ພາສາລາວຄໍາວ່າ ແຫ່ ແລະ ແຮ່ ມີຄວາມໝາຍແນວໃດ?

DooDiDo
ມາຮູ້ຈັກຄໍາວ່າ: ແຫ່ ແລະ ແຮ່ ມີຄວາມໝາຍແນວໃດ?
ໃນພາສາລາວການໃຊ້ພະຍັນຊະນະຕ່າງກັນເລັກນ້ອຍກັບຄຳຕ່າງໆສ່ວນຫລາຍຈະເຮັດໃຫ້ຄວາມໝາຍຂອງຄຳດັ່ງກ່າວປ່ຽນໄປ ອາດຈະຫລາຍ ຫລື ນ້ອຍແລ້ວແຕ່ຄຳສັບນັ້ນໆເຊິງໃນນັ້ນອາດຈະຂື້ນກັບຕົວອັກສອນແດ່ເພາະອັກສອນບາງຕົວກໍບໍ່ສາມາດປ່ຽນສຽງໄດ້ຈາກການໃສ່ວັນນະຍຸດໃຫ້ມັນ.
ບົດນີ້ຈະຍົກເອົາຄຳວ່າ ແຫ່ ແລະ ແຮ່ ມາອະທິບາຍ, ເຊິງສອງຄຳນີ້ອ່ານອອກສຽງທີ່ໃກ້ຄຽງກັນແຕ່ຕ່າງກັນເລັກນ້ອຍທີ່ອັກສອນ ຫ ແລະ ຮ, ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ແຫ່, ແຮ່ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ.

ຄຳວ່າ ແຫ່.
ໝາຍເຖິງການໄປເປັນຂະບວນ, ນຳກັນໄປເປັນຂະບວນ, ການແຫ່ທຽນ, ແຫ່ເຂີຍ, ແຫ່ຜ່າສາດເຜີ້ງ, ແຫ່ນາກ ແລະ ອື່ນໆ.
ຕົວຢ່າງ:
- ໄດ້ມີລົດແຫ່ຂະບວນຂອງງານສົບຄົນຕາຍໄປເຜົາຢູ່ວັດ.
- ເດັກນ້ອຍແຖວບ້ານນີ້ມີຈ່ຳນວນຫລາຍ, ໄປໃສ່ມາໃສ່ ກໍແຫ່ກັນໄປແຫ່ກັນມາ.
- ມີງານດອງຢູ່ບ້ານຂ້ອຍ ເຂົາເຈົ້າໄດ້ມີການແຫ່ເຂີຍໄປເຮືອນເຈົ້າສາວ.
ຄຳວ່າ ແຮ່.
ໝາຍເຖິງ ສິ່ງທີ່ເປັນວັດຖຸທາດ, ສິງທີ່ເປັນທາດ, ແຮ່ຫິນດິນຊາຍ, ຫິນແຮ່, ແຮ່ທາດ, ແຮ່ເງິນແຮ່ຄຳ, ບໍ່ຫິນແຮ່
ຕົວຢ່າງ:
- ມື້ນີ້ລຸງຂ້ອຍລົດເອົາຫິນແຮ່ເຂົ້າເຮືອນ, ລາວຊິປຸກເຮືອນໃໝ່.
- ໄດ້ມີການຂຸດຄົ້ນແຮ່ທາດຈ່ຳນວນຫລວງຫລາຍໃນ ສປປ ລາວ.
- ກະຊວງພະລັງງານ ແລະ ບໍ່ແຮ່
- ນ້ຳດື່ມແຮ່ທາດນ້ຳດື່ມເພື່ອສຸຂະພາບ.
ສະຫລຸບ.
ຄຳວ່າ ແຫ່ ໝາຍເຖິງການໄປເປັນຂະບວນ, ນຳກັນໄປເປັນຂະບວນ, ການແຫ່ທຽນ, ແຫ່ເຂີຍ, ແຫ່ຜ່າສາດເຜີ້ງ, ແຫ່ນາກ ແລະ ອື່ນໆ.
ສ່ວນຄຳວ່າ ແຮ່ ໝາຍເຖິງ ສິ່ງທີ່ເປັນວັດຖຸທາດ, ສິງທີ່ເປັນທາດ, ແຮ່ຫິນດິນຊາຍ, ຫິນແຮ່, ແຮ່ທາດ, ແຮ່ເງິນແຮ່ຄຳ, ບໍ່ຫິນແຮ່.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo