ລັດຖະບານຝຣັ່ງຊ່ວຍເຫລືອວັກຊີນໃຫ້ແກ່ ສປປ ລາວ

ຂປລ
ສປປ ລາວ ໄດ້ຮັບວັກຊິນ 400.000 ໂດສ ຈາກການຊ່ວຍເຫຼືອຂອງລັດຖະບານຝຣັ່ງ
ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອວັກຊິນໃນຄັ້ງນີ້ ເຊິ່ງເປັນການຢັ້ງຢືນໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ
ການຮ່ວມມື ແລະ ຊ່ວຍເຫລືອຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີ ລະຫວ່າງສອງປະເທດ ລາວ ແລະ ຝຣັ່ງ ບົນພື້ນຖານການເປັນຄູ່ຮ່ວມພັດທະນາ ໃນວຽກງານສາທາລະນະສຸກຂອງລາວ ເຊິ່ງວັກຊິນແມ່ນສິ່ງຈໍາເປັນ ແລະ ເປັນວິທີທີ່ດີທີ່ສຸດ ໃນການສ້າງພູມຄຸ້ມກັນ ແລະ ປ້ອງກັນການຕິດເຊື້ອ ເຖິງວ່າຈໍານວນຜູ້ຕິດເຊື້ອຢູ່ລາວຈະມີຈໍານວນຫລຸດໜ້ອຍລົງແລ້ວກໍຕາມ ແຕ່ພວກເຮົາຍັງຕ້ອງໄດ້ເອົາໃຈໃສ່ເຝົ້າລະວັງ ບໍ່ໃຫ້ມີການລະບາດໃນຮອບໃໝ່.
ມາຮອດປັດຈຸບັນ, ປະຊາກອນຂອງລາວ ໄດ້ຮັບວັກຊິນຄົບໂດສ ແລະ ສອງໂດສແລ້ວ ກວມ 70% ແລະ ກໍາລັງສືບຕໍ່ປະຕິບັດໃຫ້ໄດ້ຕາມຄາດໝາຍທີ່ລັດຖະບານວາງໄວ້.
ທ່ານ ນາງ ຊີວ-ແລັງ ຊູອອກ ໄດ້ກ່າວວ່າ: ສາທາລະນະສຸກ ແມ່ນບັນຫາໜຶ່ງລະດັບໂລກ ທີ່ຮຽກຮ້ອງເຖິງຄວາມສາມັກຄີຈາກທຸກຄົນ, ຍ້ອນມີການຮ່ວມມືຂອງນາໆຊາດ ຈຶ່ງສາມາດເອົາຊະນະການລະບາດຂອງພະຍາດນີ້ໄດ້.

ປະເທດຝຣັ່ງ ຮູ້ສຶກດີໃຈທີ່ໄດ້ປະ ກອບສ່ວນຕື່ມອີກ ໃນຄວາມພະຍາຍາມຂອງລັດຖະບານລາວ ໃນການຈໍາກັດການລະບາດຂອງພະຍາດ ແລະ ຜົນກະທົບດ້ານເສດຖະກິດ-ສັງຄົມ, ລັດຖະບານຝຣັ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍລິຈາກວັກຊິນໄປທົ່ວໂລກ ຈຳນວນ 120 ລ້ານໂດສ, ປັດຈຸບັນປະເທດ ຝຣັ່ງໄດ້ຊ່ວຍເຫລືອໄປແລ້ວ 87 ລ້ານໂດສ.