ອຸທິຍານຫິນໜາມໜໍ່ຈະໄດ້ຮອງຮັບໃຫ້ເປັນມໍລະດົກໂລກປີ 2022

ພາບ: www.vientianetimeslao.la
ອຸທິຍານຫິນໜາມໜໍ່ຈະກາຍເປັນມໍລະດົກໂລກທາງທຳມະຊາດຂອງລາວ.
ພາບທຳມະຊາດ ສອງຂ້າງທາງທີ່ສວຍສົດງົດງາມ ໃນການເດີນທາງໄປຕາມເສັ້ນທາງລົງພາກໃຕ້ຂອງລາວ ຜ່ານ ຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິງອີກໜຶ່ງບ່ອນທີ່ສວຍງາມຫລາຍແມ່ນ ປ່າສະຫງວນ ຫິນໜາມໜໍ່ ພູຜາຜ່ານຕາມເສັ້ນທາງເລກ 8ອາ ໃນໄລຍະທີ່ຜ່ານເມືອງຄູນຄຳ ແຂວງຄຳມ່ວນ.
ລັດຖະບານລາວໄດ້ດຳເນີນການສະເໜີ ປ່າສະຫງວນແຫ່ງຊາດຫິນໜາມໜໍ່ ແຂວງຄຳມ່ວນ ກັບ UNESCO ເພື່ອຂໍຂື້ນທະບຽນເປັນມໍລະດົກໂລກ, ຖ້າຫາກໄດ້ຮັບການພິຈາລະນາກໍ່ຈະເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ. ໃນຂະນະດຽວກັນຮູບພາບທຳມະຊາດ ຈຳນວນຫຼວງຫຼາຍກໍກຳລັງຈະຖືກທຳລາຍດ້ວຍການພັດທະນາພື້ນຖານໂຄງລ່າງ, ການກະສິກຳ ແລະ ລວມທັງການຕັດໄມ້ ແລະ ຖ້າຫາກບໍ່ສາມາດສະກັດກັ້ນໄດ້, ແຫຼ່ງທ່ອງທ່ຽວທຳມະຊາດກໍຄົງຍັງເຫຼືອແຕ່ ເປັນພູຫິນປູນດັ່ງຫິນໜາມໜໍ່ເທິງພູຜາມ່ານ ແຂວງຄຳມ່ວນແຫ່ງນີ້.

ລ້າສຸດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ອຸທິຍານແຫ່ງຊາດຫິນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄຳມ່ວນ ຈະໄດ້ຖືກຮອງຮັບເປັນມໍລະດົກໂລກຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງ ສສ ຫວຽດນາມ ໃນປີ 2022.
ທ່ານທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງ ຖວທ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ປະຈຸບັນເອກະສານ ແລະ ຄໍາຮ້ອງຕ່າງໆ ເພື່ອສະເໜີອຸທິຍານຫິນໜາມໜໍ່ເປັນມໍລະດົກໂລກ ແມ່ນກະກຽມສໍາເລັດແລ້ວຫຼາຍກວ່າ 50 % ແລະ ຄາດວ່າຮ່າງເອກະສານສະບັບທຳອິດຈະສາມາດສົ່ງໄປຫາອົງການ ອຸຍເນັສໂກ (Unesco ) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນເດືອນກັນຍາປີ 2021 ເພື່ອກວດກາຄວາມຖືກຕ້ອງຂອງເອກະ ສານ.
ທ່ານທອງໃບໄດ້ກ່າວຕື່ມວ່າ: ຖ້າຂັ້ນຕອນການສະເໜີ ຫຼື ເອກກະສານຕ່າງໆຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂ ຂອງ ອົງການ ອຸຍເນັສໂກ, ຄາດວ່າອຸທິຍານແຫ່ງຊາດ ຫິນໜາມໜໍ່ຈະຖືກຮອງຮັບໃຫ້ເປັນມໍລະດົກໂລກ ໃນປີ 2022 ຮ່ວມກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງສສ ຫວຽດນາມ ທີ່ຈະຖືກປະກາດເປັນມໍລະດົກຮ່ວມຊາຍ ແດນ ທີ່ມີຂະໜາດໃຫຍ່ທີ່ສຸດໃນອາຊີ ເຊິ່ງມີເນື້ອທີ່ລວມກັນເກືອບ 200.000 ເຮັກຕາ.
ອຸທິຍານແຫ່ງຊາດຫິນໜາມໜໍ່ ມີເນື້ອທີ່ທັງຫມົດ 90.000 ກວ່າເຮັກຕາ ໂດຍປະກອບມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງຄຳມ່ວນ ຊຶ່ງກິດຈະກຳຫຼັກແມ່ນ ການຍ່າງປ່າ, ພາຍເຮືອທ່ຽວຊົມຖ້ຳນ້ຳລອດ ເຊບັ້ງໄຟ, ການທ່ຽວຊົມນ້ຳຕົກ ແລະ ອື່ນໆ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: vientianetimeslao.la