ອາຈີນ ແລະ ນິດໄສ ມີຄວາມຄືກັນ ແລະ ແຕກຕ່າງກັນແນວໃດ?

DooDiDo
ອະທິບາຍຄຳວ່າ ອາຈີນ ແລະ ນິດໄສ ມີຄວາມໝາຍແນວໃດ?
ທຸກໆການກະທຳຂອງຄົນເຮົາລ້ວນແລ້ວແຕ່ມີຕົ້ນປາຍສາຍເຫດ, ແລະ ສິ່ງໃດສິງໜຶ່ງທີ່ເຮົາເຮັດ ຫລື ກະທຳເປັນປົກກະຕິເຊັ່ນການໄປວຽກໃນແຕ່ລະມື້, ການໃຊ້ຊິວິດ, ການເປັນຢູ່ແຕ່ລະມື້ນັ້ນລ້ວນແລ້ວແຕ່ເປັນອາຈີນ ຫລື ນິດໃສ່ທັງນັ້ນ, ແລະ ຫລາຍຄົນຄົງຍັງຄາໃຈຢູ່ວ່າສອງຄຳນີ້ແມ່ນມີຄວາມໝາຍອັນດຽວກັນບໍ່ ແລະ ຈະເອົາມານຳໃຊ້ໃນແຕ່ລະກໍລະນີຈັງໃດ?
ໃນບົດນີ້ເຮົາຈະມາເວົ້າໄຈ້ແຍກຢ່າງລະອຽດເພື່ອໃຫ້ເຂົ້າໃຈນຳກັນລະຫວ່າງ ອາຈີນ ແລະ ນິດໄສ ເພາະທັງສອງຄຳນີ້ມີຄວາມໝາຍທັງຄ້າຍຄືກັນ ແລະ ມີຄວາມແຕກຕ່າງກັນໄປໂດຍຈະອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ. ອີງຕາມວັດຈະນານຸກົມລາວ ແລະປາລີ ເທົ່າທີ່ຄົ້ນພົບ.
ດຣ. ທອງຄຳ ອ່ອນມະນີສອນ 2008:490
ມະຫາສິລາ ວີລະວົງ ພ.ສ 2549:208
ສີວຽງແຂກ ກອນນິວົງ 2013:810
ສີສະເຫວີຍ ສຸວັນນີ 2015: 350

ຄຳວ່າ “ອາຈີນ” ແລະ “ນິດໄສ” ມີຄວາມໝາຍຄ້າຍຄືກັນແຕ່ຕ່າງລະດັບ ແລະຮູບແບບ.
ຄຳວ່າ ອາຈີນ.
ມີມີເຄົ້າຈາກປາລີ-ສັນສະກິດ ແປວ່າ ການປະພຶດປົກກະຕິຈົນເປັນນິດໄສ, ການເຮັດສິ່ງນັ້ນໆຈົນຮູ້ສຶກວ່າມັນລຶ້ງເຄີຍ ທັງມັກແລະບໍ່ມັກ.
ຕົວຢ່າງ:
ແຕ່ລະມື້ລາວຕ້ອງໄດ້ໄປກິນເບຍກັບໝູ່, ກາຍເປັນອາຈີນແລ້ວ.
ຄຳວ່າ ນິດໄສ.
ມີເຄົ້າຈາກປາລີ-ສັນສະກິດ ໝາຍເຖິງການປະພຶດເລື້ອຍໆຈົນລຶ້ງໄປໃນຕົວ, ການປະພຶດທີ່ຊໍ້າໆ ຈົນບໍ່ຢາກປ່ຽນ ເປັນຄວາມມັກໃນຕົວ.
ຕົວຢ່າງ:
ລາວມັກເວົ້າຫລາຍໄປໃສ່ກະເວົ້າຫລາຍເປັນນິດໄສລາວແລ້ວ.
ສະຫລຸບ.
ທັງສອງນີ້ມີລຳດັບຂັ້ນຕ່າງກັນ ຄື “ອາຈີນ” ຈະມາກ່ອນ “ນິດໄສ”.
ອາຈີນ ເປັນແບບກິດຈະວັດທີ່ຖືກນົດນົດໃຫ້ເຮັດຈົນລຶ້ງ, ແບບຖືກບັງຄັບ ເຮັດໄປເລື້ອຍໆກໍລຶ້ງເຊັ່ນ ໂມງເຂົ້າການ, ກິນເຂົ້າເປັນເວລາ, ໄປເບິ່ງໜັງກັບແຟນ, ພາລູກໄປເລາະ…
ນິດໄສ ເປັນຄວາມລຶ້ງມາຈາກອາຈີນ ແລ້ວເລີ່ມບໍ່ຢາກປ່ຽນ ຕົວຢ່າງ ບໍ່ຢາກກິນເຂົ້າເຊົ້າ ແຕ່ກິນກາເຟແທນ, ບໍ່ມັກອາບນໍ້າ, ມັກເວົ້າຮ້າຍຍາມຄົນເຮັດບໍ່ຖືກໃຈ, ຢາກໃຫ້ແຕ່ຄົນອື່ນງໍ້, ຂັດເອົາແຕ່ໃຈ…
ເມື່ອເຮັດເປັນອາຈີນ ແລ້ວກໍຈະກາຍເປັນນິດໄສ ແລະຫາກນິດໄສຕິດໄປເລື້ອຍໆກໍເປັນອຸປະນິດໄສ ຫຼື ພາສາລາວເຮົາເອີ້ນວ່າ ສັນດານ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ເພຈ ປ່ອງຢ້ຽມພາສາລາວ.