ສປປ ລາວ ຕັ້ງ​ເປົ້າ​ເອົາ​ນັກ​ທ້ອງ​ທ່ຽວ​ເຂົ້າ​ປະ​ເທດ​ໃຫ້​ໄດ້​ເກີນ​ລ້ານ​ເທືອ​ຄົນ

SA Game

ຂປລ

ເປົ້າ​ໝາຍ​ເກີນ​ລ້ານ​ຄົນ ສປປ ລາວ ວາງຄາດໝາຍຈະດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ.

ໃນວັນທີ 23 ມັງກອນ 2023 ທີ່ຫໍວັດ ທະນະທຳແຫ່ງຊາດ, ໃນການສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ສປປ ລາວ ວາງຄາດໝາຍສູ້ຊົນ ດ້ານວຽກງານທ່ອງທ່ຽວ ໃນປີ 2023

ໂດຍຈະສູ້ຊົນດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 7 ວັນ ຕໍ່ຄົນ.

ພ້ອມນີ້, ຈະສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ໄດ້ 1,2 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 1,3 ຕື້ກີບ ສະເລ່ຍໄລຍະພັກເຊົາ 2 ວັນ ຕໍ່ຄົນ ໂດຍມີການປະສານສົມທົບລະຫວ່າງພາກລັດ ແລະ ພາກທຸລະກິດໃນການສ້າງກິດຈະກໍາການທ່ອງທ່ຽວ.

ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023

SA Game
ຂປລ

ໃນວັນທີ 23 ມັງກອນ 2023 ທີ່ຫໍວັດ ທະນະທຳແຫ່ງຊາດ ແລະ ທ່ານ ຍັງໃຫ້ຮູ້ອີກວ່າ:

ພ້ອມກັນນີ້, ກະຊວງ ຖວທ ຈະສູ້ຊົນປັບປຸງແຜນຍຸດທະສາດການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ (Lao National Ecotourism Stragety) ສໍາລັບປີ 2023-2030 ໃຫ້ສໍາເລັດ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການວາງແຜນພັດທະນາການທ່ອງທ່ຽວ ແລະ ສຳຫລວດ, ຈັດສັນກໍານົດຂອບເຂດ, ປັກຫລັກໝາຍ ແລະ ອອກໃບຢັ້ງຢືນຂອບເຂດແຫລ່ງທ່ອງທ່ຽວໃຫ້ໄດ້ 5 ແຫ່ງ; ສູ້ຊົນປັບປຸງບັນດາເມືອງທ່ອງທ່ຽວໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນໃຫ້ໄດ້ 03 ແຫ່ງ.

ນອກຈາກນີ້, ຈະພ້ອມກັນສູ້ຊົນປັບປຸງຄຸນນະພາບເຮືອນພັກແຮມປະຊາຊົນ ແລະ ການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ມາດຕະຖານ ສປປ ລາວ ແລະ ມາດຕະຖານອາຊຽນ ໃຫ້ໄດ້ 2 ແຫ່ງ ເພື່ອກະກຽມສະເໜີຮັບລາງວັນມາດຕະຖານລະດັບອາຊຽນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.