ພຣະທາດອີງຮັງບູຮານສະຖາທີ່ສັກສິດຂອງແຂວງສະຫວັນນະເຂດ.

ພາບ: savannakhet.gov.la
ພຣະທາດອີງຮັງບູຮານສະຖານທີ່ເປັນເອກະລັກຂອງສະຫວັນນະເຂດ.
ແນນອນຫາກເອີຍເຖິງສະຖານທີ່ທີ່ສັກສິດ ແລະ ເປັນເອກະລັກຂອງແຂວງສະຫວັນນະເຂດທີ່ໃຜໆໄດ້ໄປກໍຕ້ອງໄປກາບໄວ້ ແລະ ທ່ຽວຊົມນັ້ນກໍຄົງຕ້ອງເປັນພຣະທາດອີຮັງ ບູຮານສະຖານອັນເກົ່າແກ່ທີ່ປະຊາຊົນໃຫ້ຄວາມເຄົາລົບ ແລະ ບູຊາມາແຕ່ດົນນານ ແລະ ສືບທອດມາເຖິງປະຈຸບັນນີ້.
ພຣະທາດອີງຮັງ ຕັ້ງຢູ່ທີ່ບ້ານທາດອີງຮັງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຫ່າງຈາກເທດສະບານເມືອງ 15 ກິໂລແມັດ ໄປຕາມສາຍທາງເລກທີ 9 (ສະຫວັນ-ເຊໂນ)ພາຍໃນບໍລິເວນສະຖານທີ່ປະກອບມີເດີນຈອດລົດໃຫຍ່-ລົດຈັກ, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານຂາຍອາຫານ ແລະ ເຄື່ອງດື່ມ.ກິດຈະກຳແມ່ນການນະມັດສະການພຣະທາດອີງຮັງ ແລະ ທ່ອງທ່ຽວຊົມສະຖານທີ່ພາຍໃນວັດ.

ມໍລະດົກແຫ່ງຊາດ, ປູຊະນິຍະສະຖານ ມິ່ງຂວັນ ຊາວແຂວງສະຫວັນນະເຂດຫຼັກຖານທາງຕຳນານ ແລະ ອຸລັງຄະທາດພຣະທາດອີງຮັງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງຮຸ່ງເຮືອງປະມານພ.ສ 400 ເຊິ່ງໃນຄາວນັ້ນເປັນຣາຊະການຂອງພຣະເຈົ້າ ສຸມິດຕະທັມ ວົງສາ ເຊິ່ງສ້າງຂຶ້ນຕາມຄຳແນະນໍາຂອງ ສະມະນະທູດ ທາງພຸດທະສາສະໜາ ແຫ່ງ ເມືອງ ກຸສິນາຣາຍຈາກອິນເດຍ ໃນສະໄໝພຣະເຈົ້າອະໂສກະຣາດທີ່ໄດ້ນໍາສາສະໜາພຸດມາເຜີຍແຜ່ໃນສຸວັນນະພູມປະເທດເປັນຄັ້ງທໍາອິດ.
ທໍາອິດເພິ່ນໄດ້ສ້າງເປັນທາດກູ່: ເມື່ອສ້າງສໍາເລັດແລ້ວ ຈຶ່ງເຊີນພຣະສາຣິຣິກະທາດ ( ກະດູກສັນຫຼັງພຣະພຸທທະເຈົ້າ ) ຈາກກຸງຣາຊະຄຶກມາບັນຈຸໄວ້ໃນໂກນພຣະທາດ. ເພື່ອເປັນເຄື່ອງໝາຍແທນໃຫ້ ແກ່ສະຖານທີ່ປະຣິນິພານຂອງພຣະພຸທທະອົງທີ່ປ່າໄມ້ຮັງ.ຕໍານານອຸລັງຄະທາດກ່າວວ່າ: ໃນສະໄໝພຸດທະການ; ພຣະສໍາມາສໍາພຸດທະເຈົ້າໄດ້ສະເດັດມາໂປຣດ ສັດໂລກ ແລະ ຮັບຣາທະນາສັນພັດຕະນທ່ຽງ ອີງຕົ້ນໄມ້ຮັງນະທີ່ນີ້, ພຣະເຈົ້າສຸມິດຕະທັມ ວົງສາ ຜູ້ປົກຄອງອານາຈັກສີໂຄດຕະບອງ ຈຶ່ງສ້າງພຣະທາດລູກນີ້ຂຶ້ນເພື່ອເປັນທີ່ລະນຶກ ແລະ ນັບຖື, ສະນັ້ນຈຶ່ງໃສ່ຊື່ວ່າ ພຣະທາດອີງຮັງ.
ເມື່ອເຖິງສະຕະວັດ ທີ 09 ອານາຈັກສີໂຄດຕະບອງເສື່ອມອໍານາດລົງ ຊົນຊາດຂອມໄດ້ມາມີອໍານາດແທນ.ພຣະທາດໄດ້ຖືກດັດແປງມາເປັນເທວະສະຖານຂອງສາສະໜາພຣາມລັດທິສິວະເທບ ຫຼື ຮິນດູພາຍໃຕ້ການນໍາຂອງພະເຈົ້າສຸມິນທາທິລາດລາຊາເຊິ່ງກໍ່ກວມທາດກູ່ທີ່ມີຢູ່ແລ້ວໂດຍສ້າງຂື້ນຕື່ມ ອີກຂັ້ນໜຶ່ງສ່ວນລວດລາຍປະດັບກໍ່ໄດ້ຄວດຕື່ມໃສ່ຕາມຄະຕິຄວາມເຊື່ອຂອງສາສະໜາພຣາມຄື: ເລື່ອງເມຖຸນສັງວາດ;ເທບນິຍາຍຣາມາຢານ;ຈາກນັ້ນລັກສະນະຂອງພຣະທາດເລີຍກາຍເປັນຜາສາດ ຫຼື ພຣະປາງຂອງຂອມບູຮານໄປ. ໃນຄາວນັ້ນເພິ່ນໄດ້ເອີ້ນວ່າ:ອິນທຣະຜາສາດແລ້ວອາດກາຍມາເປັນອີງຮັງໃນສະໄໝຊົນຊາດລາວເຮົາມີອໍານາດແທນຂອມ ເຊິ່ງເລີ່ມມາແຕ່ສະຕະວັດ ທີ 14.

ມາເຖິງຣາຊະການພຣະເຈົ້າ ໂພທິສາຣາດ ແຫ່ງອານາຈັກລ້ານຊ້າງໄດ້ນໍາພາໄພ່ຟ້າປະຊາຊົນປະຕິສັງຂອນ ພຣະທາດພຣະນົມ, ພຣະທາດສີໂຄດຕະບອງ, ພຣະທາດອີງຮັງ, ພຣະທາດໂຜ່ນຄືນໃໝ່.ປີຄ.ສ1548 ພຣະໄຊຍະເສດຖາທິຣາຊ ເຈົ້າກະສັດແຫ່ງອານາຈັກລ້ານຊ້າງ ໄດ້ຕໍ່ເຕີມສີລະປະ ລາວລ້ານຊ້າງໃສ່ຊຸ້ມປະຕູເຂົ້າ ແລະ ເສີມຍອດດວງປີໃສ່ອົງພຣະທາດອີງຮັງດັດແປງໃຫ້ເປັນ ພຣະທາດທາງ ພຣະພຸດທະສາສະໜາ; ພຣະທາດກວ້າງດ້ານລະ 9 ແມັດ ສູງ 25 ແມັດ.
ພຣະທາດນີ້ປະດິດສະຖານຢູ່ບ້ານທາດອີງຮັງ ຫ່າງຈາກຕົວເມືອງໄກສອນພົມວິຫານ ແຂວງ ສະຫວັນນະເຂດໄປທາງຕາເວັນອອກສຽງເໜືອ ຕາມເສັ້ນທາງເລກ 9 ສະຫວັນນະເຂດ ຫາເຊໂນ ປະມານ 12 ກມ ແລ້ວແວ່ເຂົ້າຂວາມືປະມານ 3 ກມ ຫຼື ອອກຈາກຖະໜົນໄກສອນພົມວິຫານ ຕໍ່ໜ້າອະນຸສອນສະຖານປະທານໄກສອນພົມວິຫານ ຜ່ານບ້ານບຶງວະ ແລະ ບ້ານດົງໜາກຢາງ ແລ້ວລ້ຽວຊ້າຍຈະໄປເຖິງພຣະທາດອີງຮັງ ປະມານ 11 ກມ.ເພີ່ນໄດ້ກຳນົດງານສະຫຼອງ ພຣະທາດອີງຮັງ ຂື້ນລະຫວ່າງເດືອນຈຽງເພັງ ຫຼື ລະຫວ່າງ ເດືອນທັນວາຂອງທຸກໆປີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: savannakhet.gov.la