ມາ​ຟັງ​ຂໍ້​ມູນ​ບາງ​ສ່ວນ​ຂອງ​ທາດ​ເກົ່າ​ວັດ​ອິນ​ແປງຈາກ​ຜູ້​ທີ່​ຢູ່​ໃນ​ສະ​ໄໝ​ທີ່​ຟ​ຣັ່ງ

SA Game

ວັດອິນແປງ ແລະ ທ​າດ​ອັນ​ເກົ່າ​ແກ່​ຂອງ ວັດ ສະຖານທີ່ທ່ອງທ່ຽວ ດ້ານປະຫວັດສາດ

ວັດ​ອິນ​ແປງ ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ທາງ​ດ້ານ​ປະຫວັດ​ສາດ ​ແລະ ວັດທະນະທຳ​ ເຊິ່ງຕັ້ງຢູ່​ໃຈກາງ​​ເທດສະບານ​ຂອງ ນະຄອນຫລວງ​ວຽງຈັນ. ມີ​ການ​ເລົ່າ​ຂານ​ສືບ​ທອດ​ຕໍ່​ກັນ​ມາ​ວ່າ: ​ໃນ​ໄລຍະ​ການ​ກໍ່ສ້າງ​ວັດ​ ອິນ​​ແປງ​ນີ້, ​ໄດ້​ມີ​ພະຍາ​ອິນ ​ແປງກາຍ​ເປັນ​ຜູ້​ເຖົ້າ​ມາ​ຊ່ວຍ​ເຫລືອ ​ແລະ ​ແນະນຳ​ໃນ​ການ ກໍ່ສ້າງ​ວັດ ​ແລະ ຫລັງ​ຈາກ​ນັ້ນພະຍາ​ອິນ​ກໍ​ຍັງ​ໄດ້​ແປງ​ກາຍ​ເປັນ​ຄູບາ​ເຖົ້າ​ອົງໜຶ່ງ​ເພື່ອ​ມາ​ຊ່ວຍ​ສ້າງ​ພຣະພຸດ​ທະ​ຮູບອິນ​ແປງ ​ອີກດ້ວຍ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່​ວັດ​ອິນ​ແປງ ຈົນ​ເທົ່າ​ທຸກ​ມື້​ນີ້.

ທາດເກົ່າແກ່ຂອງວັດອິນແປງ ນະຄອນຫລວງວຽງຈັນ ທີຖືກສ້າງຂຶ້ນມາແຕ່ສະໄຫມເຈົ້າໄຊຍະເຊດຖາທິຣາຊ ແລະຫລົ້ມລົງເມື່ອປະມານປີ ຄສ 1934 ແລະມີການພົບເຫັນວັດຖຸທີມີຄ່າຫລາຍຢ່າງໆ ໃນສະໄຫມນັ້ນ ເມື່ອທາດອົງນີ້ຫລົ້ມລົງ ທາງຝຣັ່ງເສດ ເຊິ່ງປົກຄອງລາວເຮົາໃນຕອນນັ້ນ ກໍ່ເຂົ້າມາສຳຫລວດ ແລະ ນຳເອົາຣົດຂົນເຄື່ອງມາແກ່ເອົາວັດຖຸບູຮານຕ່າງໃນອົງທາດແຫ່ງນີ້ປະມານ 3-4 ຖ້ຽວ ຈຶ່ງຫມົດ

SA Game
Houmphet Manisouk

ວັດຖຸບູຮານເຫລົ່ານັ້ນ ແມ່ນຂົນໄປໃສ ຊາວບ້ານ-ຊາວເມືອງ ແມ່ນບໍ່ຮູ້ບ່ອນໄປເລີຍ ແລະຈຳນວນ ລາຍລະອຽດມີຫຍັງແດ່ກໍ່ບໍ່ຮູ້ ທີສຳຄັນ ແມ່ນມີພຣະພຸດທະຮູບຄຳ ເງິນ ທອງ ແລະວັດຖຸມີຄ່າຕ່າງໆຢູ່ໃນອົງພຣະທາດອົງນີ້ ເປັນຈຳນວນຫລາຍ.

ຂໍ້ມູນນີ້ແມ່ນຄຳເວົ້າຂອງແມ່ເຖົ້າ ວາລິນ ຄຳວົງສາ ຄົນບ້ານອິນແປງໂດຍກຳເນີດ ເຊິ່ງຕອນນັ້ນເພິ່ນອາຍຸໄດ້ 8 ປີ ແລະໄດ້ແລ່ນໄປເບິ່ງຕອນທີນາຍຝຣັ່ງ ມາຂົນເອົາວັດຖຸບູຮານຈາກວັດອິນແປງໃສ່ຣົດບັນທຸກຂົນອອກຈາກວັດໄປ
SA Game
Houmphet Manisouk
ເພາະເພິ່ນເປັນຄົນພື້ນຖານ ເປັນຄົນບ້ານອິນແປງ ເພິ່ນຈຶ່ງຈື່ຈຳພາບເຫດການເຫລົ່ານີ້ໄດ້ດີ ແລະໄດ້ເລົ່າໃຫ້ລູກໃຫ້ຫລານຮັບຟັງ ເພິ່ນເກີດເມື່ອວັນທີ 23/09/1926 ແລະມໍຣະນະກັມ ໃນວັນທີ 30/04/2018 ລວມສິຣິອາຍຸໄດ້ 93 ປີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Houmphet Manisouk