ວັດບ້ານຄອນໄຫລ ສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ

ຂປລ
ນະຄອນປາກເຊ ວັດບ້ານຄອນໄຫລ ສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ
ໃນຕອນແລງວັນທີ 26 ມັງກອນ 2023, ທີ່ວັດບ້ານຄອນໄຫລ ນະຄອນປາກເຊ ຈັດບຸນສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ, ຊາວພຸດຈຳນວນຫລາຍໄດ້ຮ່ວມພິທີສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ທີ່ວັດບ້ານຄອນໄຫລ ນະຄອນປາກເຊ ໂດຍການ ເຂົ້າຮ່ວມ ເປັນປະທານຝ່າຍສົງ ຂອງພຣະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ) ແຫ່ງ ສປປ ລາວ
ປະທານຝ່າຍຄາລະວາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍພັນລະຍາ.
ໃນງານມີການຮັບອະນຸໂມທະນາ, ມີພິທີແຫ່ກອງອັດຖະ ຈໍານວນ 9 ກອງ ເຂົ້າສູ່ວັດ ປະສານສຽງມະໂຫລີດົນຕຣີພື້ນເມືອງລາວຢ່າງຄຶກຄື້ນ ຫລັງຈາກນັ້ນ ກໍດໍາເນີນພິທີທາງສາສະໜາ ໄຫວ້ພຣະ, ຮັບສິນ, ສູດປະລິຕະມຸງຄຸນ ແລະ ຟັງທັມມະເທສະໜາ ແລະ ຕອນທ້າຍ ກໍມີການຖວາຍປັດໄຈ ແກ່ພຣະສົງ ຜູ້ເປັນອົງປະມຸກປະທານ ຕື່ມອີກ.

ມາຮອດຕອນເຊົ້າວັນທີ 27 ມັງກອນ 2023 ກໍມີພິທີທໍາບຸນໃສ່ບາດ, ຖວາຍສັງຄະທານແດ່ພຣະສົງ 99 ອົງ, ຟັງທໍາມະເທສະໜາ, ຮັບພອນ, ຢາດນ້ໍາ ແລະ ຍົກຍອດພຣະທາດບໍລິວານທັງ 4 ອົງ. ຕອນແລງກໍມີພິທີສຸດປະຣິຕະມົງຄຸນ, ຖວາຍອົງພຣະຍອດແກ້ວ ຣາຊະຄູຫລວງໂພນສະມັກ (ພໍ່ເຖົ້າຍາຄູຂີ້ຫອມ) ແລະ ເທທອງ ຫລໍ່ພຣະອົງແສນ ອົງຈໍາລອງ ແລະ ເວລາ 20 ໂມງ ເຂົ້າສູ່ພິທີສົມໂພດພຣະຕະຫລອດແຈ້ງ.

ຈຸດປະສົງ ກໍເພື່ອບໍາເພັນບາລະມີຍານ, ສ້າງມະຫາກຸສົນ ແລະ ສະເຫລີມສະຫລອງສົມໂພດອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ (ພຣະຄູຂີ້ຫອມ) ໃນຄັ້ງປະຫວັດສາດ ເຊິ່ງເປັນຄັ້ງທໍາອິດ ແລະ ເປັນຮູບຫລໍ່ຂອງອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ໃຫຍ່ທີ່ສຸດໃນລາວ ເພື່ອເປັນມູນມໍລະດົກ ຂອງຊາດ ແລະ ຂອງພຣະພູດທະສາສະໜາໄວ້ຄູ່ຄົນລາວຊາວພຸດໄດ້ເປັນມິ່ງຂວັນ ແລະ ສັກກະລະບູຊາຕະຫລອດໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.