ສ້າງພຣະພຸດທະຮູບ ທອງເຫລືອງປາງຊະນະມານທີ່ວັດປ່າລະຍາວໃຕ້

SA Game

ຂ​ປ​ລ

ຫລໍ່ພຣະພຸດທະຮູບ ທອງເຫລືອງປາງຊະນະມານ 2 ອົງ ຢູ່ວັດປ່າລະຍາວໃຕ້ເມືອງ ສາມັກຄີໄຊ ອັດ​ຕະ​ປື

 ແຂວງອັດຕະປື ຈັດພິທີຫລໍ່ພຣະພຸດທະຮູບ ທອງເຫລືອງ ປາງຊະນະມານ 2 ອົງ ຂຶ້ນທີ່ວັດປ່າລະຍາວໃຕ້ ເມືອງ ສາມັກຄີໄຊ ໃນວັນທີ 25 ມິຖຸນາ 2022 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະຝ່າຍສົງ, ອົງການຈັດຕັ້ງທຸກພາກສ່ວນທີ່ກ່ຽວ ຂ້ອງ ແລະ ພຸດທະສາສະນິກະຊົນຜູ້ມີໃຈບຸນກຸສົນເຂົ້າ ຮ່ວມ.

ທ່ານ ເລັດ ໄຊຍະພອນ ໄດ້ມີຄຳເຫັນເປີດພິທີວ່າ: ການຫລໍ່ພຣະພຸດທະຮູບ ຄັ້ງນີ້ ແມ່ນບົ່ງບອກເຖິງຄວາມຈະ ເລີນຮຸ່ງເຮືອງດ້ານຄວາມສັດທາ ຂອງບັນພະບຸລຸດລາວເຮົາຕໍ່ພຣະພຸດທະສາສະໜາ, ເພາະພຣະພຸດທະຮູບຄື: ຮູບເຄົາລົບທີ່ສູງສຸດ, ສັນຍາລັກເຄື່ອງໝາຍບອກເຖິງຄວາມດີ, ມີຄວາມກ່ຽວຂ້ອງກັບພຣະພຸດທະສາສະໜາ, ພຣະພຸດທະ ຮູບເຖິງແມ່ນວ່າຈະບໍ່ແມ່ນອົງແທນພຣະພຸດທະເຈົ້າກໍ່ຕາມ, ແຕ່ກໍເປັນການສ້າງວັດຖຸມຸງຄຸນ, ມໍລະດົກທາງໃຈທີ່ແສນປະເສີດ, ມີຄຸນຄ່າຫລາຍ.

SA Game
ຂ​ປ​ລ

ການຫລໍ່ພຣະພຸດທະຮູບ ໃນຄັ້ງນີ້ ແມ່ນເພື່ອສືບສານ ພຸດທະສິລະປະ ອັນຊົງຄຸນຄ່າຂອງບັນພຣະບູລຸດລາວ ເພື່ອຮັກສາ ແລະ ພັດທະນາສີລະປະລາວຮ່ວມສະໄໝ ໃຫ້ຈະ ເລີນຮຸ່ງເຮືອງເໝືອນໃນອະດີດ ທີ່ສືບຕໍ່ກັນມາຍາວນານຫລາຍຮ້ອຍປີ, ທັງເປັນການສ້າງບຸນກຸສົນໃຫ້ກັບຕົນເອງ ແລະ ຄອບຄົວ ເພື່ອນຶກເຖິງພຣະທັມຄໍາສັ່ງສອນຂອງພຣະພຸດທະອົງ ຈຶ່ງສ້າງຖວາຍເປັນພຸດທະບູຊາແດ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ແລະ ເປັນເຄື່ອງກາບໄຫວ້ສັກກາຣະບູຊາທັງຫລາຍຂອງພຸດທະສາສະນິກະຊົນເພື່ອສືບທອດອາຍຸຂອງພຣະພຸດທະສາດສະໜາ ໃນດ້ານສາສະຫນາວັດຖຸໃຫ້ມີຄວາມຮຸ່ງເຮືອງເຫລືອງເຫື້ອມຕໍ່ໄປ.

ພ້ອມນີ້ຍັງການອຸທິດສ່ວນບຸນກຸສົນ ໃຫ້ກັບບັນພຣະບຸລຸດ ມີບິດາ- ມານດາ, ຄູອາຈານ,ບູລະພຣະກະສັດ, ຜູ້ນຳພັກລັດ ແລະສັບພະສັດທັງຫລາຍທີ່ລ່ວງລັບໄປແລ້ວ; ພຣະພຸດທະຮູບທອງເຫລືອງ ປາງຊະນະມານ ທັງ 2 ອົງນີ້ ມີນໍ້າໜັກລວມ ອົງລະ 600 ກິໂລ.

SA Game
ຂ​ປ​ລ

ໃນພິທີຄັ້ງນີ້, ຍັງໄດ້ມີການຕັກບາດຖວາຍສັງຄະທານ, ໃຕ້ທຽນບູຊາ ພະລັດຕະນະໄຕ ລັ່ນຄ້ອງ 9 ບາດ, ໄຫວ້ພຣະຮັບສິນ ຖວາຍທອງວັດຖຸມຸງຄຸນມີຄ່າ ຄະລະວະ ຮັບພອນ, ຢາດນໍ້າ, ປ່ອນວັດຖຸມຸງຄຸນມີຄ່າ ຫລາບເງິນ, ຫລາບຄຳ, ຫລາບທອງ, ພ້ອມຫລໍ່ເກດພະ ແລະ ຫລໍ່ອົງພະພຸດ ທະຮູບຢ່າງເປັນທາງການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ