ສະມາຄົມລາວ-ໄທ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ

ພາບ: lao youth radio
ສະມາຄົມລາວ-ໄທ ມອບອຸປະກອນການແພດ ຈັດການໂຄວິດ-19 ໃຫ້ແກ່ ສປປ ລາວ.
ຈາກການລະບາດຂອງໂຄວິດ-19 ຢ່າງຕໍ່ເນືອງໃນຫລາຍໆປະເທດ ແລະ ຍັງມີແນວໂນ້ມທີ່ຈະລະບາດຕໍ່ໄປອີກດົນເຕີບ, ເຮັດໃຫ້ການເດີນທາງຕ່າງໆພົບຂໍ້ຫຍຸ້ງຍາກ, ເສດຖະກິດບໍ່ຟື້ນຕົວ ຫລາຍໆທຸລະກິດໄດ້ປິດຕົວລົງ ບາງໂຮງຈັກໂຮງງານກໍຕ້ອງໄດ້ປົດພະນັກງານອອກເພື່ອສະພາບຄ່ອງອື່ນໆ.
ໃນຫວ່າງບໍ່ດົນມານີ້ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນສະມາຄົມໄທ – ລາວ ເພື່ອມິດຕະພາບ ຈັດພິທີສົ່ງມອບອຸປະກອນທາງການແພດ ມູນຄ່າ 1,285,000 ບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນການຈຳກັດ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຕ້ອງແຜລາມເປັນວົງກ້ວາງ.

ພ້ອມທັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ – ລາວ ໃນປີ 2020.ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ຈັດພິທີສົ່ງມອບອຸປະກອນທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ.
ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອໄວຣັດໂຄໂຣນາ 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ.

ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າ 1,285,000 ບາດ. ການມອບອຸປະກອນທາງການແພດໃນຄັ້ງນີ້, ເປັນການສະແດງອອກເຖິງໄມຕີຈິດ ແລະ ຄວາມຜູກພັນຫ່ວງໃຍຈາກປະຊາຊົນຊາວໄທ ຊຶ່ງຈະຊ່ວຍສະໜັບສະໜູນການເພີ່ມສັກກາຍະພາບລະບົບສາທາລະນະສຸກຂອງ ສປປ ລາວ ແລະ ເປັນການຮ່ວມມືໄທ – ລາວ ເພື່ອຮ່ວມກັນປ້ອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.
ອີກທັງ, ຍັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດຄົບຮອບ 70 ປີ ຂອງການພົວພັນທາງການທູດໄທ – ສປປ ລາວ ທີ່ຈະຄົບຮອບໃນວັນທີ 19 ທັນວາ 2020 ຊຶ່ງທັງສອງຝ່າຍຈະຈັດກິດຈະກຳສະເຫຼີມສະຫຼອງຮ່ວມກັນຕະຫຼອດປີ 2020 – 2021 ດ້ວຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: lao youth radio