ຮອງນາຍົກເຄືອນໄຫວກວດກາການກໍ່ສ້າງເຮືອນໃຫ້ຜູ້ປະສົບໄພເຂື່ອນແຕກ.

ພາບ: ຂປລ.
ຮອງນາຍົກລົງຢ້ຽມຢາມການກໍ່ສ້າງເຮືອນໃຫ້ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ.
ເພື່ອເປັນການເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໄດ້ເຂົ້າຢູ່ເຮືອນໃໝ່ຖາວອນໂດຍໄວ ແນ່ໃສ່ເພື່ອເປັນການຍົກລະດັບ ແລະ ແກ້ໄຂການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວຕໍ່ໄປສູ່ຊິວິດການເປັນຢູ່ປົກກະຕິໂດຍໄວ.
ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເຊິ່ງນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງແຂວງອັດຕະປື ແລະ ກະຊວງທີ່ກ່ຽວຂ້ອງ ລົງກວດກາຕິດຕາມການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພິ ບັດ ຢູ່ເຂດບ້ານຕະມໍຢອດ ແລະ ບ້ານດົງບາກໃໝ່ຫີນດຳ ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 11 ພະຈິກ 2020 ເພື່ອຕິດ ຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ເລັ່ງທວງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ການລົງຕິດຕາມກວດການໃນຄັ້ງນີ້, ໄດ້ເນັ້ນໃສ່ສະເພາະການກໍ່ສ້າງເຮືອນຖາວອນ ຈຳນວນ 700 ຫລັງ ທີ່ໄດ້ຮັບທຶນຈາກ ບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ປະຊາຊົນພ້ອມຂຶ້ນຢູ່ ຈຳນວນ 500 ກວ່າຫລັງ ກ່ອນເດືອນເມສາ 2020 ນີ້. ຈຳນວນ 700 ຫລັງປະກອບ ມີ: ເຮືອນວິນລາ 80 ຫລັງ, ເຮືອນກໍ່ສອງຊັ້ນ 4 ຫລັງ, ເຮືອນເຄິ່ງກໍ່ເຄິ່ງໄມ້ 278 ຫລັງ ແລະ ເຮືອນມີກ້ອງຕາລ່າງ 338 ຫລັງ. ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ມີທັງໝົດ 811 ຫລັງ, ໃນນັ້ນ 45 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານໄທ ເຊິ່ງສຳເລັດແລ້ວ 44 ຫລັງ ແລະ ຍັງອີກພຽງ 1 ຫລັງ ທີ່ກຳລັງກໍ່ສ້າງ, ມີ 66 ຫລັງ ໄດ້ຮັບທຶນຊ່ວຍເຫລືອຈາກ ໂຄງການ UN-HABITAT ປະເທດຍີ່ປຸນ ເຊິ່ງສໍາເລັດທັງໝົດແລ້ວ ແລະ ສ່ວນທີ່ເຫລືອຄາດວ່າຈະໃຫ້ສໍາເລັດທັງໝົດໃນທ້າຍປີ 2021.
ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ ມີຄວາມມັກບໍ່ຄືກັນ ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ, ລວມການຈັດສັນທີ່ດິນທີ່ຍັງບໍ່ທັນແທດເໝາະ ຫລື ຖືກກັບຄວາມຕ້ອງການຂອງປະຊາຊົນ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ.

ເຖິງແນວໃນກໍດີ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ເມືອງ, ແຂວງອັດຕະປື ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງຜູ້ຮັບເໝົາກໍ່ສ້າງຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ, ປະສານງານກັນຢ່າງຕໍ່ເນື່ອງ ເພື່ອເລັ່ງແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນໃຫ້ພໍ່ແມ່ປະຊາຊົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດດຽວກັນ, ຄະນະດັ່ງກ່າວກໍໄດ້ໄປຢ້ຽມຢາມ ໂຄງການກໍ່ສ້າງສ້ອມແປງຊົນລະປະທານຫ້ວຍສະໝອງ, ຊົນລະປະທານຝາຍນ້ຳລົ້ນເຊປຽນ ກຸ່ມບ້ານແທ ເມືອງສະໜາມໄຊ ແລະ ຢ້ຽມຢາມໂຄງການກໍ່ ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ຢູ່ເມືອງໄຊເຊດຖາ ແຂວງອັດຕະປື.
ຂ່າວ-ພາບ: ສິງຄຳ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂປລ