ຫວນ​ຄືນ​ປະ​ຫວັດ​ໂຮງ​ພິມ​ແຫ່ງ​ລັດ ສ້າງ​ຂື້ນ​ພ້ອມ​ກັບ​ການ​ປະ​ຕິ​ວັ

SA Game

ຂ​ປ​ລ

ໂຮງພິມແຫ່ງລັດ ສືບທອດມາຈາກ ໂຮງພິມແນວລາວອິດສະລະສ້າງຕັ້ງຂຶ້ນພ້ອມກັບການຕໍ່ສູ້ປົດປ່ອຍຊາດ

ໂຮງພິມແຫ່ງລັດ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ສ້າງຕັ້ງຂຶ້ນພ້ອມ​ກັນ​ກັບຂະບວນການປະຕິວັດ-ຕໍ່ສູ້ປົດປ່ອຍຊາດ ເຊິ່ງໄດ້ສືບທອດມາຈາກ ໂຮງພິມແນວລາວອິດສະລະ, ໂຮງພິມແນວລາວຮັກຊາດ ແລະ ໂຮງພິມແຫ່ງຊາດ ໃນເມື່ອກ່ອນ, ຫລັງຈາກນັ້ນ, ມາຮອດປີ 1989 ໄດ້ຫັນມາເປັນທຸລະກິດ ກໍຄື ປ່ຽນມາເປັນ ບໍລິສັດ ລັດວິສາຫະກິດໂຮງພິມແຫ່ງລັດ ຈົນຮອດປັດຈຸບັນ

ເຊິ່ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ, ໄດ້ນຳໃຊ້ເຄື່ອງຈັກ ທີ່ທັນສະໄໝ ເຂົ້າໃນການຈັດພິມ, ສາມາດສັ່ງພິມໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ມາໃຊ້ບໍລິການ, ພ້ອມດຽວກັນນັ້ນ, ກໍມີພະນັກງານທີ່ມີປະສົບການ, ມີຄວາມຮູ້, ມີຄວາມຊຳນິຊຳນານ ໃນການດຳເນີນການ ເຮັດໃຫ້ໂຮງພິມມີຄວາມຍືນຍົງຄົງຕົວ, ສ້າງຜົນກຳໄລ ໃນແຕ່ລະປີ.

SA Game
ຂ​ປ​ລ

ທ່ານ ໄມອອນ ທຳມະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດໂຮງພິມແຫ່ງລັດ ໃຫ້ສຳພາດໃນວັນທີ 10 ສິງຫາ 2022 ນີ້, ເນື່ອງໃນໂອກາດກຽມສະເຫລີມສະ ຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ, ໂດຍທ່ານ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງບໍລິສັດລັດວິສາຫະກິດໂຮງພິມແຫ່ງລັດ ນັບແຕ່ເລີ່ມສ້າງຕັ້ງ ຈົນຮອດປັດຈຸບັນ ໂດຍມີບາງຕອນໃຫ້ຮູ້ວ່າ:

ບໍລິສັດລັດວິສາຫະກິດໂຮງພິມແຫ່ງລັດ ເປັນທຸລະກິດບໍລິການສິ່ງພິມໜຶ່ງທີ່ມີຄວາມສໍາຄັນໄດ້ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ, ໄດ້ສ້າງຕັ້ງມາເປັນເວລາດົນນານແຕ່ວັນທີ 13 ສິງຫາ 1950, ໄດ້ປະກອບສ່ວນໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ມີຜົນງານຢ່າງຫລວງຫລາຍໂດຍສະ ເພາະນັບແຕ່ມື້ຫັນເປັນທຸລະກິດ ໃນປີ 1989 ເປັນຕົ້ນມາ

ເຖິງວ່າມີຄວາມຫຍຸ້ງຍາກດ້ານເຄື່ອງຈັກເກົ່າ, ທຶນໝູນວຽນບໍ່ພຽງພໍ, ຕະຫລາດໄດ້ມີການແກ້ງແຍ້ງ-ແຂ່ງຂັນດ້ານລາຄາ ແລະ ຄຸນນະພາບ, ແຕ່ທຸລະກິດບໍລິການສິ່ງພິມຂອງໂຮງພິມແຫ່ງລັດ ໄດ້ເຮັດຫລ້ອນໜ້າທີ່, ມີຜົນກໍາໄລ ໃນແຕ່ລະປີ, ສາມາດປະຕິບັດພັນທະຂອງລັດໄດ້ຕາມແຜນການ, ບາງປີກໍໄດ້ຮັບການຍ້ອງຍໍຈາກກະຊວງການເງິນ ແລະ ໄດ້ຍືນຍົງຄົງຕົວຈົນເຖິງປັດຈຸບັນ ແລະ ຍັງມີບົດບາດ, ມີຄວາມສໍາຄັນໃນຂົງເຂດທຸລະກິດບໍລິການສິ່ງພິມ ໂດຍສະເພາະພວກເຮົາໄດ້ມີບົດຮຽນ-ປະສົບການໃນການດໍາເນີນທຸລະກິດ, ມີວິຊາການທີ່ຊຳນານງານດ້ວຍເຕັກນິກການພິມ.

ທ່ານ ໄມອອນ ທຳມະວົງ ຍັງໃຫ້ຮູ້ອີກວ່າ:

ມາຮອດປັດຈຸບັນນີ້, ໂຮງພິມແຫ່ງລັດ, ໄດ້ມີການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງລຽນຕິດເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ລັດວິສາຫະກິດໂຮງພິມແຫ່ງລັດ ສາມາດຜະລິດສິ່ງພິມຕ່າງໆໄດ້ທັງໝົດ 84 ລ້ານກວ່າໜ້າ (13×19 ຊມ), ສາມາດສ້າງລາຍຮັບໄດ້ 5 ຕື້ກວ່າກີບ, ມອບພັນທະໄດ້ 223 ລ້ານກວ່າກີບ.

ສຳລັບ ແຜນການ 6 ເດືອນທ້າຍປີ 2022 ນີ້, ບໍລິ ສັດ ລັດວິສາຫະກິດໂຮງພິມແຫ່ງລັດ ຈະສືບຕໍ່ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍກຳລັງການຜະລິດໃຫ້ດີຂຶ້ນກວ່າເກົ່າ ແລະ ພົວພັນກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ

SA Game
ຂ​ປ​ລ

ໃນການສະເໜີຫັນຊັບສິນເປັນທຶນ(ເຮືອນຫ້ອງແຖວແລກປ່ຽນເຄື່ອງຈັກພິມ 4 ສີ) ໃຫ້ສຳເລັດ ເພື່ອຫັນເປັນທັນສະໄໝເທື່ອລະກ້າວເອົາໃຈໃສ່ຄຸ້ມຄອງຄຸນນະພາບຜະລິດຕະພັນສິ່ງພິມໃຫ້ດີ, ຖືກຕ້ອງກັບຕົ້ນສະບັບ ແລະ ຄວາມຕ້ອງ ການຂອງລູກຄ້າ

ໂດຍສະເພາະຮູບ-ສີສັນ, ຂະໜາດ ຕ້ອງໃຫ້ລະອຽດຈົບງາມ, ສຳເລັດທັນເວລາຕາມສັນຍາ, ບຳລຸງຮັກສາ ແລະ ສ້ອມແປງເຄື່ອງຈັກພິມ, ເຄື່ອງມືຮັບໃຊ້ການຜະລິດທີ່ມີແລ້ວໃຫ້ສາມາດດຳເນີນການຜະລິດໄດ້ຢ່າງເປັນປົກກະຕິ ແລະ ຈະສູ້ຊົນຜະ ລິດສິ່ງພິມ ໃຫ້ໄດ້ທັງໝົດ 654 ລ້ານໜ້າ, ສ້າງລາຍຮັບໃຫ້ໄດ້ 9 ຕື້ກວ່າກີບ, ມອບພັນທະໃຫ້ໄດ້ 562 ລ້ານກີບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ