ປ່າສະຫງວນແຫ່ງຊາດພູພະນັງເຂດເມືອງສັງທອງຖືກ​ໄຟ​ໄໝ້

SA Game

ຂປລ.

​ຕ້ອງ​ໄດ້​ແກ້​ໄຂ​ດ່ວນ​ສຳ​ລັບໄຟໄໝ້ລາມປ່າສະຫງວນແຫ່ງຊາດພູພະນັງເຂດເມືອງສັງທອງ

ນັບແຕ່ວັນທີ 20 ມີນາ 2023 ເປັນຕົ້ນມາ, ໄຟໄໝ້ລາມປ່າ ຢູ່ປ່າສະຫງວນແຫ່ງຊາດພູພະນັງ ເຂດເມືອງສັງທອງ ນະຄອນຫລວງວຽງຈັນ ເຈົ້າໜ້າທີທີ່ກ່ຽວຂ້ອງ ໄດ້ສຸມກຳລັງ ເຂົ້າໄປແກ້ໄຂ (ມອດໄຟ) ຢ່າງຮີບດ່ວນ ເຊິ່ງນັບແຕ່ວັນທີ 20-28 ມີນາ 2023 ໄຟໄໝ້ລາມປ່າ ກວມທັງໝົດ 17 ບ້ານ ຄືບ້ານ:

ບ້ານສຳພັນນາ, ບ້ານທ່ານາສ້າງຫີນ, ບ້ານປາກຕອນ, ບ້ານຫີນລັບ, ບ້ານນາຫອຍ, ບ້ານທ່ານຂາມ, ບ້ານເພຍລາດ, ບ້ານຫີນສີ້ວ, ບ້ານໄຮ່ໃຕ້, ບ້ານປາກແຖບ, ບ້ານນາຕານ, ບ້ານໃຫຍ່ນາຈະເລີນ, ບ້ານໄຮ່ເໜືອ, ບ້ານກົ້ວ, ບ້ານຊໍ້, ບ້ານຫ້ວຍຫລ້າ ແລະ ບ້ານຫ້ວຍຫາງ, ຜົນເສຍຫາຍ ທັງໝົດປະມານ 120 ເຮັກ, ແຕ່ບໍ່ໄດ້ກະທົບຕໍ່ສໍານັກງານຫ້ອງການ, ເຮືອນຊານ-ບ້ານຊ່ອງ, ໄຮ່ນາ, ຮົ້ວສວນຂອງປະຊາຊົນ ເຊິ່ງສາເຫດຂອງໄຟໄໝ້ລາມປ່າ ໃນຄັ້ງນີ້, ແມ່ນເກີດຈາກການຈູດໄຮ່ ແລະ ສວນຂອງປະຊາຊົນ ຢູ່ຟາກປ່າສະຫງວນແຫ່ງຊາດພູພະນັງ.

ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 28 ມີນາ 2023 ນີ້ວ່າ:

SA Game
ຂປລ.

ນັບແຕ່ເລີ່ມເກີດມີໄຟໄໝ້ລາມປ່າ ຈົນມາຮອດປັດຈຸບັນ ການນຳເມືອງສັງທອງ ໄດ້ນຳເອົາກຳລັງສຸມໃສ່ເຂົ້າມອດໄຟ ຢູ່ເຂດທີ່ເກີດໄຟໄໝ້ ຢ່າງຮີບດ່ວນ ໂດຍໄດ້ນຳເອົາ ກຳລັງຂອງກອງບັນຊາການ ປກຊ-ປກສ ເມືອງສັງທອງ, ກອງພັນ 511, ກອງຮ້ອຍທະຫານຮາບ 303, ຫ້ອງການອ້ອມຂ້າງຂອງເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານທີ່ເກີດເຫດໄຟໄໝ້ລາມປ່າ ໂດຍສົມທົບກັບກອງພັນໃຫຍ່ ຈ 11, ກົມປ່າໄມ້ກະຊວງກະສິກຳ-ປ່າໄມ້ ສຸມໃສ່ເຂົ້າມອດໄຟ ຢ່າງຮີບດ່ວນ.

ຢ່າງໃດກໍຕາມ ຜ່ານການຂຶ້ນກວດກາ ດ້ວຍເຄື່ອງບິນຂອງຄະນະນຳນະຄອນຫລວງວຽງຈັນ, ກະຊວງປ້ອງກັນປະເທດ ແລະ ຄະນະນໍາເມືອງສັງທອງ ຍັງເຫັນວ່າ ປະຊາຊົນເຂດເມືອງໂພນໂຮງ ແຂວງວຽງຈັນ ແລະ ເມືອງນາຊາຍທອງ ຍັງສືບຕໍ່ບຸກລຸກ, ບຸກເບີກ, ຖາງ ແລະ ຈຸດໄຮ່ເປັນວົງກວ້າງ (ມີບາງຈຸດບຸກເບີກສຳແລ້ວ).

ທ່ານ ພົງສະຫວັນ ສີລິພັນ ຍັງໃຫ້ຮູ້ອີກວ່າ: ສຳລັບ ວິທີສະກັດກັ້ນ, ຄວບຄຸມຈຸດທີ່ເກີດໄຟໄໝ້ລາມປ່າຢູ່ປ່າສະຫງວນແຫ່ງຊາດພູພະນັງ ທີ່ເກີດໃໝ່ ແມ່ນສຸມເອົາກຳລັງ ເຂົ້າໄປສ້າງແລວກັນໄຟ 2-3 ຊັ້ນ ເພື່ອສະກັດບໍ່ໃຫ້ໄຟລາມອອກມາຂ້າງນອກ. ສຳລັບໄຟທີ່ຍັງໃໝ່ຂອນໄມ້ ແມ່ນໄດ້ນໍາເອົາຈັກຕັດໄມ້ ຂຶ້ນໄປຕັດຂອນໄມ້ທີ່ໄຟໄໝ້, ພ້ອມທັງນໍາເອົານໍ້າຂຶ້ນໄປມອດຂອນໄມ້ໄຟຍັງໄໝ້ໃຫ້ສຳເລັດ ເພື່ອບໍ່ໃຫ້ໝັດໄຟຟົ້ງອອກໄປເປັນເຊື້ອໄຟຕື່ມອີກ

SA Game
ຂປລ.

ພ້ອມທັງ ສືບຕໍ່ເຜີຍແຜ່ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ-ຮອບດ້ານ ໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ສະກັດກັ້ນໄຟໃໝ້ລາມປ່າຢູ່ຂອບເຂດເມືອງສັງທອງ ໂດຍຖືເອົາການໂຄສະນາຜ່ານໂທລະໂຄງຂອງບ້ານ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.