ມາຮູ້​ຈັກ​ກັບ​ອີກ​ສະ​ຖານ​ທີ່​ປະ​ຫວັດ​ສາດ ຖ້ຳປິວ ເມືອງຄຳ, ແຂວງ ຊຽງຂວາງ

SA Game

ອິນ​ໄຊ​ລາວ

ຖ້ຳປິວ ສະຖານທີ່ປະຫວັດສາດທີ່​ຍັງ​ຄົງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ລາວ ທີ່ ເມືອງຄຳ, ແຂວງ ຊຽງຂວາງ

ຖ້າ​ຈະ​ເວົ້າ​ເຖິງ​ເລື່ອງ​ປະ​ຫວັດ​ສາດ​ແລ້ວ ແຂວງ​ຊຽງ​ຂວາງ​ຖື​ວ່າ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ປະ​ຫວັດ​ອັນ​ຍາວ​ນານ ແລະ ສະ​ຖານ​ທີ່​ຕ່າງໆ​ທີ່​ຍັງ​ຄົງ​ຈົດ​ຈຳ​ກັນ​ມາ​ແຕ່​ຜູ່​ເຖົ້າ​ຈົນ​ເຖິງ​ເດັກ​ນ້ອຍ​ຂື້ນ​ໃໝ່, ແລະ ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທາງ​ປະ​ຫວັດ​ສາດ​ຢ່າງ​ຫລວງ​ຫລາຍ ແລະ ໃນ​ຕອນ​ນີ້​ຈະ​ຂໍ​ຍົກ​ສະ​ຖາ​ທີ່​ອີກ​ແຫ່ງ​ໜຶ່ງ​ເຊິງ​ເປັນ​ສະ​ຖານ​ທີ່​ທີ່​ຄົນ​ລາວ​ຄົງ​ລືມ​ບໍ່​ໄດ້ ນັ້ນ​ກໍ​ຄື ອາ​ນຸ​ສອນ​ສະ​ຖານ ຖ້ຳ​ປິວ.

ຖ້ຳປິວ ເປັນອະນຸສອນສະຖານ ແລະ ເປັນແຫຼ່ງທ່ອງທ່ຽວທາງ ປະຫວັດສາດ ອັນເປັນສັນຍາລັກແຫ່ງຄວາມໂຫດຮ້າຍຂອງສົງຄາມໃນອາດີດ, ເປັນສະຖານທີ່ ທີ່ 374 ຊີວິດ ຈົບລົງພ້ອມກັນແບບບໍ່ໄດ້ສັ່ງລາຄອບຄົວ ເຊິ່ງຕັ້ງຢູ່ເທິງຜາຫິນສູງຊັນ ໃນເຂດບ້ານ ບວມລອງ, ເມືອງ ຄຳ, ແຂວງ ຊຽງຂວາງ ຫ່າງຈາກເທສະບານແຂວງ ຊຽງຂວາງ ປະມານ 57 ກິໂລແມັດ.

SA Game
ອິນ​ໄຊ​ລາວ

ເມື່ອປີ ຄສ 1964-1973 ຕາມຍຸດທະສາດ 3 ກ້ຽງ: ຂ້າກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ ຫຼື “Full killing, Destroying and Exterminating” ຂອງຜູ້ຮຸກຮານ, ຖ້ຳປິວ ເປັນຖ້ຳທີ່ປະຊາຊົນໃນທ້ອງຖິ່ນເຂດ ບ້ານ ລວມລອງ ເມືອງຄຳ ໃຊ້ເປັນສະຖານທີ່ລີ້ໄພໃນຍາມສົງຄາມ ແຕ່ມາໃນ ວັນທີ 24 ພະຈິກ ປີ ຄ.ສ 1968, ຖ້ຳແຫ່ງນີ້ ໄດ້ຖືກກອງກຳລັງອາກາດຂອງ ສະຫະລັດອາເມຣິກາ ບຸກໂຈມຕີ ແລະ ຖິ້ມລະເບີດທຳລາຍຢ່າງໜັກໜ່ວງ ໂດຍສະເພາະຍົນ F105 ໄດ້ຍິງລູກສອນໄພ ແບບທຳລາຍລ້າງຈາກອາກາດສູ່ພື້ນ 4 ລູກ ລູກສອນໄຟລູກທຳອິດໄດ້ຕົກໃສ່ປາກຖ້ຳ ແລະ ອີກ 3 ລູກເຂົ້າໄປໃນຖ້ຳ ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນຖ້ຳຈຳນວນ 374 ຄົນເສຍຊີວິດພ້ອມກັນ ຢ່າງໜ້າສັງເວດ ແລະ ຫົດຫູ່.

ໂສກອະນາດຕະກຳຖ້ຳປິວ ໄດ້ກາຍເປັນວັນປະຫວັດສາດ ທີ່ຄົນລາວທັງຊາດຈາລຶກໄວ້ເປັນ ວັນຄຽດແຄ້ນ ແລະ ຢັ້ງຢືນໂທດກຳຂອງຜູ້ກໍ່ສົງຄາມຮຸກຮານ ທີ່ໄດ້ທຳລາຍຊີວິດຂອງປະຊາຊົນລາວ ຜູ້ທີ່ບໍ່ມີຄວາມຜິດຫຍັງຕ້ອງຖືກຂ້າຕາຍຢ່າງອະນາຖາເຖິງ 374 ຄົນໃນພາບດຽວ.

SA Game
ອິນ​ໄຊ​ລາວ

ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ກຳນົດໃຫ້ ຖ້ຳປິວ ເປັນສະຖານທີ່ປະຫວັດສາດຂອງຊາດ ແລະ ຈັດຕັ້ງພິທີໄຫວ້ອາໄລເຖິງດວງວິນຍານຂອງຜູ້ທີ່ເສຍຊີວິດ ໃນວັນທີ 24 ພະຈິກ ຂອງທຸກໆປີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.