​ລາວ-ອົດ​ສະ​ຕາ​ລີ ຍົກລະດັບສາຍພົວພັນ ຂອງສອງປະເທດ

SA Game

ຂປລ.

ຍົກລະດັບສາຍພົວພັນ ຂອງສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ສູ່ລະດັບຄູ່ຮ່ວມມືຮອບດ້ານ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມິດເຊວ ແຊນ ຮອງລັດຖະມົນຕີກະຊວງຕ່າງປະເທດ ແລະ ການຄ້າ ຜູ້ຮັບຜິດຊອບວຽກງານ ກຸ່ມຄູ່ຮ່ວມມື ໃນຂົງເຂດອາຊີິຕາເວັນອອກສ່ຽງໃຕ້ ແລະ ສາກົນ ຂອງ ປະເທດອົດສະຕຣາລີ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວໃນວັນທີ 16 ມີນາ 2023 ຜ່ານ​ມາ.

ໃນວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມິດເຊວ ແຊນ ຮອງລັດຖະມົນຕີກະຊວງຕ່າງປະເທດ ແລະ ການຄ້າ ຜູ້ຮັບຜິດຊອບວຽກງານ ກຸ່ມຄູ່ຮ່ວມມື ໃນຂົງເຂດອາຊີິຕາເວັນອອກສ່ຽງໃຕ້ ແລະ ສາກົນ ຂອງ ປະເທດອົດສະຕຣາລີ ໄດ້ເປັນປະທານຮ່ວມ ກອງປະຊຸມ ປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15.

ກອງປະຊຸມ, ໄດ້ຕີລາສູງສາຍພົວພັນອັນເລິກເຊິ່ງ ແລະ ຍາວນານ ລະຫວ່າງ ສອງປະເທດ ລວມທັງສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຕໍ່ການຍົກລະດັບສາຍພົວພັນ ຂອງສອງປະເທດ ຈາກການຮ່ວມມືສອງຝ່າຍ ສູ່ລະດັບຄູ່ຮ່ວມມືຮອບດ້ານ

SA Game
ຂປລ.

ເຊິ່ງໄດ້ສະແດງອອກ ໃນໂອກາດທີ່ຜູ້ນຳຂອງສອງປະເທດ ໄດ້ພົບປະກັນ ໃນເດືອນພະຈິກ ປີ 2022, ສອງຝ່າຍໄດ້ປຶກສາຫາລື ໃນຫົວຂໍ້ ວິທີການເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມືກັນ ໂດຍຜ່ານ “ການຮ່ວມມືຄູ່ຮ່ວມມືຮອບດ້ານ” ແລະ ຈັດຕັ້ງປະຕິບັດໃນການກະກຽມຖະແຫລງການຮ່ວມ ແລະ ແຜນການເຄື່ອນໄຫວເພື່ອລາຍງານ ນາຍົກລັດຖະມົນຕີ ຂອງ ທັງສອງປະເທດ.

ໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ແລະ ທ່ານ ນາງ ມິດເຊວ ແຊນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ໄດ້ເຫັນດີເປັນເອກະພາບຕໍ່ກັບຄວາມສຳຄັນຂອງການທີ່ພາກພື້ນອິນໂດ-ປາຊີຟິກ ເປັນພາກພື້ນທີ່ເປີດກວ້າງ, ມີສະຖຽນລະພາບ ແລະ ມີຄວາມຈະເລີນຮຸ່ງເຮືອງ

ໂດຍສະເພາະແມ່ນ ມີການ ເຄົາລົບອະທິປະໄຕ, ຄວາມເປັນໃຈກາງ ຂອງອາຊຽນ ແລະ ບັນດາອົງກອນ ແລະ ແຜນງານທີ່ມີອາຊຽນເປັນຜູ້ນຳພາ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຕໍ່ກັບຄວາມສຳຄັນຂອງການຍຶດໝັ້ນບັນດາຫລັກການ ອາຊຽນ ກ່ຽວກັບ ພາກພື້ນອິນໂດ-ປາຊີຟິກ ແລະ ສະໜັບສະໜຸນການຈັດຕັ້ງປະຕິບັດຕົວຈິງຂອງບັນດາຫລັກການເຫລົ່າ ນັ້ນ.

ພ້ອມນີ້, ສອງຝ່າຍມີການຮັັບຮູ້ຮ່ວມກັນ ເຖິງສະພາບການການປ່ຽນແປງອັນເລິກເຊິ່ງ ທີ່ພວມເກີດຂຶ້ນໃນພາກພື້ນນີ້ ແລະ ໄດ້ຕົກລົງ ທີ່ຈະຕິດຕາມການປ່ຽນແປງດັ່ງກ່າວຮ່ວມກັນ.

ພ້ອມນີ້, ທ່ານ ນາງ ມິດເຊວ ແຊນ ໄດ້ສະແດງຄວາມຮັບຮູ້ເຖິງຄວາມສາມາດ ໃນການຟື້ນຟູ ຂອງ ສປປ ລາວ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ສິ່ງທ້າທາຍທາງດ້ານເສດຖະກິດທີ່ກ່ຽວຂ້ອງຕ່າງໆ, ພ້ອມທັງໄດ້ກ່າວຢ້ຳຄືນຄຳໝັ້ນສັນຍາຂອງອົດສະຕຣາລີ ທີ່ຈະສະໜັບໜູນ ວຽກງານການເສີມສ້າງຂີດຄວາມສາມາດ ແລະ ການຊ່ວຍເຫລືອທາງດ້ານວິຊາການ ເພື່ອສະໜັບສະໜູນການຟື້ນຟູທາງດ້ານເສດຖະກິດ ໃຫ້ແກ່ ສປປ ລາວ.

ໂດຍຜ່ານ “ແຜນງານຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ” ແລະ ໂຄງການ “ການຮ່ວມມືທາງດ້ານໂຄງລ່າງພື້ນຖານ”, ການຮ່ວມມືທາງດ້ານການພັດທະນາ ໄດ້ຖືກຂະຫຍາຍໄປເຖິງວຽກການສະໜັບສະໜູນທາງດ້ານການຄຸ້ມຄອງການເງິນສາທາລະນະ, ການຜັນປ່ຽນດ້ານພະລັງງານ, ການເຊື່ອມໂຍງ ແລະ ເຊື່ອມຈອດ ທາງດ້ານຂົນສົ່ງ.

ທ່ານ ນາງ ມິດເຊວ ແຊນ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ ໃນຖານະເປັນປະເທດປະສານງານອາຊຽນ ໃຫ້ແກ່ອົດສະຕຣາລີ ແລະ ທ່ານ ໄດ້ຢໍ້າຄືນອີກຕື່ມວ່າ ອົດສະຕຣາລີ ຈະໃຫ້ການສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024, ລວມທັງການສະໜອງ ການຝຶກອົບຮົມນາຍພາສາ ແລະ ການແປເອກະສານຕ່າງໆ.

SA Game
ຂປລ.

ນອກນັ້ນ, ທ່ານ ຮອງລັດຖະມົນຕີທັງສອງປະເທດ ຈະເປັນປະທານຮ່ວມ ໃນກອງປະຊຸມອາຊຽນ-ອົດສະຕຣາລີ ລະດັບເຈົ້າໜ້າທີ່ອາວຸໂສ ໃນວັນທີ 17 ມີນາ ນີ້. ກອງປະຊຸມດັ່ງກ່າວ ຈະປຶກສາຫາລືກ່ຽວກັບ ຄຳໝັ້ນສັນຍາຮ່ວມກັນລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນການຈັດຕັ້ງປະຕິບັດ ແຜນງານ ຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ-ອົດສະຕຣາລີ.

ໂອກາດນີ້, ທ່ານ ນາງ ມິດເຊວ ແຊນ ຍັງໄດ້ໄປຢ້ຽມຢາມ ທ່າບົກທ່ານາແລ້ງ ເພື່ອໃຫ້ເຂົ້າໃຈ ແຜນງານຂອງລັດຖະບານລາວ ໃນຂະແໜງການເຊື່ອມໂຍງ ແລະ ຄວາມອາດສາມາດໃນການຂະຫຍາຍການຮ່ວມມືທາງດ້ານເສດ ຖະກິດ ກັບບັນດາປະເທດໃນອາຊຽນ ໃຫ້ກວ້າງຂຶ້ນກວ່າເກົ່າ.

ປັດຈຸບັນ, ໜ່ວຍຮັບຜິດຊອບວຽກງານຊາຍແດນ ຂອງ ອົດສະຕຣາລີ ໄດ້ໃຫ້ການສະໜັບໃນການສ້າງຄວາມອາດສາມາດໃຫ້ແກ່ ພະນັກງານພາສີ ຂອງ ລາວ ໂດຍຜ່ານການ ຝຶກອົບຮົມໃນຫົວຂໍ້ ໃນການຄຸ້ມຄອງ ແລະ ກວດສອບ ສິນຄ້າ ຢູ່ ທ່າບົກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.