ຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ ນະຄອນຫລວງວັນຈັນ.

ພາບ: Art and Culture of Laos
ສຳຫລວດຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ.
ເມື່ອງຫາດຊາຍຟອງຖືວ່າເປັນເມືອງໜື່ງທີ່ເກົ່າແກ່ ແລະ ຕັ້ງຢູເຂດແຄມແມ່ນ້ຳຂອງນີ້ມາດົນຫລາຍສັດຕະວັດແລ້ວ ມີວັດຖະນາທຳຮີດຄອງອັນດີງາມມາແຕ່ໃດໆແລ້ວ ສະນັ້ນຮ່ອງຮອຍວັດຖຸບູຮານຕ່າງໆກໍ່ຍັງຄົງມີໃຫ້ຄົນລຸ້ນໃໝ່ໄດ້ເຫັນກັນຢູ່ ແລະ ປະຈຸບັນກໍ່ຍັງສາມາດໄປເບິ່ງໄດ້ ຫລື ສອບຖາມຜູ່ເຖົ້າຜູ່ແກ່ຕາມບ້ານຈະໄດ້ຮູ້ທີ່ໄປທີ່ມາຂອງມັນ ແລະ ເມືອງເກົ່າຊາຍຟອງແຫ່ງນີ້ແມ່ນໄດ້ຮັບອິດທິພົນຈາກຂອມໃນສະໄຫມກ່ອນ ປະມານໃນສັດຕະວັດທີ 12.
ຜູ້ທີມັກຮັກທາງດ້ານວັດທະນະທັມ ໄດ້ພາກັນໄປເບິ່ງຊາກຂອງວັດຖຸບູຮານ ເຊັ່ນ : ພຣະທາຕຸ , ວັດ, ພຣະພຸດທະຮູບ ໄຫທີຖືກຂຸດພົບໃນເຮືອນປະຊາຊົນ ເມື່ອເດືອນມີນາ 2019 ເຊິ່ງໃນເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນນີ້ ເມື່ອກ່ອນເປັນເມືອງເກົ່າແກ່ແລະມີສິລະປະລັກສະນະທີສ້າງຂຶ້ນສະເພາະຕົນທີເປັນເອກະລັກ ເຊິ່ງບັນດາພຣະພຸດທະຮູບສະໄຫມນັ້ນເອິ້ນວ່າ ພຣະພຸດທະຮູບສະໄຫມເສດຖາປຸຣະແລະຊາຍຟອງ ທີໄດ້ຮັບອິດທິພົນຂອງຂອມແຜ່ເຂົ້າມາ ເຊິ່ງພຣະພຸດທະຮູບໃນສະໄຫມນີ້ ມັກສ້າງດວ້ຍຫິນ ແຕ່ວິວັດທະນາການມາຈາກສິລະປະສິໂຄດຕະບອງ ມີລັກສະນະຮູບແບບຄື :

– ເກດມາລາ ( ຜົມ ) ເຫນືອນສີໂຄດຕະບອງ ແຕ່ປ່ຽນຮູບແບບເປັນຫຼາຍຢ່າງເຊັ່ນ : ຂອດເປັນກົ້ນຫອຍ, ຝາຊີຂວ້ຳ, ເປັນມຸງກຸດເທວະຮູບ, ເປັນດອກບົວກີບອ້ອມຮອບ.
– ຍອດແປວພຣະເກສາເສັ້ນໃຫຍ່ ແຕ່ເສັ້ນພຣະເກສາເຮັດຄືກັບຄົນ ບາງເທື່ອກໍ່ເປັນຂົດຂະໝວດລະອຽດກໍ່ມີ ຫຍາບໆກໍ່ມີ.
– ພຣະພັກກ້ວາງ.
– ພຣະໂອດ ( ຮີບສົບ ) ເຕື່ອຍລົງແລະຄາງປ້ານ.
– ຜ້າຈີວອນ ຖ້າເປັນພຣະປາງຢືນຈະເປັນຫົ່ມຄຸມ ຖ້າເປັນປາງນັ່ງ ຈະມີທັງຫົ່ມຄຸມແລະບ່ຽງບ່າ.
– ຜ້າສັງຄາຕິຍາວຮອດພຣະນາພີ ( ສາຍບື ).
– ຜ້າສະບົງຂ້າງເທີງບານເປັນສັນຄືກັນສາຍຮັດແອວ.
– ພຣະກັນ ( ຫູ ) ໂດຍສ່ວນໃຫຍ່ຈະຍາວຢ່ອນລົງຮອດພຣະອັງສະ ( ບ່າ ) .
– ຖ້າເປັນພຣະອົງຂະໜາດໃຫຍ່ຈະມີລັກສະນະພິເສດດັ່ງນີ້ : ເສັ້ນພຣະເກສາຈະຄືກັນກັບເສັ້ນຜົມຄົນ ແລະຈະຄ້າຍຄືຫນາມເປືອກຫມາກມີ້ ບາງຄັ້ງກໍ່ຄ້າຍຄືກັບຫອຍເບ້ຍ..
– ຖ້າເປັນພຣະຊົງເຄື່ອງຈະມີລັກສະນະພິເສດຄື : ມີສາຍຄໍ ມີປອກແຂນ ຜ້າພັນກາຍເປັນລວດລາຍແບບຂອມ.
– ຮ່ອງບົວແທ່ນ ມີທັງບົວຂວ້ຳແລະບົວຫງາຍ ແລະມີແຕ່ບົວຫງາຍຢ່າງດຽວກໍ່ມີ ຫລືບົວຂວ້ຳກໍ່ມີພາຍຫລັງພຣະພຸດທະສາສະໜາແບບມະຫາຍານໄດ້ສູ້ຍັນກັບລັດທິລັງກາວົງ ສຸດທ້າຍລັດທິລັງກາວົງເປັນຝ່າຍຊະນະໃນຂະເໝນແລະແຜ່ມາມີອິດທິພົນຢູ່ລາວ ພຣະພຸດທະສາສະໜານິກາຍມະຫາຍານໃນລາວກໍ່ຫມົດໄປ.

ເມືອງເກົ່າຊາຍຟອງ ຕັ້ງຢູ່ແຄມນ້ຳຂອງ ຫ່າງຈາກເມືອງວຽງຈັນໄປດ້ານໃຕ້ປະມານ 15-20 ກິໂລແມັດ, ເມື່ອ ຄສ 1903 ໄດ້ມີການຄົ້ນພົບສິລາຈາຣຶກຂອມຫລັກທີ 1 ຂອງໂຮງໝໍເມືອງຊາຍຟອງ ເຊິ່ງເປັນສິລາຈາຣຶກພາສາສັນສະກິດ ສະໄຫມຍຸກຂອງພຣະເຈົ້າໄຊຍະວໍຣະມັນທີ 7 ( ຄສ 1181-1220 ) ເນື້ອໃນຂອງສິລາຈາຣຶກ ເຊິ່ງແປໂດຍທສາສະດາຈາຣຍ໌ຫລຸຍ ຟີໂນດ (Louis Finot) ນັກບູຮານຄະດີຄົນຝຣັ່ງເສດ ແມ່ນມີເນື້ອໃນກ່ຽວກັບລະບຽບການຂອງໂຮງຫມໍ ຫລື ອະໂຣຄະຍະສາລາ ເຊິ່ງບໍລິການປິ່ນປົວຄົນແລະສັດພ້ອມ ປະກອບມີນາຍແພດ 2 ຄົນ , ການຢາ 2 ຄົນ , ນາງພະຍາບານ 8 ຄົນ ຍາມ 19 ຄົນ ແລະມີຄົນຮັບໃຊ້ ( ພະນັກງານ ) ປະມານ 100 ຄົນ ອື່ນໆ ສະແດງໃຫ້ເຫັນອຳນາດອິດທິພົນຂອງຂອມທີແຜ່ເຂົ້າມາຮອດເມືອງວຽງຈັນ ປັດຈຸບັນສິລາຈາຣຶກນີ້ແມ່ນປະດິດສະຖານຢູ່ຫໍພຣະແກ້ວ ນະຄອນຫລວງວຽງຈັນ.

ວັດຖຸພັນອີກສິ່ງຫນຶ່ງທີຄວນກ່າວເຖິງນັ້ນກໍ່ຄື ຮູບແກະສະຫລັກຫິນ ພຣະໄຊຍະພຸດທະມະຫານາກ ຫລືຮູບພຣະເຈົ້າໄຊຍະວໍຣະມັນທີ 7 ກະສັດຂະເໝນຜູ້ທຳອິດທີລະຖິ່ມຄວາມເຄົາຣົບແລະຄວາມເຊື່ອຈາກສາສະໜາພາມ ປ່ຽນມານັບຖືພຣະພຸດທະນາສາໜາ ເຊິ່ງຮູບພຣະເຈົ້າໄຊຍະວໍຣະມັນທີ 7 ສະຫລັກດ້ວຍຫິນຊາຍປະທັບນັ່ງປາງສະມາທິ ນັ່ງຂັດຕະມາດ ຫນ້າຕັດກ້ວາງປະມານ 1 ແມັດ ເຊິ່ງແມ່ນຄົ້ນພົບຢູ່ເມືອງຊາຍຟອງ ປັດຈຸບັນແມ່ນປະດິດສະຖານຢູ່ກົມມະລານພຣະທາຕຸຫລວງ ນະຄອນຫລວງວຽງຈັນ ເຊິ່ງເປັນອົງໃຫຍ່ສຸດ ແລະສົມບູນທີສຸດ ເຊິ່ງຖືວ່າເປັນພຣະພຸດທະຮູບ 1 ໃນ 5 ທີຍັງມີ ຄືທີຫໍພິພິຕະພັນພະນົມເປັນ , ພິພິຕະພັນບາງກອກ ອີກອົງຫນຶ່ງເອິ້ນວ່າ ທ້າວພົມມະທັດທີພິມາຍ ທີວັດພຣະພາຍລວງ ເມືອງເກົ່າສຸໂຂໄທ ທີປະເທດລາວເຮົານີ້ເປັນພຣະພຸດທະຮູບອົງທີສົມບູນທີສຸດ ແລະໃຫຍ່ກວ່າ 4 ອົງທີພົບແລ້ວນັ້ນຫລັງຈາກຫມົດຍຸກຂອງເຈົ້າໄຊຍະວໍຣະມັນທີ 7 ສິ້ນພຣະຊົນໄປແລ້ວ ອຳນາດ ອິດທິພົນຂອງຂະເໝນ ກໍ່ສິ້ນສຸດ.

ໃນການເລາະຊົມຄັ້ງນີ້ ແມ່ນໄດ້ໄປເບິ່ງທາຕຸເກົ່າແກ່ ທີມີຕົ້ນໄມ້ປົກຫຸ້ມຢູ່ 5 ຈຸດ , ພຣະພຸດທະຮູບເກົ່າຢູ່ໃນວັດເກົ່າ ( ປັດຈຸບັນນີ້ບໍ່ມີວັດແລ້ວ ) ແລະເບິ່ງໄຫບູຮານທີຂຸດຄົ້ນໃນດິນຢູ່ເຮືອນປະຊາຊົນເມື່ອເດືອນມີນາ 2019 ຜ່ານມາ ເຊິ່ງບັນດາ ທາຕຸຕ່າງໆ ທີເຫັນ ແມ່ນມີດິນຈີ່ແບບເກົ່າແກ່ທີເປັນກ້ອນໃຫຍ່ໆ ແລະກ້ອນໆນ້ອຍ ເຊິ່ງອາດຈະຕີລາຄາໄດ້ວ່າ ພຣະທາຕຸເຫລົ່ານີ້ອາດມີການບູຣະນະປະຕິສັງຂອນມາຫລາຍຍຸກຫລາຍສະໄຫມ ແລະຕາມດິນສວນຂອງປະຊາຊົນ ທີມີການຂຸດນ້ຳສ້າງ ຈະເຫັນດິນຈີ່ຕາມຂອບຂຸມທີຂຸດລົງໄປ ເຊິ່ງໃນອານາບໍລິເວນນີ້ເມື່ອກ່ອນຄົງຈະມີສິ່ງກໍ່ສ້າງ ທັງວັດວາອາຮາມ ບ້ານເຮືອນຢູ່່ຢ່າງຫລວງຫລາຍ ( ສະຫລຸບແລ້ວການທີມີການລົງສຳຫລວດຄັ້ງນີ້ຍັງສະຫລຸບບໍ່ໄດ້ເທື່ອວ່າ ທາຕຸບາງຫນ່ວຍສ້າງເມື່ອໃດ ຊື່ວ່າວັດຫຍັງ ຕ້ອງໄດ້ຄົ້ນຄວ້າຕໍ່ໄປ ເພາະຍັງມີຫລາຍໆບ່ອນທີຍັງບໍ່ທັນໄດ້ໄປເທື່ອ).
ເນື້ອໃນຂອງປະຫວັດເມືອງເກົ່າຊາຍຟອງແມ່ນໄດ້ມາຈາກປື້ມ 3 ເຫລັ້ມ ຄື :
– ເມືອງວຽງຈັນສະໄຫມບູຮານ ຂອງທ່ານຫິມມະກອນ ມະໂນທັມ.
– ພຸດທະສິລະປະລາວ ຂອງຮອງສາສະດາຈາຣຍ໌ ສະຫງວນ ຣອດບຸນ.
– ຄວາມເປັນມາຂອງພຣະພຸດທະສາສາໜາໃນລາວ ຂອງອາຈາຣຍ໌ ດຣ ສຸເນດ ໂພທິສານ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ເພຈ Art and Culture of Laos