ເທດສະການດອກງິ້ວບານອີກງານບຸນໜຶ່ງຂອງຊາວເມືອງຕົ້ນເຜີ້ງ

ໜັງສືພິມບໍ່ແກ້ວ Bokeo Newspaper
ຈັດງານບຸນເທສະການດອກງິ້ວບານງົດງາມແດງທົ່ວດອນຊາວ ຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ເມື່ອຮອດລະດູໜາວ ດອກງິ້ວກໍເລີ່ມເບັ່ງບານ ແລະ ແດງທົ່ວດອນຊາວ, ຊາວເມືອງຕົ້ນເຜິ້ງໄດ້ຈັດສັນດອນທີ່ງົດງາມແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ເຮັດໃຫ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ເທດສະການດອກງິ້ວບານເລີ່ມຕົ້ນມາແຕ່ປີ 2000, ນັບແຕ່ນັ້ນມາ ຮອດຍາມດອກງິ້ວເບັ່ງບານ ໃນລະຫວ່າງທ້າຍເດືອນມັງກອນຫາຕົ້ນເດືອນກຸມພາ ຈຶ່ງໄດ້ຈມີການຈັດງານເທດສະການດອກງິ້ວບານຂຶ້ນທຸກໆປີເຊິ່ງວ່າດອນຊາວມີຕົ້ນງິ້ວປ່າທີ່ດົກໜາ ຢັ້ງຢາຍຢູ່ໃນເນື້ອທີ່ປະມານ 40 ເຮັກຕາ.
ງານເທດສະການດອກງິ້ວບານແມ່ນງານບຸນໜຶ່ງຂອງຊາວເມືອງຕົ້ນເຜີ້ງ ທີ່ຈັດຢູ່ດອນຊາວ ໃນເຂດທີ່ມີຈຸດພິເສດທາງດ້ານທີ່ຕັ້ງພູມສາດ ແລະ ທຳມະຊາດທີ່ເປັນເອກະລັກ, ເປັນບໍລິເວນທີ່ມີຊາຍແດນລາວ,ໄທ, ມຽນມາຕິດຈອດກັນ ແລະ ມີຊື່ສຽງໂດ່ງດັງ ນັ້ນກໍຄື “ສາມຫຼ່ຽມຄຳ”.
ເນື່ອງຈາກວ່າການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ຈຶ່ງບໍ່ໄດ້ຈັດງານເທດສະການດອກງິ້ວບານເປັນເວລາ 3 ປີ. ປະຈຸບັນແມ່ນເລີ່ມຫ້າງຫາກະກຽມງານເທດສະການດອກງິ້ວບານ ຄັ້ງທີ 20 ໃນປີ 2023 ແລ້ວ, ເພື່ອໃຫ້ງານອອກມາດີກ່ວາເກົ່າ, ຄົບຖ້ວນກວ່າເກົ່າ, ເຊື່ອວ່າງານເທດສະການດອກງິ້ວບານງານຄັ້ງນີ້ຈະຄຶກຄື້ນມ່ວນຊື່ນ ແລະ ຍິ່ງໃຫຍ່ກວ່າທີ່ຜ່ານມາ.

ກິດຈະກໍາຕົ້ນຕໍຂອງງານເທດສະການດອກງິ້ວບານ ປະກອບມີ: ງານວາງສະແດງສິນຄ້າ, ງານວາງສະແດງຜົນ ສຳເລັດ, ພິທີເປີດ – ປິດງານເທດສະການດອກງິ້ວບານງານ, ງານປະກວດນາງສາວດອກງິ້ວບານ, ການເດີນໂຊຊຸດວັດທະນະທຳຍິງ – ຊາຍ 13 ຊົນເຜົ່າຂອງແຂວງບໍ່ແກ້ວ, ການສະແດງສິລະປະວັດທະນະທໍາ 4 ປະເທດ: ລາວ ຈີນ ໄທ ມຽນມາ, ທ່ຽວຊົມຕະຫຼາດຈີນ, ກິດຈະກຳຂໍພອນຢູ່ວັດຊົງຊ່ານ, ກິລາຕີມວຍ 3 ປະເທດ: ລາວ ໄທ ຈີນ, ກິດຈະກຳປ່ອຍໂຄມໄຟ, ງານສຳມະນາສົ່ງເສີມການທ່ອງທ່ຽວ – ການລົງທຶນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ, ກິດຈະກຳເຊັກອິນສະຖານທີ່ທ່ອງທ່ຽວ ແລະ ອື່ນໆ.
ການຈັດງານເທດສະການດອກງິ້ວບານຄັ້ງທີ 20 ໃນປີ 2023 ນີ້, ຈະສາມາດໃຫ້ຜູ້ຄົນທົ່ວມູມໂລກເຫັນໄດ້ເຖີງຄວາມສະຫງົບສຸກ, ເພີ່ມຊື່ສຽງ, ເພີ່ມຄວາມເຊື່ອໝັ້ນໃຫ້ນັກລົງທຶນ ທີ່ຈະມາລົງທຶນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ແຂວງບໍ່ແກ້ວ.

ໃຫ້ປະຊາຊົນທຸກຊົນຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດ ພົວພັນແລກປ່ຽນບົດຮຽນດ້ານວັດທະນະທຳ, ສິລະປະ, ກິລາ, ການຄ້າ ແລະ ອື່ນໆ. ປົກປັກຮັກສາ, ເຜີຍແຜ່, ສົ່ງເສີມ ແລະ ພັດທະນາວັດທະນະທໍາ, ສິລະປະ, ວິຖີຊີວິດ, ຮີດຄອງປະເພນີ, ຄວາມເຊື່ອຖືຂອງປະຊາຊົນບັນດາເຜົ່າ, ເພື່ອໃຫ້ມີຄວາມທັນສະໄໝ. ສາມາດເວົ້າໄດ້ວ່າ ງານເທດສະການດອກງິ້ວບານແມ່ນມີຄວາມໝາຍຄວາມສຳຄັນອັນໃຫຍ່ຫຼວງຕໍ່ການພັດທະນາແຂວງບໍ່ແກ້ວ ກໍ່ຄືປະເທດລາວເຮົາ.

ງານເທດສະການດອກງິ້ວບານ ຄັ້ງທີ 20 ປີ 2023 ໃກ້ຈະມາຮອດແລ້ວ, ຫວັງວ່າພວກເຮົາຈະໄດ້ພົບກັນໃນງານເທດສະການດອກງິ້ວບານຢ່າງແນ່ນອນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper
.