​ລາວ​-ຈີນ ​ຈັບ​ມື​ຮ່ວມ​ກັນ​ດ້ານ​ການ​ຄ້າ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ ສ​ປ​ປ ລາວ

SA Game

ຂ​ປ​ລ

ລາວ-ຈີນ ຮວມ​ມືດຳເນີນການຄ້າດ້ານພະລັງງານໄຟຟ້າ ລະຫວ່າງປະເທດ

ໂຄ​ງ​ການ​ສ້າງ​ເຄືອນ​ໄຟ​ຟ້າ​ໃນ ສ​ປ​ປ ລາວ ແມ່ນ​ໄດ້​ກຳ​ເນີດ​ເກີດ​ຂື້ນ​ຢູ່​ຫລາຍ​ແຫ່ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເມື່ອບໍ່ດົນມານນີ້, ການຄ້າ ພະລັງງານໄຟຟ້າ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ເລີ່ມຂຶ້ນຢ່າງເປັນທາງການ

ໂດຍການນຳເອົາຕາຂ່າຍໄຟຟ້າລາວເຊື່ອນຕໍ່ເຂົ້າກັບຕາຂ່າຍໄຟຟ້າຢູ່ ເມືອງສິບສອງພັນນາ ແຂວງຢຸນນານ ສປ ຈີນ ຜ່ານສາຍສົ່ງໄຟຟ້າ 115 ກິໂລໂວນ(KV) ຈາກສະຖານີ ດອງເມີງ ສປ ຈີນ ຫາ ສະຖານີນາໝໍ້ ສປປ ລາວ.

ຂໍ້ມູນຈາກ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຢຸນນານສາກົນ ຈຳກັດ ໄດ້ໃຫ້ຮູ້ວ່າ:

ໃນເດືອນທັນວາ ປີ 2009, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ສຳເລັດການສົ່ງພະລັງ ງານໄຟ້ຟ້າຜ່ານສາຍສົ່ງໄຟຟ້າ 115 KV ເຂົ້າສູ່ປະເທດລາວ ໂດຍຜ່ານດ່ານສາກົນເມິງລາ ເມືອງສິບສອງພັນນາ ແຂວງຢຸນນານ, ມາຮອດທ້າຍປີ 2021 ບໍລິສັດໄດ້ສົ່ງພະລັງ ງານໄຟຟ້າສູ່ພາກເໜືອຂອງລາວແລ້ວ ເກືອບ 1.100 GWh ເພື່ອເສີມສ້າງພື້ນຖານໂຄງລ່າງ ແລະ ການຂະຫຍາຍຕົວເສດຖະກິດຂອງລາວ.

SA Game
ຂ​ປ​ລ

ຜ່ານການຄົ້ນຄວ້າ ແລະ ເຈລະຈາຫລາຍຄັ້ງ, ມາຮອດວັນທີ 9 ມີນາ 2022 ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຢຸນນານສາກົນ ຈຳກັດ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ລົງນາມສັນຍາການຊື້-ຂາຍພະລັງ ງານໄຟຟ້າຂອງໂຄງການການເຊື່ອມຕໍ່ຕາຂ່າຍໄຟຟ້າ 115 KV ລະຫວ່າງສອງຊາດລາວ-ຈີນ ໃນກອງປະຊຸມຄະນະການຮ່ວມມືດ້ານພະລັງງານໄຟຟ້າ ລາວ-ຈີນ ຄັ້ງທີ 2 ທີ່ຮ່ວມກັນຈັດຂຶ້ນ ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ ແລະ ກົມພະລັງງານແຫ່ງຊາດຈີນ.

ຫລັງຈາກນັ້ນ ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ພ້ອມສໍາເລັດວຽກງານກະກຽມດ້ານການຄ້າ ແລະ ເຕັກນິກ ເຮັດໃຫ້ໂຄງການທົດລອງການສົ່ງໄຟຟ້າໂດຍສາຍສົ່ງ 115 KV ຈາກດອງເມິງ-ນາໝໍ້ ປະສົບຜົນສຳເລັດຢ່າງຈົບງາມ ໃນວັນທີ 21 ພຶດສະພາ ແລະ ເຮັດໃຫ້ການສົ່ງໄຟຟ້າ ລະຫວ່າງລາວ-ຈີນ ມີເງື່ອນໄຂຄວາມພ້ອມດຳເນີນງານ.

ປັດຈຸບັນ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ຄູ່ຮ່ວມມືຝ່າຍລາວ ກຳລັງຊຸກຍູ້ໂຄງການການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 KV ລະຫວ່າງ ສອງປະເທດ ລາວ-ຈີນ ໂດຍຜ່ານການເຊື່ອມຕໍ່ຕາຂ່າຍໄຟຟ້າແຮງດັນສູງ ແລະ ການຄ້າພະລັງງານໄຟຟ້າຂະໜາດໃຫຍ່ ເພື່ອຂະຫຍາຍການແລກປ່ຽນພະລັງງານໄຟຟ້າ ລະຫວ່າງສອງປະເທດ ພ້ອມຊຸກຍູ້ການຈັດສັນພະລັງງານສະອາດໃນທົ່ວພາກພື້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ