ສາມໝື່ນເມືອງເຟືອງ ຜາທໍ່ໜໍ່ຄໍາ ຂອງແຂວງວຽງຈັນ ອັນສວຍງາມ

ຂປລ
ເມືອງເຟືອງແຫລ່ງທ່ອງທ່ຽວພວມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ
ປັດຈຸບັນເມືອງເຟືອງ ກາຍເປັນແຫລ່ງທ່ອງທ່ຽວພວມໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ ໂດຍສະເພາະນັກທ່ອງທ່ຽວຊາວໄທ ໄດ້ເຂົ້າມາຈັບຈ່ອງຫ້ອງນອນເຮືອນແພ ເກືອບ 60% ສ່ວນທີ່ ເຫລືອແມ່ນນັກທ່ອງທ່ຽວຊາວລາວ, ເອີຣົບ, ອາເມລິກາ ແລະ ຊາດອື່ນໆ.
ສາມໝື່ນເມືອງເຟືອງ, ຜາທໍ່ໜໍ່ຄໍາ ຕັ້ງຢູ່ແຂວງວຽງຈັນນີ້ເອງ ແລະ ຫ່າງຈາກເມືອງວັງວຽງປະມານ 50 ກິໂລແມັດ, ແລະ ມີຄວາມສວຍງາມຂອງທຳມະຊາດທີ່ໜ້າໄປສຳພັດ,
ເຊິ່ງ ໄດ້ມີ ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ບໍລິແຂກຄົນພວມເບັ່ງບານບໍ່ຕ່າງຫຍັງດອກເຫັດລຽບຕາມແຄມນໍ້າລີກ ໃນເມືອງເຟືອງ ທີ່ຂຶ້ນຊື່ຄ້າຍເມືອງທ່ອງທ່ຽວໂດ່ງດັງ ໃນ ສປ ຈີນ “ ເມືອງກຸ້ຍຫລິນແຫ່ງປະເທດລາວ” .
ເມື່ອເຖິງສະຖານທີ່ປາຍທາງສຸດທ້າຍແລ້ວ ພໍດີຕາເວັນໃກ້ຈະຕົກດິນ ຄ້ອຍຄໍ່າຍາມແລງມືດຊົວລົວ,ຜູ້ຂຽນແນມເຫັນຝຸງງົວຄວາຍ ກັບສ່ຽງກະດິ່ງຫ້ອຍຄໍ ດັງຄ້າຍຄືສຽງລະນາດ ເປັນຕາອອນຊ້ອນແທ້ໆ, ຕໍ່ຈາກນັ້ນບໍ່ພໍທໍ່ໃດນາທີກໍເຫັນ ຊາວສວນຈໍານວນຫລາຍ ຍ່າງມາຕາມທາງລົມກັນ ປະສານກັບສຽງຫົວຄ້າຍກັບວ່າຄວາມສຸກ ຕາມທ້ອງທົ່ງນາຮົ່ວສວນນັ້ນ ແມ່ນອີກໂລກໜຶ່ງ ທີ່ໃຫ້ທັງຄວາມສຸກທັງກາຍ ແລະ ປາກທ້ອງຕາມວິຖີຊີວິດດັ່ງເດີມ.

ເມື່ອງເຟືອງທີ່ເຕັມໄປດ້ວຍພູຜາ ຕັ້ງສະຫລັບສັບຊ້ອນ ກົມກືນກັບທ້ອງທົ່ງນາ ທີ່ ເປົ່າແປນຫລັງເກັບກ່ຽວເຂົ້ານາແຊງສິ້ນສຸດ ແລະ ກັບບັນຍາກາດຕອນແລງ ແສງຕາເວັນຄອຍຫາຍໄປມືດຄືກໍາຕາ ນັ້ນເປັນເວລາທີ່ຕ້ອງກະກຽມ ອາຫານແລງແລ້ວນອນພັກຜ່ອນ ເພື່ອເລີ່ມຕົ້ນເດີນທາງ ໄປຈຸດໝາຍທີ່ໜ້າສົນໃຈ, ຕະຫລອດຄໍ່າຄືນທ່ານຈະໄດ້ຍິນສຽງນົກເຄົ້າຮ້ອງເປັນບາດໆ ມາຈາກຕີພູບວກກັບສາຍນໍ້າລີກ ໄຫລມາຕໍາໃສ່ເຮືອນແພ ຮູ້ສຶກຄືວ່າຮ່າງກາຍນອນໃນອູ່ ລອຍຢູ່ເທີງອາກາດ ເຊິ່ງມັນໄດ້ສ້າງຄວາມຮູ້ສຶກດີໆ ແລະ ເຮັດໃຫ້ນອນຫລັບສະບາຍຂຶ້ນ.
ຈຸດທ່ອງທ່ຽວ
ມື້ໃໝ່ແຕ່ເຊົ້າໆ, ກໍ່ໄດ້ລັດຈ່ອງຊຸດຕັກບາດນໍາພໍ່ຄ້າແມ່ຄ້າ ເພື່ອວ່າການເດີນທາງຄັ້ງນີ້ ຈະບໍ່ພຽງແຕ່ໄປເລາະໄປທ່ຽວເທົ່ານັ້ນ ຫາກຍັງຕ້ອງການແຜ່ບຸນ ແຜ່ກຸສົນ ແລະ ອຸທິດສິ່ງດີໆ ໄປໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ອ້ອມຮອບສອງຝັ່ງແມ່ນໍ້າລີກ ເຫັນແຕ່ຜູ້ຄົນ ແລະ ນັກທ່ອງທ່ຽວຄັບຄາໜາແໜ້ນ ພາກັນມາໃສ່ບາດຍາມເຊົ້າ ເຊິ່ງຄູບາອາຈານ ແລະ ພະສົງໄດ້ນັ່ງເຮືອມາບິນທະ ບາດ ເຫັນແລ້ວເປັນຕາຕື່ນເຕັ້ນ ແລະ ໜ້າສົນໃຈບໍ່ໜ້ອຍ.
ອໍານາດການປົກຄອງເມືອງ ພວມເອົາໃຈໃສ່ຈັດສັນ ຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນເມືອງໃຫ້ເຂົ້າສູ່ຄວາມເປັນລະບຽບ ສວຍງາມ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າໄປທ່ອງທ່ຽວນັບມື້ນັບຫລາຍ ສາມາດສ້າງວຽກເຮັດງານທໍາ ກໍຄືສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງ ໃຫ້ນັບມື້ນັບຫລາຍ.

ດັ່ງທີ່, ທ່ານນາງ ສົມຄິດ ຈິດດາວົງ ຫົວໜ້າ ຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງເຟືອງ ແຂວງວຽງຈັນ ໃຫ້ຮູ້ວ່າ:
ເມືອງເຟືອງມີແຫລ່ງທ່ອງທ່ຽວ ທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ໄດ້ຮັບຄວາມນິຍົມຫລາຍແຫ່ງ, ສະເພາະແຫລ່ງທ່ອງ ທ່ຽວດ້ານທໍາມະຊາດປະກອບ ມີ: ຫາດຜາຕຶ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍ, ນໍ້າສາມຄອນ, ແຫ່ລງທ່ອງທ່ຽວດ້ານປະຫວັດສາດ ປະກອບມີຫໍສີລາຈາລຶກ, ຫໍມູນເຊື້ອຕົ້ນແຕ້ ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ, ສະຖານ ທີ່ທ່ອງທ່ຽວດ້ານ ວັດທະນະທຳ ແມ່ນວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ທີ່ຕິດພັນກັບຕຳນານ ນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ ແລະ ແຫ່ງອື່ນໆອີກ. ນອກນີ້, ຍັງມີສະຖານທີ່ຫລາຍແຫ່ງ ທີ່ສາມາດພັດ ທະນາໃຫ້ ເປັນແຫລ່ງທ່ອງທ່ຽວໃນຕໍ່ໜ້າໄດ້ອີກ. ປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວເມືອງເຟືອງ ປະມານ 1.400 ຫາ 1.600 ຄົນຕໍ່ເດືອນ.
ທ່ານນາງ ສົມຄິດ ຈິດດາວົງ ໃຫ້ຮູ້ອີກວ່າ: ຍ້ອນວຽກງານທ່ອງ ທ່ຽວ ຢູ່ ເມືອງເຟືອງ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແບບກ້າວກະໂດດ ໂດຍຫ້ອງການ ຖວທ ເມືອງ ໄດ້ຊຸກຍູ້ຜູ້ປະກອບກິດຈະການ ດ້ານການບໍລິການທ່ອງທ່ຽວ ໃຫ້ເອົາ ໃສ່ປະຕິບັດຕາມລະບຽບ, ກົດໝາຍ, ແຈ້ງການ, ຄຳສັ່ງແນະນໍາຕ່າງໆ ເພື່ອຮັກສາໄດ້ດ້ານວັດທະນະທຳ, ຮີດຄອງປະເພນີ, ຄວາມປອດໄພຂອງນັກທ່ອງທ່ຽວ, ຮັກສາທຳມະຊາດ, ສິ່ງແວດລ້ອມ ແລະ ໃຫ້ບໍລິການທີ່ດີແກ່ນັກທ່ອງທ່ຽວ.

ເຖິງປັດຈຸບັນນີ້ ເມືອງເຟືອງ ມີເຮືອນພັກ ແລະ ລີສອດທັງໝົດ 32 ແຫ່ງ, ເປັນຕົ້ນ: ເຮືອນພັກຊົງລາວ ບ້ານເມືອງເຟືອງ, ເຮືອນພັກແຄນລາວ, ເຮືອນພັກວັງນໍ້າທິບ, ເຮືອນພັກບ້ານສາມໝື່ນວິວໂຮມສະເຕ, ລີສອດເພັດມັງກອນ, ລີ ສອດອ່າງນໍ້າຕົງ.
ນອກນີ້, ກໍມີຮ້ານອາຫານຮ້ານກິນດື່ມ, ເຮືອນພັກແບບຄອບຄົວຈຳນວນໜື່ງ ພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວ. ນັບແຕ່ເປີດປະເທດໃນຕົ້ນປີ 2022 ເຫັນວ່າມາຮອດປັດຈຸບັນນີ້ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເມືອງເຟືອງປະມານ 200.000 ກວ່າຄົນແລ້ວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ