ສປປ ລາວ ເນັ້ນການປັບປຸງຄຸນນະພາບການສືກສາຂັ້ນພື້ນຖານ.

ພາບ: pasaxon.org.la
ລັດຖະບານ ອົສຕຣາລີຊ່ວຍເຫຼືອແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ.
ສປປ ລາວ ຄຸນນະພາບດ້ານການສືກສາຂັ້ນພື້ນຖານຖືວ່າຍັງຕ້ອງໄດ້ເອົາໃຈໃສ່ອີກຫລາຍຫາກຈະສົມທຽບກັບບັນດາຫລາຍໆປະເທດ ແລະ ເພື່ອພັດນາການສືກສາ ແລະ ຄວາມຮູ້ຄວາມສາມາດໃນ ສປປ ລາວ, ລັດຖະບານ ອົສຕຣາລີໄດ້ໃຫ້ທືນໃນການຊ່ວຍເຫຼືອໃນໂຄງການພັດທະນາການສືກສາຂັ້ນພື້ນຖານນີ້.
ກອງປະຊຸມຄະນະຊີ້ນຳ ແລະ ຄຸ້ມຄອງແຜນງານປັບປຸງຄຸນນະພາບຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນ ພື້ນຖານ ຢູ່ ສປປ ລາວ ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະ ຄອນ ຫຼວງວຽງຈັນ ພາຍໃຕ້ການເປັນ ປະທານຮ່ວມຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຈີນ ເບີນາດ ຄາຣາສໂຄ ເອກອັກຄະ ລັດຖະທູດ ແຫ່ງ ອົສຕຣາລີປະຈຳລາວ ຊຶ່ງມີພະແນກສຶກສາທິການ ແລະ ກິລາ 18 ແຂວງ, ວິທະຍາ ໄລ 8 ແຫ່ງ ແລະ ຄູ່ຮ່ວມງານທ່ີໃຫ້ທຶນສະໜັບສະໜູນເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບ ລາຍງານກ່ຽວກັບຜົນໄດ້ຮັບ ແລະ ຜົນສຳເລັດຕ່າງໆ ໃນການ ຈັດຕັ້ງປະຕິບັດໄລຍະ 5 ປີຜ່ານ ມາ ທີ່ແຜນງານສາມາດຈັດຕັ້ງປະຕິບັດໄດ້ ໃນສະພາບລະ ບາດຂອງພະຍາດໂຄວິດ-19 (COVID-19) ຊຶ່ງມີຫຼາຍກິດຈະ ກຳທີ່ສາມາດຈັດຕັ້ງປະຕິບັດສຳເລັດດັ່ງນີ້:
ສຳເລັດການພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ຂັ້ນ ປ1 ແລະ ປ2 ສະບັບປັບປຸງໃໝ່, ການພັດ ທະນາ ແລະ ທົດລອງຫຼັກສູດສ້າງຄູ ສຳລັບຊັ້ນປະຖົມສຶກສາ ລວມທັງຄູ່ມືການສຶກສາຮຽນຮ່ວມ ແລະ ນັກຮຽນຄູຊົນເຜົ່າຈຳນວນ 359 ຄົນ ໄດ້ຈົບການ ສຶກສາ
ແລະ ຈຳນວນໜຶ່ງກໍໄດ້ ຮັບໂກຕ້າເປັນລັດຖະກອນຄູ ສອນໃນຊຸມຊົນຂອງພວກເຂົາເອງ, ໄດ້ສຳເລັດການປັບປຸງພື້ນ ຖານໂຄງລ່າງຂອງໂຮງຮຽນຈຳ ນວນ 582 ແຫ່ງ, ປັບປຸງໂຮງ ຮຽນທີ່ດ້ອຍໂອກາດ 45 ແຫ່ງ ໃນ 9 ແຂວງ,
ຈັດຕັ້ງປະຕິບັດໂຄງ ການພັດທະນາຄວາມຮູ້ໜັງສື, ຈັດຕັ້ງປະຕິບັດໂຄງການນໍ້າສະອາດ ແລະ ຄວາມພິການຈຳ ນວນ 171 ບ້ານ ໂດຍຜ່ານອົງ ການຄອນຊອກຊຽມ ແລະ ໂຄງ ການທົດລອງນຳໃຊ້ທຶນໝູນ ວຽນວຽກສຶກສາຈຳນວນ 15 ໂຄງການ.
ໂຄງການນີ້ເລີ່ມຈັດ ຕັ້ງປະຕິບັດແຕ່ປີ 2015 ເປັນ ຕົ້ນມາ ໂດຍແມ່ນລັດຖະບານ ອົສຕຣາລີໃຫ້ທຶນສະໜັບສະ ໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ, ບີຄວາ (BEQUAL).
ງົບປະມານທັງໝົດ ໃນການຈັດຕັ້ງປະຕິບັດແຜນ ງານບີຄວາ ໃນໄລຍະ 5 ປີຜ່ານ ມາແມ່ນ 66,5 ລ້ານໂດລາອົສ ຕຣາລີ ໂດຍການສະໜັບສະ ໜູນທຶນຈາກລັດຖະບານອົສຕຣາລີ ຈຳນວນ 46,6 ລ້ານໂດ ລາອົສຕຣາລີ, 11,5 ລ້ານເອີໂຣ ຈາກສະຫະພາບເອີຣົບ ແລະ 1,8 ລ້ານໂດລາ ຈາກລັດຖະ ບານອາເມຣິກາ. ຜູ້ໄດ້ຮັບຜົນປະໂຫຍດທັງໝົດ 427.000 ຄົນ, ນັກຮຽນ 395.521 ຄົນ, ຄູຝຶກ 29.022 ຄົນ ແລະ ຜູ້ບໍລິ ຫານ 3.152 ຄົນ.
ນອກຈາກນີ້ ກອງປະຊຸມ ໄດ້ປຶກສາຫາລື ເພື່ອຈັດບຸລິມະສິດໃນການຈັດຕັ້ງປະຕິບັດ ໂດຍເນັ້ນໃສ່ການພັດທະນາຫຼັກ ສູດຊັ້ນປະຖົມສຶກສາ, ການພັດທະນາວິຊາຊີບຄູ, ການ ພັດທະນາບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ (inclusive education principles and practices) ໂດຍອີງໃສ່ແຜນການພັດທະນາວຽກງານການສຶກສາ ແລະ ກິລາ, ຄັ້ງທີ 9.
ລັດຖະບານອົສ ຕຣາລີ ສືບຕໍ່ໃຫ້ການສະໜັບສະ ໜູນແກ່ກະຊວງສຶກສາທິການ ແລະ ກິລາ ອີກ 22 ເດືອນ ເປັນຈໍານວນເງິນ 13,8 ລ້ານໂດລາ ອົສຕຣາລີ ໂດຍການເພີ່ມທຶນ ທັງໝົດເຂົ້າໃນແຜນງົບປະມານ ການຈັດຕັ້ງປະຕິບັດແຜນງານ 80 ລ້ານກວ່າໂດລາອົສຕຣາລີ.
ນອກຈາກວຽກງານດັ່ງກ່າວໄລຍະພະຍາດໂຄວິດ-19 (COVID-19) ລະບາດລັດຖະ ບານອົສຕຣາລີໄດ້ສະໜັບສະ ໜູນຊຸດອຸປະກອນຄອມພິວເຕີ ແລະ ອຸປະກອນເຄື່ອງສາຍວີ ດີໂອຈຳນວນໜຶ່ງ, ເພືື່ອຮັບໃຊ້ ເຂົ້າໃນກອງປະຊຸມສຳມະນາທາງອອນລາຍຈຳນວນ 10 ຊຸດ ໃຫ້ແກ່ວິທະຍາໄລສ້າງຄູ 8 ແຫ່ງ, ກົມສ້າງຄູກະຊວງສຶກສາທິ ການ ແລະກິລາ ແລະ ສູນພັດທະນາວິຊາຊີບຄູ.
(ຂ່າວ: ສສກ)
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: pasaxon.org.la