ເຈົ້າແຂວງເຊກອງ ລົງຢ້ຽມຢາມການປູກກາເຟເປັນສິນຄ້າຢູ່ ບ້ານດາກຣັນ

ຂປລ
ເຈົ້າແຂວງເຊກອງ ລົງເຮັດວຽກກວດກາ ແລະ ຊຸກຍູ້ການປູກກາເຟເປັນສິນຄ້າຢູ່ ບ້ານດາກຣັນ
ໃນວັນທີ 16 ມັງກອນ ຜ່ານມານີ້, ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດ (ປູກກາເຟ) ເປັນສິນຄ້າຢູ່ບ້ານດາກຣັນ ເມືອງດາກຈຶງ ແຂວງ ເຊກອງ, ໂດຍມີ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ, ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ໂດຍສະ ເພາະແມ່ນຂະແໜງກະສິກໍາ ແລະ ປ່າໄມ້ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຫັນພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດລົງຕິດຕາມ, ຊຸກຍູ້ ແລະ ຊ່ວຍແນະນໍາເຕັກນິກການປູກ, ເຕັກນິກການບົວລະບັດຮັກສາໃຫ້ແກ່ປະຊາຊົນຢ່າງເປັນປະຈໍາ ແນໃສ່ຍົກສູງສະມັດຕະພາບຂອງຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ກາຍເປັນທີ່ຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ.

ທັງນີ້ ກໍເນື່ອງຈາກວ່າ ການຜະລິດເປັນສິນຄ້າ ໂດຍສະເພາະແມ່ນການປູກກາເຟ ກໍເປັນທ່າແຮງໜຶ່ງໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງດາກຈຶງ ກໍຄື ແຂວງເຊກອງ.
ໃນໂອກາດດຽວກັນ, ທ່ານ ສົມໄຊ ປະທານບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດ ຈໍາກັດຜູ້ດຽວ ໄດ້ລາຍງານວ່າ: ປັດຈຸບັນ ພາຍໃນເມືອງດາກຈຶງ ມີປະຊາຊົນຫລາຍຄອບຄົວ ຜູ້ປູກກາເຟເປັນສິນຄ້າ ເຂົ້າເປັນສະມາຊິກ ຫລື ເຂົ້າຮ່ວມໂຄງການສົ່ງເສີມ ກາເຟສະມັດຕະພາບສູງ ຕິດພັນກັບຕະຫລາດທີ່ໝັ້ນຄົງ ນໍາບໍລິສັດຕົນທັງໝົດ 41 ຄອບຄົວ ໃນນັ້ນຢູ່ບ້ານດາກມັນ 2 ຄອບຄົວ, ດາກຕະອອກໃຫຍ່ 9 ຄອບຄົວ, ດາກວໍ 22 ຄອບຄົວ ແລະ ບ້ານດາກຣັນ 8 ຄອບຄົວ

ເຊິ່ງໄລຍະຜ່ານມາ ບໍລິສັດໄດ້ສະໜອງປຸ໋ຍ, ຢາ ແລະ ແນະນໍາເຕັກນິກການປູກ-ການປົກປັກຮັກສາ ເພື່ອໃຫ້ໄດ້ຜົນຜະລິດທີ່ສູງ ແລະ ມີຄຸນນະພາບ ຕາມຄວາມຕ້ອງການຂອງຕະຫລາດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.