ສຳມະນາ ແລະ ປະຖະກະຖາ ຄວາມໝາຍບໍ່ຄືກັນ.

DooDiDo
ສຳມະນາ ແລະ ປະຖະກະຖາ ມີຄວາມໝາຍອັນດຽວກັນບໍ່?
ສຳມະນາ ແລະ ປະຖະກະຖາ ສອງຄຳນີ້ແມ່ນຄຳທີ່ເຮົາຄຸ້ນຫູ ແລະ ເກືອບວ່າໄດ້ຍິນຕະຫລອດໃນການເຮັດວຽກງານຕ່າງທີ່ເປັນກຸ່ມ ແລະ ແນນອນສອງຄຳນີ້ແມ່ນໃຊ້ໃນສະຖານນະການທີ່ຄ້າຍຄືກັນແຕ່ຄວາມໝາຍຂອງຄຳເຫລົ່ານີ້ໃນຈຸດປະສົງແທ້ແມ່ນໃຊ້ຄົນລະຄວາມໝາຍ, ເພື່ອຄວາມເຂົ້າໃຈເພີ່ມຕື່ມເຮົາຈະມາເວົ້າລາຍລະອຽດນຳກັນ.
ບົດຄວາມຕອນນີ້ ເຮົາຈະເວົ້າມາເຖິງຄໍາວ່າ ສໍາມະນາ ແລະ ປາຖະກະຖາ ສອງຄໍານີ້ຫຼາຍຄົນອາດຍັງບໍ່ເຂົ້າໃຈແຈ້ງ ແລະ ມັກໃຊ້ໄປໃນຄວາມໝາຍດຽວກັນ ສາມາດໃຊ້ຄໍາໃດກໍ່ໄດ້ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາໝາຍທີ່ແຕກຕ່າງກັນ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ສໍາມະນາ.
ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ: ການປະຊຸມ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄວາມຮູ້ທາງດ້ານວິຊາການ ໂດຍມີຈຸດ ປະສົງ ແລະ ເປົ້າໝາຍອັນແນ່ນອນ, ຜົນຂອງການສໍາມະນາຖືວ່າເປັນພຽງຂໍ້ສະເໜີແນະ ຜູ້ເຂົ້າຮ່ວມທີ່ກ່ຽວຂ້ອງຈະນໍາໄປປະຕິບັດຕາມ ຫຼືບໍ່ປະຕິບັດກໍໄດ້.
ຕົວຢ່າງ:
ໃນທຸກໆເດືອນບໍລິສັດຈະຈັດການສໍາມະນາກ່ຽວກັບວິທີການເປັນຜູ້ນໍາດ້ານການຂາຍເຄື່ອງ
ທາງອອນລາຍ.
ຄຳວ່າ ປາຖະກະຖາ.
ໃຊ້ເປັນຄໍາກໍາມະ ມີຄວາມໝາຍໝາຍວ່າ: ການບັນຍາຍ ເພື່ອເຜີຍແຜ່ຜົນຂອງກອງປະຊຸມ, ມະຕິຄໍາສັ່ງຕ່າງໆຂອງພັກ-ລັດ, ລວມເຖິງເລົ່າຫວນຄືນປະຫວັດສາທີ່ສໍາຄັນຂອງຊາດ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຟັງ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ໃນຊີວິດປະຈໍາວັນ ລວມເຖິງໃນການປະບັດໜ້າທີ່ວຽກງານ.
ຕົວຢ່າງ:
ໃນໂອກາດຊົມເຊີຍວັນຊາດທີ 2 ທັນວາ, ອົງການຈັດຕັ້ງຂອງລັດໄດ້ມີການປະຖະກະຖາ
ກ່ຽວກັບວິລະກໍາການຕໍ່ສູ້ປົດປ່ອຍຊາດໃຫ້ແກ່ພະນັກງານໜຸ່ມນ້ອຍ.
ສະຫຼຸບ.
ຄໍາວ່າ ສໍາມະນາ ແລະ ປະຖະກະຖາ ໂດຍຄວາມແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ, ຊຶ່ງຄໍາວ່າ ສໍາມະນາ ແມ່ນໝາຍເຖິງການປະຊຸມແລກປ່ຽນຄວາມຄິດເຫັນ ແລະ ຄວາມຮູ້ທາງດ້ານວິຊາການ, ສ່ວນຄໍາວ່າ ປະຖະກະຖາ ແມ່ນໝາຍເຖິງການບັນຍາຍເພື່ອເຜີຍແຜ່ຜົນຂອງກອງປະຊຸມໃດໜຶ່ງ ທີ່ສໍາຄັນຂອງພັກ-ລັດ ລວມເຖິງເຫດການສໍາຄັນຂອງຊາດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo