ຮູບປັ້ນ ໜ່ວຍໝາກນາວ ສັນຍາລັກບ້ານໝາກນາວ ເມືອງປາກງື່ມ

ຂປລ.
ເປີດຮູບປັ້ນ ສັນຍາລັກ ບ້ານໝາກນາວ ເມືອງປາກງື່ມ ຮູບປັ້ນທີ່ເປັນໜ່ວຍໝາກນາວ
ໃນວັນທີ 25 ມີນາ 2023 ຜ່ານມາ, ໄດ້ມີການຈັດພິທີເປີດຮູບປັ້ນໜ່ວຍໝາກນາວ ທີ່ບ້ານໝາກນາວ, ຮູບປັ້ນດັ່ງກ່າວຮູບປັ້ນໝາກນາວ ໄດ້ກາຍເປັນສັນຍາລັກຂອງ 3 ບ້ານຄື: ບ້ານໝາກນາວດົງ, ໝາກນາວເໜືອ ແລະ ບ້ານໝາກນາວໃຕ້ ເມືອງປາກງື່ມ ນະຄອນຫລວງວຽງຈັນ .
ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ສົມລືໄທ ນາຍບ້ານໆໝາກນາວເໜືອ ໄດ້ຕາງໜ້າໃຫ້ນາຍ ບ້ານທັງ 3 ບ້ານ ຍົກໃຫ້ເຫັນສາເຫດ ແລະ ແຮງຈູງໃຈ ໃນການສ້າງຮູບປັ້ນໝາກນາວ ເຊິ່ງນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ການຈັດຕັ້ງບ້ານກໍໄດ້ມີການຄົ້ນຄ້ວາ ປຶກສາຫາລືວ່າ ບ້ານໝາກນາວ ຄວນມີສັນຍາລັກ ເພື່ອໃຫ້ຊາວໜຸ່ມລູກຫລານ ແລະ ແຂກຄົນໄປ-ມາໄດ້ພົບເຫັນວ່າ ນີ້ຄືສັນຍາລັກຂອງບ້ານໝາກນາວ

ຈົນມາຮອດຕົ້ນປີ 2023 ຈຶ່ງໄດ້ປຸກລະດົມ ຊອກຫາແຫລ່ງທຶນ ເພື່ອມາສ້າງຮູບປັ້ນດັ່ງກ່າວ, ຈົນສຳເລັດ ເຊິ່ງຜູ້ສະໜັບສະໜູນຫລັກແມ່ນ ທ່ານນາງ ຈັນໂສ ກິດຕິວົງ ເຈົ້າຂອງຮ້ານເພັດພະໄທ. ໂອກາດນີ້, ທ່ານ ບຸນຍັງ ສົມລືໄທ ຍັງໄດ້ຕາງໜ້າໃຫ້ແກ່ອົງການຈັດຕັ້ງຂອງບ້ານໝາກນາວ ກໍຄື ພໍ່ແມ່ປະຊາຊົນທັງ 3 ບ້ານດັ່ງກ່າວ, ສະແດງຄວາມຂອບໃຈ ຕໍ່ຜູ້ສະໜັບສະໜູນທຶນຮອນ, ວັດຖຸປັດໄຈ ເພື່ອມາສົມທົບສ້າງໜ່ວຍໝາກນາວໃນຄັ້ງນີ້ ເຊິ່ງມັນໄດ້ປະກອບສ່ວນເຮັດໃຫ້ບ້ານໝາກນາວ ທັງສາມບ້ານ ມີເອກະລັກ ແລະ ເປັນທີ່ຮູ້ຈັກຂອງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ.
ບ້ານໝາກນາວດົງ, ໝາກນາວເໜືອ ແລະ ບ້ານໝາກນາວໃຕ້, ນອນຢູ່ໃນ 10 ໝູ່ບ້ານຂອງກຸ່ມ 3 ດົງກະລຶມ ຂຶ້ນກັບເມືອງປາກງື່ມ ນະຄອນຫລວງວຽງຈັນ, ທັງ 3 ບ້ານມີເນື້ອທີ່ທັງໝົດ 1.500 ເຮັກຕາ, ມີ 530 ຫລັງຄາເຮືອນ, ມີພົນລະເມືອງ 2.453 ຄົນ, ຍິງ 1.335 ຄົນ.

ໃນນັ້ນ, ໄດ້ແບ່ງການຄຸ້ມຄອງອອກເປັນ 3 ບ້ານຄື: ບ້ານໝາກນາວໃຕ້, ບ້ານໝາກນາວເໜືອ ແລະ ບ້ານໝາກນາວດົງ, ອາຊີບຂອງປະຊາຊົນແມ່ນກະສິກຳ, ເຮັດນາປູກເຂົ້າເປັນຕົ້ນຕໍ, ປູກພືດຜັກເປັນສໍາຮອງ ແລະ ລ້ຽງສັດ, ຫາປາຂາຍເປັນອາຊີບເສີມ, ສາມາດສ້າງລາຍຮັບ ໃຫ້ແຕ່ລະຄອບຄົວມີຊີວິດການເປັນຢູ່ ນັບມື້ນັບດີຂຶ້ນເລື້ອຍໆ.
ກຸ່ມບ້ານໝາກນາວ ປະກອບມີໂຮງຮຽນປະຖົມ ແລະ ມັດທະຍົມ 1 ແຫ່ງ ແລະ ໂຮງໝໍນ້ອຍ 1 ແຫ່ງໃຫ້ບໍລິການແກ່ປະຊາຊົນໃນຍາມສຸກເສີນ ແລະ ອື່ນໆ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.