ເປີດສູນລວມສິນຄ້າແບຣນລາວ ສູ່ສາກົນໂດຍ ບ້ານລາວມົງຄຸນ.

ພາບ: ຂປລ.
ບ້ານລາວມົງຄຸນ ສູນລວມສິນຄ້າແບຣນລາວ ສູ່ສາກົນ.
ສິນຄ້າຂອງຄົນລາວບໍ່ວ່າຈະເປັນເຄື່ອງສີມືຫັດຖະກຳ, ກະສິກຳ, ແລະ ອື່ນໆອີກຫລາກຫລາຍສິນຄ້າທີ່ມີຄຸນນະພາບແຕ່ຍັງຂາດໃນການໂຄສະນາໃຫ້ສັງຄົມ ຫລື ສາກົນໄດ້ຮັບຮູ້ເຊິງເປັນສິ່ງທີ່ດີທີ່ໃນມື້ນີ້ໄດ້ມີບ່ອນທີ່ຈະເປັນເວທີໃນການວາງສະແດງຈ່ຳໜາຍສິນຄ້າຂອງລາວໂດຍ ບ້ານລາວມົງຄຸນ.
ເຊິງບ້ານລາວມົງຄຸນເປັນສູນລວມສິນຄ້າແບຣນລາວ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນ ວັນທີ 24 ຕຸລາ ຜ່ານມາ, ເຊິ່ງໄດ້ລວບລວມເອົາບັນດາສິນຄ້າ ທີ່ເປັນຂອງຄົນລາວ ມາວາງຈຳໜ່າຍໄວ້ບ່ອນດຽວ ເຊັ່ນ: ຫ້ອງເສື້ອ, ຜ້າໄໝ, ເຄື່ອງດົນຕີລາວ, ຢາພື້ນເມືອງ ແລະ ຜະລິດຕະພັນຫັດຖະກຳເປັນຕົ້ນ.

ນອກນີ້, ຍັງມີເຄື່ອງດື່ມ, ອາຫານພື້ນເມືອງ ແລະ ນວດແຜນບູຮານໄວ້ຄ່ອຍບໍລິການລູກຄ້າທີ່ມາທ່ຽວຊົມ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດນະໂຍບາຍ ການສົ່ງເສີມຜະລິດຕະພັນພາຍໃນ ແລະ ເສີມສ້າງທ່າແຮງໃຫ້ແກ່ສີນຄ້າລາວ ໃຫ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງຍິ່ງໆຂຶ້ນ.
ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ ໄດ້ກ່າວວ່າ: ບ້ານລາວມົງຄຸນ ສ້າງຂຶ້ນເພື່ອສົ່ງເສີມສິນຄ້າແບຣນລາວເຂົ້າສູ່ຕະຫລາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າ ລາວ ເຂົ້າສູ່ຕະຫລາດພາກພື້ນ ທັງເປັນການອະນຸລັກວັດທະນະທໍາອັນດີງາມ ຂອງຊາດລາວ ໃຫ້ຄົງຢູ່ກັບຄົນຮຸ້ນໃໝ່.
ຄາດວ່າໃນອະນາຄົດຈະຂະຫຍາຍສາຂາໄປທີ່ ຫລວງພະບາງ, ຈຳປາສັກ, ສະຫວັນນະເຂດ ເພື່ອລວມຜະລິດຕະພັນທີ່ໂດດເດັ່ນ ແລະ ສວຍງາມ ໃນແຂວງດັ່ງກ່າວມາວາງສະແດງ. ສຳລັບທ່ານໃດ ທີ່ສົນໃຈຢາກຈະນຳສິນຄ້າ ຂອງຕົນມາວາງຈຳໜ່າຍທີ່ບ້ານລາວມົງຄຸນ ກໍສາມາດເຂົ້າມາສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ບ້ານລາວມົງຄຸນ ສະຖານຕັ້ງຢູ່ບ້ານທົ່ງຂັນຄຳ ຮ່ອມ 9 ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ເປີດທຸກມື້ ເລີ່ມແຕ່ 8:00 – 21:00 ໂມງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂປລ