ເຂົ້າໜຽວຂອງລາວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ

ພາບ: idsala.blogspot.com
ລາວ – ເຂົ້າໜຽວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ.
ນັບຕັ້ງແຕ່ໃດໆມາ ປະຊາຊົນລາວ ແລະ ບາງພາກສ່ວນຂອງປະເທດໄທເປັນຕົ້ນແມ່ນພາກອີສານ ລຽບຕາມສອງຝັ່ງແມ່ນ້ຳຂອງລ້ວນແລ້ວແຕ່ເຕີບໃຫຍ່ມາຢູ່ກັບເຂົ້າໜຽວມາແຕ່ໃດໆ ຈວບຈົນຮອດທຸກມື້ນີ້ ແລະ ມີວິທີ່ການຮຸ່ງ ຫລື ໜຶ້ງເຂົ້າ ລວມທັງອຸປະກອນຕ່າງໆຂອງແຕ່ລະເຂດຕ່າງກັນ ແລະ ຄືກັນໄປຕາມລຳດັບ.
ດັ່ງນັ້ນເວົ້າໄດ້ວ່າ ເຂົ້າໜຽວເປັນ ອາຫານຈານຫຼັກຂອງຄົນລາວ ເວົ້າໄດ້ວ່າຜູ້ຄົນບໍລິໂພກເຂົ້າໜຽວໃນລາວ ສອງຈາກສາມສ່ວນ ຂອງພັນເຂົ້າຊະນິດຕ່າງໆ, ເຂົ້າໜຽວຍັງມີຫຼາກຫຼາຍສາຍພັນໃຫ້ເລືອກບໍລິໂພກໄດ້ຕາມຕ້ອງການ ທັງພັນເຂົ້າພື້ນເມືອງເກົ່າ ແລະ ສາຍພັນໃຫ່ມ ເຊິ່ງໃຊ້ເພື່ອປັບປຸງຄຸນນະພາບຂອງອາຫານ ຫັນປ່ຽນໃຫ້ເປັນເສດຖະກິດເພື່ອລ້ຽງຊີບ. ເຂົ້າໜຽວ ບາງຊະນິດກໍ່ປູກງ່າຍໃນພື້ນທີ່ສູງຊັນ ແລະ ທົ່ງພຽງ, ບາງຊະນິດປູກໃນນາໜອງ (ພື້ນທີ່ປຽກຊື້ນ).

ເຂົ້າໜຽວ ມີວິທີການ ໃນການໜຶ້ງທີ່ງ່າຍດາຍ.
- ລ້າງ ແລະ ມ່າເຂົ້າ: ຕັກເຂົ້າສານໃສ່ຊາມ, 1/2- 1 ຈອກ ຕໍ່ຄົນ, ໃສ່ນ້ຳໃຫ້ຖ້ວມເຂົ້າ ຢ່າງນ້ອຍ 2 ຊມ (1 ນິ້ວ), ມ່າປະໄວ້ 6 ຊົ່ວໂມງ (ໄລຍະເວລາ ໃນການມ່າ ແມ່ນສຳຄັນຫຼາຍ) ຫຼື 2 ຊົ່ວໂມງ ກໍສາມາດນຳໄປໜຶ້ງໄດ້ ຖ້າຫາກມີເວລາບໍ່ພຽງພໍ.
- ນຳເຂົ້າໄປໜຶ້ງ: ເທນ້ຳອອກຈາກເຂົ້າໃຫ້ໝົດ, ໃສ່ນ້ຳໃນໝໍ້ໜຶ້ງ ປະລິມານ 1/3 ຂອງຂະໜາດໝໍ້, ຂະນະດຽວກັນ ກໍນຳເຂົ້າໃສ່ໃນຫວດ ເພື່ອນຳໄປໜຶ້ງ.
- ປົກຫວດເຂົ້າໄວ້ ດ້ວຍກຸບນ້ອຍ ຫຼື ຜ້າສະອາດ, ໜຶ້ງປະໄວ້ 20-30 ນາທີ ລະວັງຢ່າໃຫ້ນ້ຳໃນໝໍ້ໜຶຶ້ງແຫ້ງ. ໄລຍະເວລາໃນການໜຶ້ງ ຂຶ້ນຢູ່ກັບເງື່ອນໄຂຂອງເຂົ້າທີ່ໃຊ້ ຖ້າຫາກເຂົ້າໃໝ່ ກໍ່ໍອາດຈະໃຊ້ເວລາໃນການໜຶ້ງໄວກ່ວາ ເຂົ້າເກົ່າ. ກໍລະນີທີ່ ໜຶ້ງເຂົ້າໃນປະລິມານຫຼາຍ ແນຳນຳໃຫ້ຟື້ນດ້ານ ແລ້ວຂວາມດ້ານເທິງລົງລຸ່ມຫຼັງຈາກທີ່ໜຶ້ງໄດ້ໃນໄລຍະໜຶ່ງແລ້ວ ເພື່ອໃຫ້ເຂົ້າສຸກທົ່ວເຖິງທຸກເມັດ ແລະ ອາດຈະຕ້ອງໃຊ້ເວລານານເຖິງ 40 ນາທີ.
- ເມື່ອເຂົ້າ ເລີ່ມມີກິ່ນຫອມ ແລະ ອ່ອນ ພ້ອມຮັບປະທານແລ້ວ ໃຫ້ນຳຫວດເຂົ້າອອກຈາກໝໍ້ໜຶ້ງ ເພື່ອທີ່ຈະເທເຂົ້າໃສ່ຜ້າທີ່ສະອາດ ຫຼື ໃບຕອງ, ຫຼັງຈາກນັ້ນໃຫ້ນຳໄມ້ ມາອວຍເຂົ້າ ເພື່ອໃຫ້ເຂົ້າຄາຍອາຍນ້ຳ ແລ້ວນຳໃສ່ກະຕິບເຂົ້າ.
ຄັນທ່ານບໍ່ຢາກໃຫ້ມັນເເຂງໄວໃຫ້ທ່ານເອົາເຂົ້າໃສ່ຕິບໃຫຍ່ເພາະການເຕົ້າກັນຢູ່ນັ້ນຈະຮັກສາທັງຄວາມອຸ່ນທັງຄວາມນິ້ມໄວ້ດົນ, ຄັນທ່ານມີເຂົ້າຫນຽວເເຫ້ງໆເເນ່ຫນ້ອຍນຶ່ງຫລືເເຫ້ງຈາຮີດນີ້ລະໃຫ້ເອົາໄປໃສ່ນໍ້າໃນຊາມເເລະ ເຮັດໃຫ້ມັນເປັນເມັດໃຜເມັດມັນຫລັງຈາກນັ້ນກໍເຊິໃສ່ຫວດເເລ້ວກໍເອົາໄປຫນຶ້ງຕາມທັມມະດາ ເເລະ ເຂົ້າ ຂອງທ່ານກໍຈະນິ້ມດີເຫມືອນກັນ ເເລະ ກຸ້ມໄດ້ສອງມື້ຈຶ່ງຄ່ອຍເລີ້ມເເຂງ.
ຂໍ້ມູນເພີ່ມເຕີມຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານເຮືອນພັກທ່າເຮືອ).
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: www.phakhaolao.la.