ງານເທສະການດອກງິ້ວບານ ຄັ້ງທີ XX ປະຈຳປີ 2023

ຂປລ
ເລີມແລ້ວ! ຈັດເທສະການດອກງິ້ວບານ ເປັນງານບຸນປະເພນີຂອງຊາວແຂວງບໍ່ແກ້ວ
ພິທີເປີດເທສະການດອກງິ້ວບານຈັດຂຶ້ນໃນວັນທີ 27 ມັງກອນ 2023 ເຊິ່ງຄັ້ງນີ້ເປັນຄັ້ງທີ XX ປະຈໍາປີ 2023 ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ ພ້ອມດ້ວຍບັນດາການນໍາພັກ-ລັດຈາກສູນກາງ, ທ້ອງຖິ່ນ, ແຂກເຊີນຈາກ ສປ ຈີນ, ສສ ຫວຽດ ນາມ, ຣາຊະນາຈັກໄທ, ມຽນມາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຫົວໜ້າຄະນະຮັບຜິດຊອບການກະກຽມຈັດງານເທສະການດອກງິ້ວບານ ໄດ້ກ່າວວ່າ: ການຈັດເທສະການດອກງິ້ວບານ ເປັນງານບຸນປະເພນີຂອງຊາວແຂວງບໍ່ແກ້ວ ໄດ້ເລີ່ມຈັດຂຶ້ນຄັ້ງທີ Ⅰ ໃນປີ 2000 ໂດຍຈັດຂຶ້ນໄລຍະລະດູທີ່ດອກງິ້ວກໍາລັງເບັງບານ ຄືທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາຂອງທຸກໆປີ.

ທັງນີ້, ກໍເພື່ອອະນຸລັກ, ຮັກສາ ແລະ ເສີມຂະ ຫຍາຍສິລະປະວັດທະນະທໍາ, ການນຸ່ງຖື, ແບບແຜນວິຖີຊີວິດ ກໍຄື ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາ ເຜົ່າພາຍໃນແຂວງບໍ່ແກ້ວ ລວມທັງການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອະລິຍາທໍາອັນດີງາມຂອງຊາດ ແລະ ຕ່າງປະເທດໃຫ້ບັນດານັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາຜັດກັບຄວາມສວຍສົດງົດງາມທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄື ດອກງິ້ວກໍາລັງເບັ່ງບານ ທີ່ເຕັມໄປດ້ວຍຄຸນຄ່າທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ.
ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມ, ພັດທະນາ ແລະ ຟື້ນຟູວຽກງານການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນາທຳ ຮີດຄອງປະເພນີ ວິຖີຊິວິດຂອງຊາວແຂວງບໍ່ແກ້ວ ແບບມີສ່ວນຮ່ວມຂອງຊຸມຊົນຕາມຄໍາຂວັນທີ່ວ່າ “ປະເທດລາວສວຍງາມ” ສ້າງໃຫ້ການທ່ອທ່ຽວລາວ, ຮຽນຮູ້ປະຫວັດສາດລາວ, ຊື່ນຊົມທຳມະຊາດ ແລະ ສົ່ງເສີມວັດທະນາທຳໃຫ້ມີຄວາມຍືນຍົງ, ຕິດພັນກັບການສົ່ງເສີມການຜະລິດການຄ້າ ແລະ ການບໍລິການໃຫ້ມີການຂະ ຫຍາຍຕົວ
ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງ ກໍຄື ຂອງປະເທດຊາດໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ທັງເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ.

ນອກຈາກນີ້, ພາຍໃນງານຍັງມີການຄັດເລືອກນາງສາວດອກງິ້ວບານ ປະຈໍາປີ 2023 ແລະ ຄັດເລືອກນາງສາວທ່ອງທ່ຽວລາວ, ການສະແດງສິລະປະ, ວັນນະຄະດີ, ການແຂ່ງຂັນຊ່ວງເຮືອປະເພນີ, ວາງສະແດງຮູບພາບ ແລະ ຈໍາໜ່າຍສິນຄ້າຫລາຍເຖິງ 409 ຮ້ານ, ໃນນັ້ນມີຮ້ານວາງສະແດງຂອງຊົນເຜົ່າ 13 ເຜົ່າ, ວາງສະແດງຂອງບັນ ດາທະນາຄານ, ບໍລິສັດໂທລະຄົມ, ສິນຄ້າໂອດັອບລວມ 14 ຮ້ານ ແລະ ກິດຈະກຳອື່ນໆ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.