ສະມາຊິກສະພາແຫ່ງຊາດຢ້ຽມຢາມກວດກາທາງລົດໄຟລາວ-ຈີນ.

ພາບ: pasaxon.org.la
ສະມາຊິກສະພາລົງກວດສອບໂຄງການສ້າງທາງລົດໄຟລາວ-ຈີນ.
ຖືວ່າໂຄງການຂອງເສັ້ນທາງລົດໄຟລາວ-ຈີນນີ້ໃກ້ຈະຮອດເສັ້ນໄຊແລ້ວຫັຼງການກວດກາຢ້ຽມຢາມຂອງ ສສຊ ຂອງນະຄອນຫລວງວຽງຈັນໄດ້ລົງໄປກວດກາເບິ່ງຄວາມຄືບໜ້າຂອງໂຄງການນີ້ໃນວັນທີ 14 ພະຈິກ ຜ່ານມາ.
ສະມາຊິກສະພາແຫ່ງຊາດ ສສຊ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຊຶ່ງນໍາໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍສະພາແຫ່ງຊາດ, ສສຊ ເຂດ 1 ນະຄອນຫຼວງວຽງຈັນ ຢ້ຽມຢາມບໍລິສັດວິສະວະກໍາທາງລົດໄຟເລກ 2 ສປ ຈີນ ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອຕິດຕາມກວດກາຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານທູດເສດຖະກິດ ສປ ຈີນ ປະຈໍາລາວ, ຜູ້ອໍານວຍການໃຫຍ່ບໍລິສັດວິສະວະກໍາທາງລົດໄຟເລກ 2.

ໃນໂອກາດດັ່ງກ່າວ, ສສຊ ໄດ້ຮັບຟັງການລາຍງານຄວາມຄືບໜ້າການກໍ່ສ້າງເສັ້ນທາງລົດໄຟ ຊຶ່ງມາຮອດປັດຈຸບັນການກໍ່ສ້າງສໍາເລັດແລ້ວ 80% ໃນນີ້ແບ່ງເປັນໜ້າວຽກຕ່າງໆຄື: ວຽກວາງຂາງຂົວ ກວມຫຼາຍກວ່າ 95%, ວາງລາງລົດໄຟຄືບໜ້າ 56%, ກໍ່ສ້າງສະຖານີຄືບໜ້າ 21% ແລະ ວຽກງານອື່ນໆ.
ໂອກາດນີ້, ທ່ານ ສາຍ ທອງ ແກ້ວດວງດີ ຕາງໜ້າໃຫ້ກັບຄະນະຜູ້ແທນ ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານທຸກໆຄົນ ລວມທັງພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ໃນການປະ ຕິບັດໜ້າທີ່ຢ່າງແຂງແຮງ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ
ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະປຸກລະດົມປວງຊົນຊາວ ນວ ກໍຄື ປວງຊົນລາວ ໃຫ້ການຮ່ວມມືກັບໂຄງການກໍ່ສ້າງຢ່າງຈິງຈັງ ໂດຍສະເພາະ ໃນການປົກປັກຮັກສາເສັ້ນທາງລົດໄຟ, ປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າໄປໃນບໍລິເວນລົດໄຟແລ່ນຜ່ານ ເພື່ອຄວາມປອດໄພ ແລະ ປ້ອງກັນອຸບັດເຫດ.
ໂຄງການກໍ່ສ້າງດັ່ງກ່າວ, ເລີ່ມມາແຕ່ວັນທີ 25 ທັນວາ 2016, ໄລຍະກໍ່ສ້າງ 5 ປີ ແລະ ຈະເປີດນໍາໃຊ້ທ້າຍປີ 2021, ນໍາໃຊ້ງົບປະມານໃນການກໍ່ສ້າງທັງໝົດ 37.400 ຕື້ຢວນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະຄື:
ແຕ່ຢຸ່ຍຊື ຫາບໍ່ຫ່ານ ມີຄວາມຍາວ 509 ກິໂລແມັດ, ແຕ່ບໍ່ເຕ່ນ ຫາ ນວ ຍາວ 422 ກິໂລແມັດ, ຖືກອອກແບບດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ມີ 32 ສະຖານີ ຊຶ່ງເປັນໂຄງການບຸລິມະສິດທໍາອິດ ພາຍໃຕ້ຫົວຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກາຍເປັນສັນຍາລັກແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ.
ນອກຈາກນັ້ນ ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມຫ້ອງເຊື່ອມຈອດລາງລົດໄຟ, ເຂດເກັບມ້ຽນລາງລົດໄຟ ແລະ ຂີ່ລົດໄຟໃນຂະບວນທົດລອງເພື່ອຊົມທັດສະນິຍະພາບລະຫວ່າງສອງຟາກທາງຂອງໂຄງການກໍ່ສ້າງທາງລົດໄຟອີກດ້ວຍ.
(ຂ່າວ: ແສງຈັນ)
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: pasaxon.org.la