ມາ​ຮອດ​ອີກ​ແລ້ວ! ກຽມຈັດງານບຸນຊ່ວງເຮືອປະ​ເພ​ນີ ທີ່ທ່າວັດຈັນ

SA Game

CRI-FM93

ອອກ​ມາ​ແລ້ວ​ສຳ​ລັບສະຖານທີ່ຈັດງານບຸນຊ່ວງເຮືອທີ່ທ່າວັດຈັນ​ໃນ​ບຸນ​ອອກ​ພັນ​ສາ​ນີ້.

ວັນທີ 26 ກັນຍານີ້, ຖະແຫຼງຂ່າວການຈັດງານບຸນອອກພັນສາປະວໍລະນາປະຈໍາປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີຂອງອະນຸກໍາມະການເສດຖະກິດຈັດສັນສະຖານທີ່ວາງສະແດງ ແລະ ກວດກາສິນຄ້າ, ທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງຈັນທະບູລີນະຄອນຫຼວງວຽງຈັນ, ຜ່ານສະຖານີໂທລະພາບ ນະຄອນຫຼວງວຽງຈັນວ່າ:

ການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອໃນປີນີ້ຈະໄດ້ຈັດຂື້ນຢ່າງຍິ່ງໃຫຍ່ ໂດຍພາຍໃນງານຈະມີກິດຈະກໍາການວາງສະແດງ ແລະ ຂາຍສິນຄ້າເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ໃນນີ້ໄດ້ເນັ້ນການສົ່ງເສີມຜະລິດຕະພັນສິນຄ້າທີ່ພົ້ນເດັ່ນຂອງຄອບຄົວຕົວແບບ, ບ້ານ ແລະເມືອງ ຜະລິດຕະພັນສິນຄ້າໂອດ໋ອບ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ ຄາດຄະເນຈໍານວນຫົວໜ່ວຍທຸລະກິດຫ້າງຮ້ານທີ່ຈະມາວາງສະແດງຂາຍສິນຄ້າ ແລະ ຂາຍເຂົ້າຫຼາມ ປີ້ງໄກ່ຫຼາຍກວ່າ 600 ຫົວໜ່ວຍ.

SA Game
CRI-FM93

ສໍາລັບຂອບເຂດບໍລິເວນພື້ນທີ່ຈັດງານບຸນທ່າວັດຈັນທາງດ້ານເໜືອໄດ້ກໍານົດເອົາຈຸດປ່ອຍເຮືອເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ, ສະຖານທີ່ວາງສະແດງ-ຂາຍສິນຄ້າແມ່ນຂອບເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກ ນັບແຕ່ໂຮງແຮມລ້ານຊ້າງຂຶ້ນມາຫາສາມແຍກປາກປ່າສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງໂຮງຮຽນປາກປ່າສັກ ແຕ່ໄດ້ຈົ່ງທາງເຂົ້າ-ອອກໃຫ້ມວນຊົນ ແລະ ລົດການນໍາເຂົ້າມາໄດ້ຢ່າງສະດວກ.ສວ່ນເສັ້ນທາງ 4 ແຍກທະນາຄານພັດທະນາລາວລົງມາສີ່ແຍກໄຟແດງສີຫອມ ສາມແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດໄປຫາສີ່ແຍກໄຟແດງວັດສີສະເກດເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່.

SA Game
CRI-FM93

ສ່ວນສະຖານທີ່ຈອດລົດຂອງການນໍາຄະນະກໍາມະການຮັບຜິດຊອບງານບຸນແຂກຖືກເຊີນແມ່ນກໍານົດເອົາເສັ້ນທາງເຈົ້າອານຸວົງໃໝ່ (ແຄມຂອງ) ນັບແຕ່ຈຸດທາງເຂົ້າຈົນຮອດອານຸສາວະລີເຈົ້າອານຸວົງ (ສະເພາະລົດທີ່ມີປ້າຍ P ເທົ່ານັ້ນ ) ແລະກໍານົດເວລາເຂົ້າ-ອອກຂອງລົດຊາວຄ້າຂາຍຢູ່ງານບຸນແຕ່ເວລາ 4:00-6:00 ໂມງ ແລະ ອະນຸຍາດໃຫ້ເຂົ້າໄດ້ເວລາ 23:30 ໂມງເປັນຕົ້ນໄປ. ເວລາປິດເສັ້ນທາງການສັນຈອນຊົ່ວຄາວ ຢູ່ໃນຂອບເຂດການຈັດງານບຸນເລີ່ມແຕ່ເວລາ 6:00 – 24:00 ໂມງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: CRI-FM93