ມາຮູ້ຄວາມໝາຍຂອງຄຳວ່າ ນ້ອຍໃຈ ແລະ ໃຈແຄບ ນຳກັນ.

SA Game

DooDiDo

ອະທິບາຍຄວາມໝາຍເພື່ອໃຫ້ເຂົ້າໃຈລະອຽດຄໍາວ່າ ໃຈນ້ອຍ ແລະ ໃຈແຄບ.

ຖ້າຈະເວົ້າເລື່ອງພາສາລາວ, ໄວຍາກອນລາວ, ການສະກົດຄຳ ແລະ ອື່ນໆແລ້ວ ຄົນລາວສ່ວນຫຼາຍແມ່ນອາໃສຄວາມລື້ງເຄີຍໃນການປາກເວົ້າ ເຊັ່ນພໍ່ແມ່ ຫຼື ຍາດຕິພີ່ນ້ອງພາເວົ້າ ຫຼື ພາໃຊ້ຄໍາສັບໃດກໍ່ໃຊ້ຄໍານັ້ນມາເລີຍ ທັ້ງທີ່ບາງເທື່ອການນໍາໃຊ້ຄໍາສັບນັ້ໜໆອາດບໍ່ຖືກຕ້ອງຕາມຫຼັກໄວຍະກອນພາສາລາວ.

ໃນບົດນີ້ເຮົາຂໍຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ໃຈນ້ອຍ ແລະ ໃຈແຄບ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo
ຄຳວ່າ ໃຈນ້ອຍ.

ໃຈນ້ອຍ ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຄຽດງ່າຍ, ຮ້າຍ ໂມໂຫໄວ.

ຕົວຢ່າງ:

ເວລານາງໄກ່ເຫັນແມ່ຂອງຕົນເອົາໃຈນ້ອງສາວຫຼາຍກວ່ານາງກໍເຮັດອາການໃຈນ້ອຍໃສ່ແມ່.

ທ້າວເອກໂທຫາແຟນແລ້ວແຟນບໍ່ຮັບສາຍ ລາວກໍມີອາການໃຈນ້ອຍ ຄິດວ່າແຟນບໍ່ຮັກ.

ຄຳວ່າ ໃຈແຄບ.

ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຂີ້ຖີ່, ບໍ່ກວ້າງຂວາງ, ບໍ່ເຜື່ອແຜ່ແບ່ງປັນ.

ຕົວຢ່າງ:

ນາງແກ້ວຕາເປັນຄົນລວຍ ແຕ່ວ່າລາວບໍ່ມັກເຮັດບຸນເຮັດທານ ເພາະວ່າເສຍດາຍເງິນ (ໝາຍນາງ ເປັນຄົນໃຈແຄບ)

ທ້າວທັດບໍ່ຍອມສະຫຼະບ່ອນນັ່ງເທິງລົດເມໃຫ້ແກ່ແມ່ຖືພາທ້ອງແກ່ທັ້ງທີ່ຕົນເອງເປັນລູກຜູ້ຊາຍເອິກສາມສອກ (ໝາຍເຖິງທ້າວທັດເປັນຄົນໃຈແຄບ)

ສະຫຼຸບ.

ຄໍາວ່າ ໃຈນ້ອຍ ແລະ ໃຈແຄບ ສອງຄໍານີ້ມີຄວາມໝາຍທີ່ແຕກຕ່າງກັນ, ຄໍາວ່າ ໃຈນ້ອຍ ໝາຍເຖິງ ຄົນທີ່ຄຽດງ່າຍ ແລະ ໂມໂຫໄວ, ສ່ວນ ຄໍາວ່າໃຈແຄບ ໝາຍເຖິງ ຄົນຂີ້ຖີ່, ບໍ່ມັກເອື້ອເຟື້ອເຜື່ອແຜ່ ບໍ່ຮູ້ຈັກແບ່ງປັນຜູ້ອື່ນ.ສະນັ້ນ ໃນການໃຊ້ສອງຄໍາສັບນີ້ຄວາມສະມັດລະມັງ ຫຼັກການຂອງໂຄງສ້າງປະໂຫຍກ, ເພາະຖ້າຫາກໃຊ້ບໍ່ຖືກຄໍາ ກໍຈະເຮັດໃຫ້ຄວາມໝາຍຂອງມັນປ່ຽນໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo