ສຳເລັດການຮຽນ-ການສອນກົດໝາຍຊັ້ນຕົ້ນໃຫ້ພະນັກງານແຂວງວຽງຈັນ
ແຂວງວຽງຈັນ ສຳເລັດ ແລະ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ພະນັກງານ
ພະແນກຍຸຕິທຳແຂວງວຽງຈັນ ສຳເລັດ ແລະ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ພະນັກງານຫລັກແຫລ່ງຂັ້ນແຂວງ ແລະ ຂັ້ນເມືອງ ຊຸດທີ I ປະຈໍາປີ 2022 ພາຍຫລັງດຳເນີນມາເປັນເວລາ 3 ເດືອນ ໂດຍມີ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ໄດ້ກ່າວຕໍ່ພິທີໃຫ້ຮູ້ວ່າ:
ການຮຽນ-ການສອນກົດໝາຍຊັ້ນຕົ້ນໃຫ້ແກ່ ພະນັກງານຫລັກແຫລ່ງ ໃນຄັ້ງນີ້, ແມ່ນໄດ້ປະຕິບັດຕາມໂຄງ ການຫລັກສູດຂອງກະຊວງຍຸຕິທຳກຳນົດອອກ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກຳນົດເວລາຢູ່ໃນຕາ ຕະລາງສອນ-ຮຽນ ໂດຍເລີ່ມຕົ້ນຮຽນ ແຕ່ວັນທີ 30 ສິງຫາ ເຖິງວັນທີ 22 ພະຈິກ 2022, ມີທັງໝົດ 37 ວິຊາ, ແຕ່ລະວິຊາໄດ້ມີການສອບເສັງໃຫ້ຄະແນນໃນທຸກວິຊາ, ມີນັກຮຽນກົດໝາຍທັງໝົດ 47 ທ່ານ,ຍິງ 12 ທ່ານ, ມາຈາກພະແນກການອ້ອມຂ້າງແຂວງ 25 ທ່ານ, ຍິງ 09 ທ່ານ, ມາຈາກ ບັນດາເມືອງ 22 ທ່ານ, ຍິງ 03 ທ່ານ. ຜ່ານການສອບເສັງ ຄະແນນສະເລ່ຍໄດ້ 7,5/10 ຂຶ້ນໄປ.
ໃນໂອກາດມອບ ໃບປະກາສະນີຍະບັດ ຄັ້ງນີ້, ທ່ານ ໄພວີ ສີບົວລິພາ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ I ທີ່ໄດ້ ປະກອບສ່ວນເຂົ້າໃນການຮຽນ-ການສອນໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດ
ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ສຳເລັດການຮຽນກົດໝາຍຊັ້ນຕົ້ນ ຈົ່ງ ເອົາໃຈໃສ່ນຳເອົາຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ໄດ້ຄົ້ນຄວ້າຮໍ່າຮຽນໃນໄລຍະຜ່ານມາ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິ່ງ, ປະກອບສ່ວນຍົກສູງຄຸນນະພາບໃນ ການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ, ປະຕິບັດ ແລະ ເຄົາລົບຕໍ່ລະບຽບກົດໝາຍ ເຮັດໃຫ້ສັງຄົມມີ ຄວາມສະຫງົບ, ມີຄວາມເປັນລະບຽບ, ຮຽບຮ້ອຍ, ປອດໄພ, ໄປພ້ອມກັບການແກ້ໄຂປະກົດ ການຫຍໍ້ທໍ້ຢູ່ໃນສັງຄົ ມໃຫ້ໝົດໄປເທື່ອລະກ້າວ.
ພ້ອມນີ້, ທ່ານ ບຸນສອນ ເພັດລາວັນ ກໍໄດ້ມີ ຄຳເຫັນກ່າວປິດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພະແນກຍຸຕິທໍາ, ຄະນະຮັບຜິດຊອບ ເຫັນໄດ້ທິດທາງພັກ-ລັດ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະນັກຮຽນ ກົດໝາຍຊັ້ນຕົ້ນ ຊຸດທີ 1 ມີຈັນຍາບັນຂອງນັກກົດໝາຍໄປອີກຂັ້ນ, ເຮັດໃຫ້ມີຄວາມສາມາດ ຄຽງຄູ່ກັບ 2 ວາລະແຫ່ງຊາດ
ໂດຍສະເພາະ ບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງບັນຫາຄວາມບໍ່ສະຫງົບ ແລະ ຂໍ້ຂັດແຍ່ງຕ່າງໆ ນັກກົດໝາຍຕ້ອງໜັກແໜ້ນມີສ່ວນຮ່ວມໃນການແກ້ໄຂ ບັນຫາດັ່ງກ່າວ ຢ່າງເດັດຂາດ ເພື່ອປົກປ້ອງຜົນປະໂຫຍດຂອງພົນລະເມືອງລາວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.