ສຳເລັດໜ້າທີ່ຂອງທ່ານທູດ ສ.ເກົາຫລີ ພ້ອມມິດຕະພາບອັນດີງາມ.

ພາບ: ຂປລ.
ລັດຖະບານລາວ ມອບຫລຽນກາມິດຕະພາບຂອບໃຈທູດ ສ.ເກົາຫລີ ສຳເລັດໜ້າທີ່.
ທີ່ກະຊວງການຕ່າງປະເທດ ໃນວັນທີ 03 ພະຈິກ 2020, ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ ໄດ້ ເຂົ້າຢ້ຽມອໍາລາໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕ້ອນຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມີກຳນົດຈະເດີນທາງກັບຄືນປະເທດ ໃນເດືອນພະຈິກ 2020ນີ້.
ທ່ານ ຊິນຊອງຊຸນ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 2 ປີ 8 ເດືອນ ຈາກການປະຕິບັດໜ້າທີ່ດັ່ງກ່າວໄດ້ສຳເລັດລົງ ແລະ ທ່ານ ສະເຫລີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈມາຍັງທ່ານທູດສຳລັບການປະຕິບັດວຽກງານໂດຍສະເພາະແມ່ນການປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃນໄລຍະຜ່ານມາ.

ພິເສດແມ່ນການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານຕ່າງໆໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.
ທ່ານ ຊິນຊອງຊຸນ ຍັງມີຜົນງານທີ່ພົ້ນເດັ່ນໃນການຂົນຂວາຍການຊ່ວຍເຫລືອຈາກລັດຖະບານ ສ.ເກົາຫລີ ໃຫ້ແກ່ ສປປ ລາວ ໃນດ້ານການເກັບກູ້ລະເບີດບໍ່ທັນແຕກ, ການສຶກສາ ແລະ ການຊ່ວຍເຫລືອທຶນຮອນ ພ້ອມດ້ວຍອຸປະກອນການແພດແກ່ ສປປ ລາວ
ເພື່ອຮັບມືກັບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງການຊ່ວຍເຫລືອ ສປປ ລາວ ເພື່ອຮັບມືກັບໄພພິບັດທໍາມະຊາດ ເປັນຕົ້ນແມ່ນ ໄພພິບັດນໍ້າຖ້ວມ ຢູ່ ແຂວງອັດຕະປື ໃນປີ 2018 ແລະ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນປີ 2019 ຜ່ານມາ.
ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ ໃນປີ 2020 ນີ້, ທ່ານ ທູດ ໄດ້ຫ້າວຫັນໃນການຮ່ວມມືກັບຝ່າຍລາວ ຈັດກິດຈະກໍາຕ່າງໆ ລວມທັງການປາຖະກະຖາ ກ່ຽວກັບສາຍພົວພັນການທູດ ສປປ ລາວ ແລະ ສ.ເກົາ ຫລີ ແນ່ໃສ່ເພື່ອລະລຶກເຖິງວັນສໍາຄັນດັ່ງກ່າວ ແລະ ເປັນການເຜີຍແຜ່ສາຍພົວພັນອັນດີ ແລະ ການຮ່ວມມືທີ່ມີຜົນສໍາເລັດສູງລະຫວ່າງ ສອງປະເທດ ຕະຫລອດ 25 ປີຜ່ານມາ ໃຫ້ແກ່ພະນັກງານ, ນັກຮຽນຮູ້, ປັນຍາຊົນ ແລະ ປະຊາຊົນທັງສອງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈ.
ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ສປປ ລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ຊິນຊອງຊຸນ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນ ງາມຄວາມດີ ທີ່ທ່ານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ
ແລະ ການຮ່ວມມືອັນດີງາມຂອງສອງປະເທດ ສປປ ລາວ ແລະ ສ.ເກົາຫລີ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນ ຄືດັ່ງທີ່ກ່າວມາຂ້າງເທິງຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ພ້ອມດຽວກັນນີ້, ທ່ານ ຊິນຊອງຊຸນ ກໍ່ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງຕົນ ຢ່າງມີຜົນສໍາເລັດຢ່າງຈົບງາມ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫລຽນກາມິດຕະພາບ ອັນມີກຽດໃຫ້ແກ່ທ່ານ.
ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ສປປ ລາວ ແລະ ສ.ເກົາຫລີ ໃຫ້ດີຍິ່ງໆຂຶ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂປລ.