ສະ​ຫລອງວັນ​ເດັກ​ສາ​ກົນ​ດ້ວຍ​​ກິດ​ຈະ​ກຳການ​ຍ່າງ​ເພື່ອ​ສຸ​ຂະ​ພ​າບ

SA Game

ຂປລ. 

​ຈັດ​ຂະ​ບວນ​ການຍ່າງເພື່ອສຸຂະພາບ ສະຫລອງວັນເດັກໂລກ ຄົບຮອບ 33 ປີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ) ຮ່ວມກັບອົງການອຸຍນີເຊບ ປະຈຳລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຢູ່ເດີ່ນສະ ໜາມຫລວງ ໜ້າສະພາແຫ່ງຊາດໃນວັນທີ 19 ພະຈິກ 2022 ນີ້, ເພື່ອສະເຫລີມສະຫລອງວັນເດັກໂລກ ຄົບຮອບ 33 ປີ (20/11/1989-20/11/2022)

ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານ ຄຊກມດ, ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ, ບັນດາຄູ-ອາຈານ ແລະ ນັກຮຽນ ຈາກໂຮງຮຽນຕ່າງໆພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນ ແມ່ຍິງລາວ, ຮອງປະທານຜູ້ປະຈໍາການ ຄຊກມດ ໄດ້ກ່າວວ່າ: ການສະເຫລີມສະຫລອງວັນເດັກໂລກໃນປີນີ້, ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ເປັນຕົ້ນ ຍ່າງເພື່ອສຸຂະພາບ, ກິດຈະກຳສະແດງຄວາມສາມາດຂອງເດັກ, ເປີດໄຟສີຟ້າ ຢູ່ປະຕູໄຊ ໃນເວລາ 18:00 ໂມງ ຂອງວັນທີ 20 ພະຈິກ 2022 ເຊິ່ງສັນຍາລັກສີຟ້າ ແມ່ນ ສຳລັບສິດທິເດັກ ເພື່ອເຊີນຊວນໃຫ້ພວກເຮົາທຸກຄົນມາຮ່ວມກັນ ສະເຫລີມສະຫລອງວັນເດັກໂລກ, ສະໜັບສະ ໜູນສິດທິເດັກ ແລະ ໃຫ້ໂອກາດເດັກ ໃນການສະແດງຄວາມຄິດເຫັນ.

SA Game
ຂປລ.

ການຈັດກິດຈະກຳ ຍ່າງເພື່ອສຸຂະພາບ ໃນຄັ້ງນີ້, ແນໃສ່ຮຽກຮ້ອງໃຫ້ທຸກຄົນໃນທົ່ວໂລກ ມາຮ່ວມແຮງ ຮ່ວມໃຈກັນໂຄສະນາປູກຈຶດສຳນຶກໃຫ້ຮູ້ກ່ຽວກັບສິດທິ ແລະ ຄວາມຕ້ອງການຂອງເດັກໃນທົ່ວໂລກ, ເພີ່ມທະວີ ການມີສ່ວນຮ່ວມ ແລະ ປະກອບສ່ວນໃຫ້ຫລາຍຂຶ້ນທັງພາກລັດ ແລະ ເອກະຊົນ ເພື່ອຊຸກຍູ້, ສະໜັບສະໜູນໃຫ້ ເດັກ ແລະ ໄວໜຸ່ມ, ລວມທັງເດັກຜູ້ທີ່ມີຄວາມສ່ຽງ ແລະ ເດັກດ້ອຍໂອກາດ ໃຫ້ໄດ້ເຂົ້າຮ່ວມທຸກການພັດທະນາ ທີ່ກ່ຽວຂ້ອງກັບເດັກ ພ້ອມທັງເອົາໃຈໃສ່ຮັບຟັງ ແລະ ພິຈາລະນາຄໍາເຫັນຂອງເດັກ ແລະ ໄວໜຸ່ມ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ຍັງໃຫ້ຮູ້ອີກວ່າ: ວັນເດັກໂລກ ຖືກສ້າງຕັ້ງຂຶ້ນຕາມຍັດຕິເລກທີ 836 ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດປີ 1954 ໂດຍໄດ້ແນະນຳໃຫ້ທຸກປະເທດທົ່ວໂລກ ສ້າງ ຕັ້ງວັນເດັກໂລກຂຶ້ນ ແລະ ຖືເອົາວັນດັ່ງກ່າວ ເປັນວັນແຫ່ງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງເດັກໃນທົ່ວ ໂລກ ແນໃສ່ສົ່ງເສີມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້ໃນກົດບັດສະຫະປະຊາຊາດ ເພື່ອສົ່ງເສີມສະຫວັດດີການ ສຳລັບເດັກ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 1956.

ຫລັງຈາກນັ້ນ, ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໃນວັນທີ 20 ພະຈິກ 1959 ໄດ້ມີຍັດຕິເລກທີ 44/25 ຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິເດັກ ທັງໄດ້ກຳນົດ ໃຫ້ເອົາວັນທີ 20 ພະຈິກ ເປັນວັນແຫ່ງສິດທິຂອງເດັກ ຫລື ວັນເດັກໂລກ ນັບແຕ່ນັ້ນເປັນຕົນມາ.

SA Game
ຂປລ.

ວັນເດັກໂລກ ເປັນວາລະສຳລັບເດັກອັນໜຶ່ງທີ່ສຳຄັນໃນທົ່ວໂລກ ເຊິ່ງເດັກຈາກທົ່ວທຸກມຸມໂລກຈະຮ່ວມ ກັນ ແລະ ດຳເນີນການ ເພື່ອມີສ່ວນຮ່ວມໃນການເຜີຍແຜ່ໂຄສະນາວຽກງານສິດທິເດັກ, ສ້າງໂອກາດໃຫ້ເດັກໄດ້ສະ ແດງພອນສະຫວັນ ແລະ ຂີດຄວາມສາມາດຂອງເຂົາເຈົ້າ, ເປັນວັນແຫ່ງການທົບທວນຄືນບັນດານະໂຍບາຍທີ່ມີ ຕໍ່ເດັກ ແລະ ພິຈາລະນາສິ່ງທ້າທາຍຕ່າງໆທີ່ເດັກກຳລັງປະເຊີນໜ້າຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.